spot_img
Homeວິທະຍາສາດ-ວິທະຍາການເປັນຫຍັງຜີຈຶ່ງອຳ?

ເປັນຫຍັງຜີຈຶ່ງອຳ?

Published on

83aaa6f4b49fee5ffad94580d494779f

ເຄີຍຮູ້ສຶກຄືກັບມີຜູ້ຍິງນຸ່ງຊຸດຂາວ ມານັ່ງທັບໜ້າເອິກເໜັງບໍ່ໄດ້ ມືນຕາກໍບໍ່ໄດ້ຫຼືບໍ່? ບົດສູດມົນໃດນຶກໄດ້ກໍຄົງທ່ອງ ອອກມາໝົດແລ້ວແມ່ນບໍ? ບາງຄົນສູດມົນກໍແລ້ວ ຕໍ່ວ່າຜີກໍແລ້ວ ສຸດທ້າຍກໍຍັງເໜັງບໍ່ໄດ້ ຫຼັບໃສ່ຜີກໍຄົງມີຫຼາຍສົມຄວນ ແຕ່ຮູ້ຫຼືບໍ່ວ່າ ຜີອຳແທ້ຈິງແລ້ວ ມັນຄືອາການຜິດປົກກະຕິຂອງຮ່າງກາຍ ແບບໜຶ່ງ.

ຕ້ອງຂໍອະທິບາຍເຖິງໄລຍະການນອນຫຼັບ ຂອງຄົນໂດຍປົກກະຕິເສຍກ່ອນ ເຊິ່ງໄລຍະເວລາການນອນຫຼັບນັ້ນ ແບ່ງອອກໄດ້ 2 ໄລຍະ ຄື

1. REM sleep (Rapid Eye Movement Sleep) ເປັນໄລຍະການນອນທີ່ກິນເວລາ ຂອງການນອນປະມານ 20-25% ຂອງການນອນທັງໝົດ ມີການເຫຼືອກຕາໄປມາຢ່າງແຮງ ການຫຼັບໃນໄລຍະນີ້ ສະໝອງຈະເຮັດວຽກໜັກທີ່ສຸດ ແລະຄວາມຝັນຈະເກີດໃນໄລຍະນີ້ ອີກທັງການນອນຫຼັບໃນໄລຍະນີ້ ຮ່າງກາຍຈະມີການເຄື່ອນໄຫວໜ້ອຍ ຄ້າຍກັບອາການອຳມະພາດ ເຊິ່ງອາດຈະເປັນເພາະວ່າຮ່າງກາຍ ມີກົນໄກການປ້ອງກັນໂຕຕໍ່ຄວາມຝັນ ໝາຍຄວາມວ່າເວລາທີ່ເຮົາຝັນຮຸນແຮງ ລົບລາຂ້າຟັນ ແຄ່ງຂາຂອງເຮົາອາດຈະຟາດເຂົ້າກັບ ຂອບຕູ້ຫຼືຕົກຈາກຕຽງໄດ້ ຮ່າງກາຍຈຶ່ງປັບການຕຶງໂຕ ຂອງກ້າມຊີ້ນລາຍຫຼຸດລົງ ເພື່ອຫຼຸດອາການບາດເຈັບໃນຂະນະ ທີ່ກຳລັງຝັນຢ່າງເມົາມັນ.

2. Non-REM Sleep (Non Rapid Eye Movement Sleep) ເປັນໄລຍະການນອນຫຼັບທີ່ເປັນ ໄລຍະຫຼັບເລິກ ເປັນໄລຍະທີ່ຮ່າງກາຍຈະຢູ່ໃນຄວາມສະຫງົບ ລົມຫາຍໃຈສະໝ່ຳສະເໝີ ເຊິ່ງເປັນໄລຍະການນອນ ທີ່ຮ່າງກາຍໄດ້ພັກຜ່ອນຫຼາຍທີ່ສຸດ ເຊິ່ງແບບລະດັບການນອນຫຼັບເລິກໄດ້ 4 ລະດັບ ໂດຍຮອບໄລຍະຂອງການນອນຫຼັບນັ້ນ ເມື່ອເຮົາເລິ່ມຫຼັບ ຈະເລິ່ມເຂົ້າສູ່ Non-REM sleep ໄລຍະທີ 1-4 ແລ້ວຖອຍກັບຈາກໄລຍະ 4, 3, 2, 1 ແລ້ວຄ່ອຍເຂົ້າສູ່ຊ່ວງ REM sleep ແລ້ວຈຶ່ງເລິ່ມກັບມາເຂົ້າສູ່ໄລຍະ Non-REM sleep ໄລຍະທີ່ 1, 2, 3, 4 ໃໝ່ ຈາກຈຸດທີ່ເລິ່ມຕົ້ນຂອງ REM sleep ໄປສູ່ຈຸດເລິ່ມຕົ້ນຂອງ REM sleep ຮອບໃໝ່ ເຮົາເອີ້ນວ່າ ໜຶ່ງຮອບການນອນ (1 Sleep Cycle) ໂດຍໃນ 1 ຮອບ ຈະກິນເວລາປະມານ 80-90 ນາທີ ເຊິ່ງໃນໜຶ່ງຄືນຈຳນວນຮອບຂອງການນອນນີ້ ຈະຢູ່ທີ່ 3-6 ຮອບ.
b90ec648d171feaa0dd725d7fe35ad68

