ຕອນເຊົ້າວັນທີ 13 ກໍລະກົດ 2015 ນີ້, ຢູທີ່ສະໜາມກິລາໃໝ່ຂອງແຂວງ ມ່ວນຊົນຊາວແຂວງອຸດົມໄຊໄດ້ຮ່ວມໃຈກັນອອກມາສະເຫຼີມສະຫຼອງວັນກິລາ-ກາຍະກໍາແຫ່ງຊາດ, ວັນໂອແລມປິກແຫ່ງຊາດ ແລະ ວັນໂອແລມປິກສາກົນ ເປັນຂະບວນການຟົດຟື້ນ, ເຂົ້າຮ່ວມມີ ທ່ານ ຄໍາພຽງ ຢ່າຈົງວາ ຄະນະປະຈໍາພັກແຂວງ, ທ່ານ ສີວັນສອນ ວົງລ້ວມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍ ພະແນກແນກການອ້ອມຂ້າງ ແລະ ມວນຊົນພາຍໃນເທສະບານແຂວງເຂົ້າຮ່ວມ.
ທ່ານ ສີວັນສອນ ວົງລ້ອມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ໄດ້ຂື້ນຜ່ານປະຫວັດການກໍາເນີດວັນກິລາ ກາຍະກໍາແຫ່ງຊາດ 13 ກໍລະກົດ ຄົບຮອບ 49 ປີ (1966-2015), ວັນໂອແລມປິກແຫ່ງຊາດ 25 ທັນວາ ຄົບຮອບ 37 ປີ (1978-2015) ແລະ ວັນໂອແລມປິກສາກົນ 23 ມີຖຸນາ ຄົບຮອບ 121 ປີ (1894-2015), ໃຫ້ມວນຊົນເຂົ້າຮ່ວມໄດ້ຮູ້ເຖິງຄວາມໝາຍ ຄວາມສໍາຄັນຂອງວັນດັ່ງກ່າວ ຈາກນັ້ນ ກໍໄດ້ເລີ່ມພາກັນຍ່າງມາລະທອນໄປຕາມເສັ້ນທາງຫຼວງອ້ອມເທສະບານແຂວງ ແລ້ວມຸ່ງໜ້າເຂົ້າສູ່ສະໜາມກິລາຄືເກົ່າ, ສືບຕໍ່ຈັດຮູບແຖວຫັດກາຍະບໍລິຫານປະກອບສຽງເພງ ເປັນຂະບວນການຝົດຟື້ນ, ມ່ວນຊື່ນ, ສ້າງໃຫ້ມີສຸຂະພາບແຂງແຮງ ແລະ ເປັນການປູກຈິດສໍານຶກໃຫ້ມ່ວນຊົນຫັນມາໃສ່ໃຈສຸຂະພາບຂອງຕົນ ດ້ວຍການອອກກໍາລັງກາຍ ຫຼາຍຂື້ນ.
ການສ້າງຂະບວນການຕ້ອນຮັບວັນດັ່ງກ່າວນີ້, ທາງພະແນກສຶກສາທິການ ແລະ ກິລາ ແມ່ນຍັງໄດ້ຈັດການແຂ່ງຂັນກິລາເປຕັງຊິງຂັນທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ, ໃນຄັ້ງວັນທີ 10-12 ກໍລະກົດ ຜ່ານມານີ້, ຢູ່ທີຮ້ານອາຫານສົມໃຈ ບ້ານດອນໄຊ ເມືອງໄຊ ທັງເປັນການຄັດເລືອກເອົານັກກິລາເປຕັງສີມືດີ ກຽມເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີແຂວງຊຽງຂວາງເປັນເຈົ້າພາບໃນປີ 2017 , ການແຂ່ງຂັນໃນຄັ້ງນີ້ແບ່ງອອກເປັນ 2 ປະເພດຄື ປະເພດຍິງ ແລະ ຊາຍ ມີທິມເຂົ້າຮ່ວມແຂ່ງຂັນທັງໝົດ 62 ທິມ, ຍິງ 22 ທິມ, ປະເພດຊາຍແບ່ງອອກເປັນ 12 ສາຍ ສ່ວນປະເພດຍິງແບ່ງອອກເປັນ 8 ສາຍ, ເພື່ອຊິງເອົາລາງວັນ ຊະນະເລີດໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ຮອງຊະນະເລີດ ຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ, ປະເພດທີ 3 ໄດ້ຮັບເງິນສົດ 700.000 ກີບ ແລະ ທີ 4 ປະເພດລາງວັນຊົມເຊີຍ ໄດ້ຮັບເງິນສົດ 500.000 ກີບ.
ຜ່ານການແຂ່ງຂັນຜົນປາກົດວ່າ: ທິມຊາຍ ປະເພດທີ 1 ປກສ ແຂວງ, ທີ 2 ຫ້ອງວ່າການປົກຄອງແຂວງ, ທີ 3 ທິມເພື່ອນເຮົາ ແລະ ທີ 4 ປະເພດລາງວັນຊົມເຊີຍ ຫ້ອງວ່າການປົກຄອງເມືອງໄຊ. ສ່ວນທິມຍິງ ປະເພດທີ 1 ພະແນກຍຸດຕິທໍາ, ທີ 2 ລັດວິສາຫະກິດນໍ້າປະປາ, ທີ 3 ປສກ ແຂວງ ແລະ ທີ 4 ປະເພດລາງວັນຊົມເຊີຍແມ່ນທິມ ປກຊ ແຂວງ.