spot_img
Homeຂ່າວທ້ອງຖິ່ນອຸດົມໄຊ ແລະ ຜົ້ງສາລີ ສ້າງຄວາມຄວາມເຂົ້າໃຈກ່ຽວກັບການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂຮງຮຽນ

ອຸດົມໄຊ ແລະ ຜົ້ງສາລີ ສ້າງຄວາມຄວາມເຂົ້າໃຈກ່ຽວກັບການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂຮງຮຽນ

Published on

ການປູກຈິດສໍານຶກ ແລະ ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຂື້ນຈາກໄພພິບັດທາງທໍາມະຊາດ ກໍຄືການກຽມຄວາມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນກະທົບຕໍ່ລະບົບນິເວດ ເຮັດໃຫ້ໂລກນັບມື້ມີອຸ່ນຫະພູມສູງຂື້ນ ເຊິ່ງເປັນປັດໃຈເຮັດໃຫ້ເກີດໄພພິບັດທາງທໍາມະຊາດຕ່າງໆຕາມມາຢ່າງຫຼວງຫຼາຍ.

ດັ່ງນັ້ນ, ລະຫວ່າງວັນທີ 16-18 ກໍລະກົດ 2015 ນີ້, ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊໄດ້ຈັດກອງປະຊຸມເຝິກອົບຮົມ ສ້າງຄວາມເຂົ້າໃຈກ່ຽວກັບການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິໃນໂຮງຮຽນ ໃຫ້ແກ່ຜູ້ອໍານວຍການ ແລະ ຄູສອນແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ.

ເປັນປະທານໂດຍ ທ່ານ ສົມບູນ ມາສຸວັນ ເລຂາທິການຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອຢູເນສໂກ, ເຂົ້າຮ່ວມມີ ທ່ານ ຄອນທະວີ ມິ່ງບຸບຜາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ພ້ອມດ້ວຍ ຄະນະອໍານວຍການ, ຄູອາຈານອ້ອມຂ້າງແຂວງທີ່ມາຈາກ 2 ແຂວງເຂົ້າຮ່ວມ.

ການເຝິກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນຈະໄດ້ຮຽນຮູ້ກ່ຽວກັບການສຶກສາເພື່ອການພັດທະນາແບບຍືນຍົງ, ວຽກງານໄພພິບັດໃນຂະແໜງການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງໄພພິບັດແມ່ນສ່ວນໜຶ່ງຂອງການພັດທະນາ, ການສອດແຊກວຽກງານໄພພິບັດເຂົ້າໃນການຮຽນ-ການສອນ, ກິດຈະກໍາປູກຈິດສໍານຶກກ່ຽວກັບໄພພິບັດ, ການກໍ່ສ້າງ ແລະ ຄຸ້ມຄອງໂຮງຮຽນໃຫ້ມີຄວາມປອດໄພຈາກໄພພິບັດ, ການວາງແຜນເພື່ອກະກຽມຮັບມືກັບອັນຕະລາຍ ແລະ ໄພພິບັດທີ່ຈະເກີດຂື້ນໃນໂຮງຮຽນ.

ບັນຫາໂລກຮ້ອນ ແລະ ການປ່ຽນແປງດິນຟ້າອາກາດສາມາດສ້າງຜົນກະທົບທີ່ຮ້າຍແຮງຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຖ້າບໍ່ມີການຕອບໂຕ້ ດັ່ງນັ້ນ, ການມີສ່ວນຮ່ວມໃນການຫຼຸດຜ່ອນຜົນກະທົບຂອງບັນຫາໂລກຮ້ອນ ແລະ ສະພາບດິນຟ້າອາກາດທີ່ປ່ຽນແປງ ແມ່ນໜ້າທີ່ຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ມີສ່ວນຮ່ວມ ເປັນເຈົ້າການຮ່ວມກັນ ໃນການກະກຽມຮັບມືກັບໄພພິບັດທີ່ຈະເກີດຂື້ນ.

1908150_1604839609766860_4692716669265617365_n

11231681_1604839876433500_630460054254951096_n

11403002_1604839893100165_1165267988501945961_n

11693886_1604839593100195_999044269417561839_n

11745567_1604839796433508_5548881990193552459_n

ຂອບໃຈຂ່າວຈາກ: ສກຂ ອຸດົມໄຊ

ບົດຄວາມຫຼ້າສຸດ

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...