spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອົມນ້ຳມັນຢູ່ປາກປ້ອງກັນສາລະພັດພະຍາດຮ້າຍໄດ້ຢ່າງມະຫັດສະຈັນ

ອົມນ້ຳມັນຢູ່ປາກປ້ອງກັນສາລະພັດພະຍາດຮ້າຍໄດ້ຢ່າງມະຫັດສະຈັນ

Published on

OilPulling-01

ການອົມ​ນ້ຳ​ມັນ​ຢູ່​ປາກຫລື​ທີ່​​ເອີ້ນວ່າ Oil Pulling ເປັນກົນລະຍຸດ​ແຫ່ງ​ການ​ປິ່ນປົວ​ແບບ​ອາ​ຍຸນ​ເວດ​ຂອງ​ອິນ​ເດຍ​ທີ່​ມີ​ອາ​ຍຸ​ກວ່າ 2, 000 ປີ ທີ່​ນຳ​ກັບ​ມາ​ໃຊ້​ໃໝ່​ໂດຍ ໝໍ ເອ​ຟ. ຄາ​ລາດ (Mr.F Karach)ໝໍ​ຊາວ​ອິນ​ເດຍ ຄາ​ລາດ ອ້າງ​ວ່າການ​ອົມ​ນ້ຳ​ມັນ​ຢູ່ປາກບໍ່​ພຽງ​ແຕ່​ເປັນ​ການ​ລ້າງ​ສານ​ພິດ​ໃນ​ຮ່າງກາຍ​ແລະ​ບັນ​ເທົາ​ຫລື​ປິ່ນປົວ​ອາການ​ເຈັບ​ປ່ວຍ​ໃຫ້​ຫາຍ​ໄດ້​ເທົ່າ​ນັ້ນຍັງ​ສາມາດ​ຄືນ​ສຸຂະພາບ​ທີ່​ດີ​ໃຫ້​ກັບ​ຜູ້​ທີ່​ປະຕິບັດ​ໄດ້​ນໍາອີກ​

ເລີ່ມ​ຕົ້ນ​ງ່າຍໆດ້ວຍ​ໂຕ​ເອງກຽມ​ໃຈ​ແລະ​ຮ່າງກາຍ​ໃຫ້​ພ້ອມມີ​ຄວາມ​ຮູ້ສຶກ​ມ່ວນຊື່ນ​ທີ່​ຈະ​ເຮັດຈາກ​ນັ້ນເທ​ນ້ຳ​ມັນ​ພືດ​ແບບ​ບີບ​ເຢັນຫລື​ຫີບ​ເຢັນປະ​ມານ1ບ່ວງ​ປ້ອນ​ເຂົ້າ​ປາກ ປິດ​ປາກ​ໃຫ້​ສະນິດຈາກ​ນັ້ນ​ຄວນ​ອົມ​ນ້ຳ​ມັນ​ໃຫ້​ຜ່ານ​ທຸກ​ຊອກ​ທຸກ​ມຸມ​ຂອງ​ແຂ້ວ,ລິ້ນແລະ​ເຫງືອກເຮັດ​ຊ້ຳ​ໆ​ຢູ່​ແບບ​ນີ້ໂດຍ​ໃຊ້​ເວລາ​ດົນ​ປະ​ມານ20ນາທີຖ້າ​ຮູ້ສຶກ​ວ່າດົນແນະ​ນຳ​ໃຫ້​ຫາ​ຫຍັງ​ເຮັດ​ໄປ​ນໍາການ​ໃຊ້​ເວລາ​ດົນ​ຂະໜາດ​ນີ້ເພື່ອ​ໃຫ້​ແນ່​ໃຈ​ໄດ້​ວ່າ:ເຊື້ອ​ພະຍາດ​ຕ່າງໆ ທີ່​ຖືກ​ນ້ຳ​ມັນ​ດູດ​ໄວ້​ຈະ​ບໍ່​ຫວນ​ກັບ​ມາ​ອີກ​ນັ້ນ​ເອງຖ້າ​ໃຊ້​ເວລາ​ຫນ້ອຍ​ກວ່າ​ນີ້ຫລື​ໃຊ້​ເວລາ​ພຽງ​ແຕ່10ນາ​ທີພະຍາດ​ຮ້າຍ​ຕ່າງໆ​ອາດ​ຫວນ​ກັບ​ມາ​ອີກຄັ້ງໜຶ່ງ

