spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫລວດບໍລິຄຳໄຊ ມ້າງແກ໊ງປຸ້ນຈີ້ - ຊີງຊັບ ດຳເນີນຄະດີຫລາຍລາຍ!

ຕຳຫລວດບໍລິຄຳໄຊ ມ້າງແກ໊ງປຸ້ນຈີ້ – ຊີງຊັບ ດຳເນີນຄະດີຫລາຍລາຍ!

Published on

thief+gang

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ສາມາດມ້າງແກ໋ງທີ່ເຄື່ອນ ໄຫວ ກໍ່ຄວາມບໍ່ສະຫງົບໃນແຂວງຂອງຕົນມາດຳເນີນຄະດີຕາມລະບຽບກົດ ໝາຍ, ຊຶ່ງມີຜູ້ກະທຳຜິດຄື ທ້າວ ວັນນະວົງ ອາຍຸ 22 ປີ ທ້າວ ກົງທອງ ອາຍຸ 20 ປີ ຢູ່ບ້ານໂພສີ, ທ້າວ ໂມນິກ ອາຍຸ 19 ປີຢູ່ບ້ານນ້ຳງຽບ, ທ້າວ ໝອນ ອາຍຸ 21 ປີ, ທ້າວ ມຸກສະຫວັນທອງ ອາຍຸ 19 ປີ ຢູ່ບ້ານໂພໄຊ, ທ້າວ ສຸລິພອນ ອາຍຸ 21 ປີ, ທ້າວ ລອຍ ອາຍຸ 23 ປີຢູ່ບ້ານໂພນສະອາດ ແລະ ທ້າວ ພັນມະນີ ອາຍຸ 22 ປີຢູ່ບ້ານອານຸສອນໄຊ ເມືອງປາກຊັນແຂວງດັ່ງກ່າວ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພວກກ່ຽວຍັງເປັນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ ເນື່ອງຈາກເປັນກຸ່ມແກ໋ງເຄື່ອນໄຫວກໍ່ຄວາມບໍ່ສະຫງົບຕໍ່ສັງຄົມຫລາຍຄັ້ງເຊັ່ນ: ປຸ້ນຈີ້-ຊິງຊັບ, ລັກຊັບ ແລະ ພົວພັນ ກັບຢາເສບຕິດ ອັນໄດ້ສ້າງຄວາມເສຍຫາຍແກ່ຊັບສີນຂອງພົນລະເມືອງມາແລ້ວນັບບໍ່ຖ້ວນຈຶ່ງຖືກຈັບຕົວມາດຳເນີນຄະ ດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...