spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໄຂມັນຊານຕົວການໄຂມັນອຸດຕັນໃນເສັ້ນເລືອດ

ໄຂມັນຊານຕົວການໄຂມັນອຸດຕັນໃນເສັ້ນເລືອດ

Published on

1361805876197.cached

ອົງການອາຫານແລະຢາຂອງສະ​ຫະລັດອາເມລິກາ ປະ​ກາດ​ຍົກ​ເລິກ​ໃຊ້ໄຂ​ມັນ​ຊານໃນ​ອຸດ​ຫະ​ກຳ​ອາຫານ​ທັງ​ໝົດພາຍ​ໃນ 3 ປີ

FDAຫລືອົງ​ການ​ອາຫານ​ແລະ​ຢາຂອ​ງສະ​ຫະລັດໄດ້​ມີ​ຄຳ​ປະ​ກາດ​ກ່ຽວກັບ​ການ​ຕັດ​ສິນ​ໃຈ ອອກ​ຄຳ​ສັ່ງ​ໃຫ້ອຸດ​ສະ​ຫະ​ກຳ​ອາຫານ​ໃນ​ສະ​ຫະລັດ​ທັງ​ໝົດຍົກ​ເລີກ​ການ​ໃຊ້ໄຂ​ມັນ​ຊານ​ໃນ​ສູດ​ອາຫານ​ທຸກ​ຊະນິດເນື່ອງ​ຈາກ​ທີ່​ຜ່ານມາໄດ້​ມີ​ການສຶກສາ​ວິ​ໄຈ​ຜົນ​ເສຍ​ທີ່​ຮ້າຍແຮງ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ​ວ່າໄຂ​ມັນ​ຊານກໍ່​ໃຫ້​ເກີດ​ພະຍາດກໍ່ຄືພະຍາດ​ຫົວ​ໃຈ,ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ,ພະຍາດ​ຄວາມ​ດັນ​ເລືອດ​ສູງ,ພະຍາດ​ໄຂ​ມັນ​ອຸດ​ຕັນ​ໃນ​ເສັ້ນ​ເລືອດເປັນ​ຕົ້ນໂດຍ​ພະຍາດ​ທີ່​ກ່າວ​ມາ​ທັງ​ໝົດ​ນີ້ລ້ວນ​ເປັນ​ຜົນ​ງານ​ວິ​ໄຈ​ທີ່​ສຶກ​ສາ​ເຖິງ​ຜົນ​ກະທົບ​ທີ່ເກີດຂື້ນ​ຈິງ​ແລ້ວ​ທັງ​ໝົດ

ທີ່​ຜ່ານມາ​ບ້ານເຮົາ​ກໍ​ເຄີຍ​ມີ​ການ​ຕື່ນ​ໂຕ​ຂອງໄຂ​ມັນ​ຊານໃນ​ກຸ່ມ​ຂອງ​ຄົນ​ຮັກ​ສຸຂະພາບ​ເຊັ່ນ​ກັນເນື່ອງ​ຈາກໄຂ​ມັນ​ຊານ​ນັ້ນຈັດ​ເປັນ​ກົດ​ໄຂ​ມັນ​ທີ່​ເກີດ​ຈາກ​ກະ​ບວນ​ການ​ແປ​ຮູບຂອງ​ກົດ​ໄຂ​ມັນ​ບໍ່​ອີ່ມ​ຕົວ​ໃຫ້​ກາຍ​ເປັນກົດ​ໄຂ​ມັນ​ອີ່ມ​ຕົວເຊັ່ນ:ນ້ຳ​ມັນ​ພືດເອີ້ນວ່າ:ກະ​ບວນ​ການ​ໄຮ​ໂດນ​ຈີ​ເນ​ຊັນ(Hy drogenat ion)ເຊັ່ນ:ນ້ຳ​ມັນ​ປາມ,ນ້ຳ​ມັນ​ຖົ່ວ​ເຫລືອງຫລື​ແມ່ນ​ແຕ່​ການ​ແປ​ຮູບ​ໃຫ້​ມີ​ລັກສະນະ​ເປັນ​ເຄິ່ງ​ຂອງ​ແຂງເຊັ່ນ:ມາລ​ກາ​ລີນ​ຫລື​ເນີຍ​ທຽມ,ເນີຍ​ຂາວ,ຄີມ​ທຽມ ເປັນ​ຕົ້ນໂດຍ​ວັດ​ຖຸ​ດິບ​ເຫລົ່າ​ນີ້​ຈະ​ມີ​ຊື່​ເທິງ​ສະ​ຫລາກ​ອາຫານຄື:ກົດ​ໄຂ​ມັນ​ຊະນິດ​ຊານ ຫລື Hydrogenated Oil ຫລື Partially Hydrogenated Oil