ໄລຍະ​ເວລາ20ນາ​ທີ​ລະຫວ່າງ​ອົມ​ນ້ຳ​ມັນເກີດ​ຫຍັງ​ຂຶ້ນ​ພາຍ​ໃນ​ປາກ​ແນ່

ຂັ້ນ​ຕອນ​ນີ້​ຖື​ວ່າ​ສຳຄັນ​ທີ່ສຸດເພາະ​ນ້ຳ​ມັນ​ຈະ​ປະສົມ​ກົມ​ກືນ​ກັບ​ນ້ຳ​ລາຍເປັນ​ການ​ກະຕຸ້ນ​ເອັມ​ໄຊໃຫ້​ດູດ​ສານ​ພິດ​ອອກຈາກ​ກະ​ແສ​ເລືອດຂໍ້​ຄວນ​ລະ​ວັງ​ຄື:ຢ່າ​ກືນ​ນ້ຳ​ມັນ​ລົງ​ໄປ​ເປັນ​ອັນ​ຂາດຈົ່ງ​ຈື່ໄວ້​ວ່າ:ນ້ຳ​ມັນ​ເຕັມ​ໄປ​ດ້ວຍ​ສານ​ພິດຫລັງ​ຈາກ​ເວລາ​ຜ່ານ​ໄປ​ໄດ້​​ໄລຍະໜຶ່ງ ​ຈະ​ຮູ້ສຶກ​ວ່າ:ນ້ຳ​ມັນ​ຄາຍ​ຄວາມ​ໜຽວ​ລົງ​ແລະ​ສີ​ຂອງ​ນ້ຳ​ມັນ​ຈະ​ປ່ຽນ​ເປັນ​ສີ​ຂາວ​ຄື​ນ້ຳ​ນົມ ແຕ່​ຖ້າ​ນ້ຳ​ມັນ​ຍັງ​ມີສີ​ເຫລືອງ​ຄືເກົ່າຢູ່ນັ້ນ​ໝາຍ​ຄວາມ​ວ່າປະຕິບັດ​ການ​ເທື່ອ​ນີ້​ຍັງ​ບໍ່ດົນ​ພໍ ຫລື​ອາດ​ໃຊ້​ນ້ຳ​ມັນ​ຫລາຍ​ເກີນ​ໄປຊຶ່ງ​ເຈົ້າ​ຕ້ອງ​ເຮັດ​ເຊັ່ນ​ເກົ່າຕໍ່ໄປຈົນ​ຄົບ​ເວລາ​ທີ່​ກຳ​ນົດ

ໃນ​ຂະນະ​ທີ່​​ກຳ​ລັງ​ອົມ​ນ້ຳ​ມັນ​ກົ້ວ​ປາກ​ຢູ່​ນັ້ນຖ້າ​ຮູ້ສຶກ​ວ່າ:ນ້ຳ​ລາຍ​ເຕັມ​ປາກ​ຫລື​​ບໍ່ມັກ​ຢາກ​ບ້ວນ​ຖິ້ມເຈົ້າ​ກໍ​ສາມາດ​ເຮັດ​ໄດ້ດ້ວຍ​ການ​ບ້ວນ​ຖິ້ມ​ທັງ​ໝົດຈາກ​ນັ້ນ​ກໍ​ເອົາ​ນ້ຳ​ມັນ​ເທົ່າ​ຈຳນວນ​ເດີມແລ້ວ​ອົມ​ກົ້ວ​ໃໝ່​ອີກ​ເທື່ອໜຶ່ງຫລື​ບໍ່​ກໍ​ອາດ​ບ້ວນ​ຖິ້ມ​ໄປ​ສ່ວນຫນຶ່ງຫລື​ບາງ​ຄົນ​ອາດຈະ​ບ້ວນ​ຖິ້ມ​​ໜຶ່ງ​ຫລື​ສອງ​ເທື່ອ​ຈົນ​ກວ່າ​ຈະ​ຄົບ20ນາ​ທີຊຶ່ງ​ກໍ່​ວ່າ​ໃຊ້​ໄດ້​ຄືກັນ

ໄລຍະເວລາ​ທີ່​ດີ​ທີ່ສຸດ​ໃນ​ການອົມ​ນ້ຳ​ມັນ​ກົ້ວ​ປາກຄື:ຕອນ​ເຊົ້າ​ກ່ອນ​ທີ່​​ຈະກິນ​ອາຫານ​ເຊົ້າ ຊຶ່ງ​ກໍ​ຄື​ໄລຍະເວລາ​ທີ່​​ທ້ອ​ງວ່າງ​ນັ້ນ​ແຫລະ
ປະໂຫຍດ​ຂອງ​ການ​ອົມ​ນ້ຳ​ມັນ​ກົ້ວ​ປາກ

