ຄົນເຮົາເຖິງແມ່ນຈະເກີດມາຄືກັນ ແຕ່ເຫດໃດບາງຄົນຈະເລີນຮຸ່ງເຮືອງ ຊີວິດເຕັມໄປດ້ວຍສີສັນ ບາງຄົນພັດຕົກຕ່ຳ ແລະບາງຄົນແມ່ນວ່າຕອນເກີດແລະຕອນຕາຍ ກໍບໍ່ມີໃຜຮູ້ ບໍ່ມີໃຜສົນໃຈ?
ມື້ໜຶ່ງ ຮາວຕາກເຄື່ອງໄມ້ໄຜ່ຖາມຂຸ່ຍໄມ້ໄຜ່ ແບບບໍ່ພໍໃຈວ່າ:
“ເຈົ້າກັບຂ້ອຍ ຕ່າງກໍເປັນໄມ້ໄຜ່ ທີ່ມາຈາກເທິງພູເຊັ່ນກັນ ແຕ່ເປັນຫຍັງຂ້ອຍຕ້ອງເປັນຮາວຕາກຜ້າ ທີ່ຕ້ອງພົບກັບຜ້າປຽກແລະ ຕາກແດດຕາກຝົນຢູ່ຊູ່ມື້ ແຖມບໍ່ມີລາຄົມລາຄາຫຍັງເລີຍ ສ່ວນເຈົ້າພັດມີລາຄາ ເປັນແສນ”
ຂຸ່ຍຫຼຽວເບິ່ງຮາວຕາກຜ້າແລ້ວເວົ້າວ່າ:
“ເພາະວ່າເຈົ້າພຽງແຕ່ຖືກຕັດ ສ່ວນຂ້ອຍທັງຖືກຕັດ ຖືກເຈາະ ຖືກຂັດ ຖືກອົບ ທັ້ງລົນ ຫັ້ນຕິ!”
ຊີວິດຄົນເຮົາກໍເປັນແນວນີ້ຄືກັນ ອົດທົນໄດ້ກັບການຂັດສີ ອົດທົນໄດ້ກັບຄວາມອ້າງວ້າງ ແບກຮັບພາລະໜ້າທີ່ໄວ້ ເຖິງແມ່ນມັນຈະໜັກໜາສາຫັດພຽງໃດ ຊີວິດຈຶ່ງໄດ້ມີຄຸນຄ່າ!
ເວລາທີ່ທ່ານໄດ້ເຫັນໃຜບາງຄົນ ກຳລັງຈະເລີນຮຸ່ງເຮືອງ ຢ່າໄດ້ອິດສາເຂົາເລີຍ ເພາະເຂົາເຫຼົ່ານັ້ນຍ່ອມອຸທິດ ແລະລົງແຮງຫຼາຍກວ່າທ່ານແນ່ນອນ!
ທີ່ມາ: นุสนธิ์บุคส์