Homeຂ່າວພາຍ​ໃນເຕືອນ! ໃຜຈະໄປຜ່ານເສັ້ນທາງ ປາກຊັນ-ທ່າສີ

ເຕືອນ! ໃຜຈະໄປຜ່ານເສັ້ນທາງ ປາກຊັນ-ທ່າສີ

Published on

ມີຂ່າວເຕືອນໄພທາງສື່ອອນລາຍອອກມາ ເມື່ອວັນທີ 19/7/2015 ຢ່າງ ເນື່ອງນິດລຽນຕິດກ່ຽວກັບສະພາບເສັ້ນທາງ ປາກຊັນ-ທ່າສີ ແຂວງບໍລິຄຳໄຊ ຈາກສະພາບເສັ້ນທາງທີ່ເປ່ເພມາເປັນ ເວລາດົນນານ ຢາງປູໜ້າທາງບໍ່ຫຼົງເຫຼືອ ແຕ່ໄດ້ຮັບການສ້ອມແປງມາເລື້ອຍໆ ໂດຍມີການປັບໜ້າທາງ ຢຽບດິນໃຫ້ແໜ້ນກ່ອນລະດູຝົນຈະມາເຖິງ ແຕ່ເມື່ອເຖິງລະດູຝົນແທ້ໆ ຕົກຕິດຕໍ່ກັນຫຼາຍວັນທີ່ຜ່ານມານີ້ ເຮັດໃຫ້ເສັ້ນທາງດັ່ງກ່າວເກີດເປັນຕົມ ມື່ນຈົນເກືອບໃຊ້ການບໍ່ໄດ້ ໂດຍສະເພາະແມ່ນລົດນ້ອຍແມ່ນບໍ່ສາມາດ ຜ່ານໄປໄດ້ ເຮັດໃຫ້ລົດຕ້ອງຈອດລໍຖ້າຢ່າງອັ່ງອໍ.

ດັ່ງນັ້ນ, ຖ້າໃຜມີຈຸດປະສົງຈະເດິນທາງຜ່ານ ເສັ້ນທາງດັ່ງກ່າວ ຂໍໃຫ້ສອບຖາມ ສະພາບເສັ້ນທາງດັ່ງກ່າວຈາກຜູ້ຢູ່ໃນທ້ອງຖິ່ນ ຫຼືພາກສ່ວນທີ່ກ່ຽວຂ້ອງສາກ່ອນ ເພາະອາດຈະເປັນອັນຕະລາຍຕໍ່ການເດິນທາງ ຂອງທ່ານໄດ້.

10300108_1016349851730020_3623315830228589100_n 10410474_1016349871730018_6911017790516780587_n 11737846_1016349855063353_4066176671289335153_n 11693988_1016349858396686_6633933641680619811_n

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...