ເບື້ອງ​ຕົ້ນ​ເລີຍ​ຄືສຸຂະພາບ​ຮ່າງກາຍ​ໂດຍ​ລວມ​ດີ​ຂຶ້ນຕາມ​ມາ​ດ້ວຍ​ສຸຂະພາບ​ທາງ​ຊ່ອງ​ປາກແຂ້ວ​ຈະ​ຂາວ​ຂຶ້ນ​ແລະ​ແໜ້ນ​ຂຶ້ນເຫງືອກ​ແຂງ​ແຮງ​ກະ​ຊັບ​ຂຶ້ນບາງ​ຄົົນທີ່​ມີ​ເຫງືອກ​ສີ​ດຳ​ຄ້ຳ​ຈະ​ຄ່ອຍໆ​ປ່ຽນ​ເປັນ​ສີິບົວ​ຫລາຍ​ຂຶ້ນ​ຕາມ​ລຳ​ດັບອາການ​ສຽວ​ແຂ້ວ​ຈະຫ​ລຸດລົງລົມ​ຫາຍ​ໃຈ​ສະ​ອາດ​ຂຶ້ນບາງ​ຄົົນທີ່​ສູບ​ບຢາກໍ​ຈະ​ມີ​ກິ່ນ​ປາກຫ​ນ້ອຍ​ລົງອາການ​ຮ້ອນ​ໃນ​ແລະ​ບາດແຜ​ໃນ​ປາກ​ທີ່​ເຄີຍ​ເປັນໆ​ຫາຍ​ໆຈະ​ຫ່າງ​ຫາຍ​ໄປ​ຈາກ​ຊີວິດ​

ສາວໆຫລື​ໜຸ່ມໆທີ່​ໃສ່​ໃຈ​ເບິ່ງແຍງ​ຮູບ​ຮ່າງແລະ​ສຸຂະພາບ​ນັ້ນ​ໜ້າ​ຈະ​ໄດ້​ອາ​ນິ​ສົງ​ໄປ​ເຕັມໆ ເພາະ​ຫລາຍ​ຄົນ​ມີ​ອາການ​ໜ້າ​ໃສ​ເດັກນ້ອຍ​ລົງ,​ໜ້າ​ແລະ​ບໍລິເວນ​ກ້ອງ​ຂອບ​ຕາ​ທີ່​ເຄີຍ​  ໝອງ​ຄ້ຳ​ຈະ​ເບິ່ງ​ສົດ​ໃສ​ຂຶ້ນຜິວ​ໜ້າ​ແລະ​ຜິວ​ກາຍ​ນວນ​ນຽນ​ແລະ​ເປັ່ງ​ປັ່ງ​ຂຶ້ນເສັ້ນ​ຜົມ​ທີ່​ເຄີຍ​ແຫ້ງ​ຈະ​ກັບ​ນຸ້ມ​​ເປັນ​ເງົາ​ງາມ​ຂຶ້ນສ່ວນ​ຮາກ​ຜົມ​ຈະ​ແໜ້ນ​ຂຶ້ນສົ່ງ​ຜົນ​ໃຫ້​ຜົມ​ຫລົ່ນ​ຫນ້ອຍ​ລົງ ສ່ວນ​ຜູ້​ທີ່​ມີ​ນ້ຳ​ໜັກ​ເກີນ​ມາດຕະຖານ​ກໍ​ສາມາດ​ຫລຸດ​ນ້ຳ​ໜັກ​ລົງ​ໄດ້​ພຽງ​ແຕ່15ມື້​ກໍ​ເຫັນ​ຜົນ​ແລ້ວລວມ​ເຖິງ​ກິ່ນ​ໂຕຫນ້ອຍ​ລົງ​ຢ່າງ​ເຫັນ​ໄດ້​ແຈ້ງຮີມສົບ​ທີ່​ເຄີຍ​ແຕກ​ແຫ້ງ​ກໍ​ກັບ​ມາ​ນຸ້ມ​ຊຸ່ມ​ຊື່ນ​ກວ່າ​ເກົ່າ

ບົດຄວາມຫຼ້າສຸດ

ປະທ້ວງໃນເມືອງຫຼວງ ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດທະບານທີ່ສໍ້ໂກງ ມູນຄ່າມະຫາສານໃນໂຄງການປ້ອງກັັນນໍ້າຖ້ວມ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ.ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນCatreona Gray, ນາງງາມຈັກກະວານ...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...