ສາວຊາວຈີນໄຕ້ຫວັນຜູ້ໜຶ່ງ ເປັນໂລກສະໝອງພິການຕັ້ງແຕ່ກຳເນີດ (cerebralpalsy) ບໍ່ສາມາດເຄື່ອນໄຫວໄດ້ຕາມປົກກະຕິ ແລະເວົ້າບໍ່ໄດ້ ແຕ່ດ້ວຍຄວາມມຸ່ງໝັ້ນແລະສັດທາ ລາວສາມາດຮຽນຈົບປະລິນຍາເອກ ຈາກສະຫະລັດອາເມລິກາ ແລ້ວສະແດງທັດສະນະຄະຕິຂອງລາວ ຕາມທີ່ຕ່າງໆ ເພື່ອໃຫ້ກຳລັງໃຈແລະຊ່ວຍເຫຼືອຜູ້ອື່ນ.
ມີເທື່ອໜຶ່ງ ລາວໄດ້ຮັບເຊີນໄປບັນຍາຍດ້ວຍການຂຽນ (ລາວເວົ້າບໍ່ໄດ້ຕ້ອງໃຊ້ວິທີຂຽນ) ຫຼັງຈາກບັນຍາຍແລ້ວໆ ມີນັກຮຽນຜູ້ໜຶ່ງຕັ້ງຄຳຖາມວ່າ:
“ທ່ານຢູ່ໃນສະພາບນີ້ຕັ້ງແຕ່ເກີດເປັນຄົນ ທ່ານເຄີຍຮູ້ສຶກນ້ອຍໃຈບໍ? ແລ້ວທ່ານເບິ່ງໂຕເອງແນວໃດ?”
ຄຳຖາມອັນລະອຽດອ່ອນນີ້ ສ້າງຄວາມຕົກຕະລືງແກ່ຜູ້ເຂົ້າຮ່ວມ ຟັງບັນຍາຍທີ່ສຸດ ຕ່າງຄົນກໍຫ່ວງວ່າ ຄຳຖາມນີ້ ຈະກະທົບຄວາມຮູ້ສຶກຂອງລາວ ປາກົດວ່າ ລາວຫັນໜ້າໄປຍັງແຜ່ນເຈ້ຍ ຂຽນໂຕໜັງສືວ່າ
“ຂ້ອຍເບິ່ງໂຕເອງແນວໃດ?” ລາວປິ່ນໜ້າຍິ້ມໃຫ້ຜູ້ເຂົ້າຮ່ວມປະຊຸມ ແລ້ວຂຽນຂໍ້ຄວາມຕໍ່
1. ຂ້ອຍເປັນຄົນນິໄສໜ້າຮັກ
2. ຂ້ອຍມີຂາທີ່ແຮວງາມດີ
3. ພໍ່ແມ່ຮັກຂ້ອຍ
4. ພະເຈົ້າໄດ້ມອບຄວາມຮັກແກ່ຂ້ອຍ
5. ຂ້ອຍແຕ້ມຮູບໄດ້ ຂ້ອຍແຕ່ງໜັງສືໄດ້
6. ຂ້ອຍມີແມວທີ່ໜ້າຮັກ
ແລະ……
ຂະນະນັ້ນ ໃນຫ້ອງປະຊຸມມິດງຽບ ບໍ່ມີສຽງເວົ້າຈາໃດໆ ເຂົາຫັນກັບມາເບິ່ງທຸກຄົນແລ້ວ ຂຽນຄຳສະຫຼຸບເທິງແຜ່ນເຈ້ຍວ່າ
“ຂ້ອຍເບິ່ງແຕ່ສິ່ງທີ່ຂ້ອຍມີ ບໍ່ໄດ້ເບິ່ງທີ່ຂ້ອຍຂາດເຂີນ”
ຫຼັງຈາກນັ້ນ ສຽງຕົບມືດັງສະໜັ່ນໃນຫ້ອງບັນຍາຍ ພ້ອມທັງນ້ຳຕາທີ່ສະເທືອນໃຈ ຈາກຫຼາຍໆຄົນ ມື້ນັ້ນ ທັດສະນະຄະຕິ ໃນທາງສຸຂະນິຍົມ ແລະບົດພິສູດຂອງລາວ ໄດ້ເພິ່ມກຳລັງໃຈແກ່ຜູ້ຄົນ ຢ່າງຫຼວງຫຼາຍ ລາວເປັນໂລກສະໝອງພິການນີ້ຄື ນາງ ຫວາງເໝີ່ຍຫຼຽນ (Huang Meilian) ສິລະປະສາດດຸດສະດີບັນດິດຈາກ UCLA ຜູ້ເຄີຍຈັດນິທັດສະການຮູບແຕ້ມສ່ວນຕົວ ຫຼາຍໆຄັ້ງໃນໄຕ້ຫວັນ.
“ຂ້ອບເບິ່ງແຕ່ສິ່ງທີ່ຂ້ອຍມີ ບໍ່ເບິ່ງສິ່ງທີ່ຂ້ອຍຂາດເຂີນ ” ຄວາມສຸກບໍ່ໄດ້ຢູ່ທີ່ທ່ານຄອບຄອງ ສິ່ງໃດຫຼາຍປານໃດ ແຕ່ຢູ່ທີ່ທ່ານມີທັດສະນະຄະຕິຈັ່ງໃດ ໃນການເບິ່ງສິ່ງຕ່າງໆ ຈະຫັນມາເບິ່ງສິ່ງທີ່ດີໃນໂຕເອງ ລືມໃນສິ່ງທີ່ປ່ຽນແປງບໍ່ໄດ້ ລືມອະດີດທີ່ຜ່ານໄປ ເບິ່ງໄປທາງໜ້າ ແລ້ວເຮັດມື້ນີ້ໃຫ້ດີທີ່ສຸດ.
ບົດຄວາມຈາກ: http://www.kwamru.com