ສາເຫດ​ທີ່​ມີ​ການ​ນຳ​ໄຂ​ມັນ​ໄປ​ປ່ຽນ​ເປັນ​ໄຂ​ມັນ​ຊານກໍ​ເນື່ອງ​ຈາກ​ໄຂ​ມັນ​ຊານ​ສາມາດ​ເກັບ​ປິ່ນປົວ​ໄວ້​ໄດ້​ດົນ​ໂດຍ​ບໍ່​ເໝັນ​ຫືນ,ບໍ່​ເປັນ​ໄຂ,ທົນ​ຄວາມ​ຮ້ອນ​ໄດ້​ສູງແລະ​ມີ​ລົດ​ຊາດ​ໃກ້​ຄຽງ​ກັບ​ໄຂ​ມັນ​ຈາກ​ສັດແຕ່​ຈະ​ມີ​ລາ​ຄາ​ທີ່​ຖືກ​ກວ່າບັນດາ​ຜູ້​ປະກອບ​ກິດຈະການ​ອາຫານ​ຕ່າງໆ ມັກ​ນິຍົມ​ນຳ​ໄຂ​ມັນ​ຊານ​ມາ​ໃຊ້​ປະກອບ​ອາຫານ​ຫລວງຫລາຍເພື່ອ​ປະໂຫຍດ​ໃນ​ການ​ຫລຸດ​ຕົ້ນ​ທຶນ​ການ​ຜະລິດ​ລົງເຊັ່ນ:ກຸ່ມ​ອາຫານ​ຟາດຟູດຊຶ່ງ​ໃຊ້​ເປັນ​ນ້ຳ​ມັນ​ສຳລັບ​ຈືນໄກ່,ມັນ​ຝຣັ່ງ​ ໂດ​ນັດຫລື​ການ​ນຳ​ມາ​ໃຊ້​ໃນ​ການ​ປະກອບ​ກິດຈະການ​ເບ​ເກີ​ລີ,ເຂົ້າໜົມ​ກອບ,ຄີມ​ທຽມ ແລະ​ວິບ​ປິ້ງ​ຄີມເປັນ​ຕົ້ນ

ດັ່ງ​ນັ້ນ​ກໍ​ຈະ​ເຫັນ​ໄດ້​ວ່າໃນ​ຊີວິດ​ປະຈຳວັນ​ນັ້ນເຮົາ​ກິນໄຂ​ມັນ​ຊານກັນ​ເຂົ້າໄປ​ໂດຍ​ບໍ່​ຮູ້​ໂຕ ແລະ​ບໍ່​ຮູ້​ປະລິມານ​ທີ່​ບໍລິ​ໂພກ​ເຂົ້າໄປ​ຕໍ່​ມື້​ວ່າ​ຫລາຍ​ນ້ອຍ​ພຽງໃດຈຶ່ງ​ເປັນ​ເລື່ອງ​ທີ່​ຄວນ​ຫັນ​ມາ​ໃຫ້​ຄວາມ​ສົນ​ໃຈ​ໃຫ້​ຫລາຍ​ຂຶ້ນດ້ວຍ​ການ​ເລືອກ​​ອາຫານ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍ ແລະ​ຜ່ານ​ກຳ​ວິທີ​ໃນ​ການ​ປຸງ​ແຕ່ງ​ໃຫ້​ຫນ້ອຍ​ທີ່ສຸດເພື່ອ​ເປັນ​ການ​ເບິ່ງແຍງ​ສຸຂະພາບ​ເບື້ອງ​ຕົ້ນ​ດ້ວຍ​ຕົນ​ເອງ

ບົດຄວາມຫຼ້າສຸດ

ປະທ້ວງໃນເມືອງຫຼວງ ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດທະບານທີ່ສໍ້ໂກງ ມູນຄ່າມະຫາສານໃນໂຄງການປ້ອງກັັນນໍ້າຖ້ວມ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ.ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນCatreona Gray, ນາງງາມຈັກກະວານ...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...