ບາດນີ້ມາວ່າດ້ວຍເລື່ອງຜີອຳ ຜີອຳ (sleep paralysis) ເປັນອາການຜິດປົກກະຕິທາງການ ນອນຫຼັບຢ່າງໜຶ່ງທີ່ເກີດຂຶ້ນ ກ່ອນທີ່ຈະສິ້ນສຸດໄລຍະການນອນໃນໄລຍະ REM Sleep ກ່າວຄື ຮ່າງກາຍເຮົາຕື່ນຂຶ້ນມາກ່ອນທີ່ຈະໝົດໄລຍະ REM sleep ຮ່າງກາຍພໍຈະຮູ້ສຶກໂຕແລ້ວ ແຕ່ຍັງເໜັງບໍ່ໄດ້ ເນື່ອງຈາກຊ່ວງ  REM sleep ຈະເປັນຊ່ວງການນອນຫຼັບທີ່ຮ່າງກາຍ ປັບໃຫ້ມີການເຄື່ອນໄຫວໄດ້ໜ້ອຍ ຄ້າຍຄືຄົນເປັນອຳມະພາດ ເພື່ອປ້ອງກັນການບາດເຈັບໃນເວລາຝັນ ເຮົາຈຶ່ງມີອາການເຄິ່ງຫຼັບເຄິ່ງຕື່ນ ຄ້າຍກຳລັງຝັນແຕ່ກໍຄືກັບຕື່ນແລ້ວ ພຽງແຕ່ຮູ້ສຶກບໍ່ສະບາຍໂຕ ແໜ້ນໜ້າເອິກຄືມີໃຜມານັ່ງເຕັງ ຍົກແຂນຂາບໍ່ໄດ້ ລວມທັງ ສົ່ງສຽງຮ້ອງເອີ້ນໃຜກໍບໍ່ໄດ້ ເປັນຢູ່ຈັ່ງຊີ້ບໍ່ດົນ ໃຊ້ເວລາຕັ້ງແຕ່ 1 ວິນາທີ ໄປຈົນເຖິງນາທີ ບາງຄົນອາດຈະມີອາການຫຼອນຮ່ວມເຂົ້ານຳ ທັງຫຼອນວ່າບິນໄດ້ ຫຼືມີໃຜມາຢືນຈ້ອງຕາ ບາງຄົນກໍຫຼອນຈາກການໄດ້ຍິນສຽງຫົວ ຫຼືສຽງຄົນລົມກັນຂ້າງຫູ ເຊິ່ງອາການຫຼອນອາດຈະສຳພັນກັບ ເຫດການໃນຊີວິດປະຈຳວັນ ທີ່ເຮົາພົບພໍ້ເປັນເຫດການ ຫຼື ສະຖານະການທີ່ເຮັດໃຫ້ເຮົາ ເຄັ່ງຄຽດແລະກັງວົນໃຈ.

ສາເຫດທີ່ເຮົາຖືກຜີອຳເລື້ອຍໆ ນັ້ນ ເນື່ອງຈາກການມີພຶດຕິກຳການນອນ ທີ່ບໍ່ດີ ມັກອົດຫຼັບອົດນອນ ຫຼືນອນບໍ່ເປັນເວລາ ມີຄວາມຄຽດຄວາມກັງວົນ ຫຼືເມື່ອຍເພຍສະສົມ ການຮັບປະທານອາຫານ ຫຼືເຄື່ອງດື່ມ ທີ່ປະສົມກາເຟອີນກ່ອນນອນ ການດື່ມເຫຼົ້າ ສູບຢາ ລວມທັງການເຮັດວຽກໜ້າຈໍຄອມ ຫຼືຫຼິ້ນໂທລະສັບກ່ອນນອນພ້ອມ. ແຕ່ຖ້າບໍ່ຢາກໃຫ້ຜີອຳແລ້ວ ກໍຕ້ອງເຮັດກົງກັນຂ້າມກັບທີ່ກ່າວມາ ແລະເຮັດເພິ່ມໃນເລື່ອງຂອງການ ເຂົ້ານອນກ່ອນຈະຫິວນອນ ນອນໃນຫ້ອງນອນທີ່ໃຊ້ສຳລັບນອນແທ້ໆ (ຫ້ອງນອນທີ່ມີແຕ່ເຄື່ອງນອນ) ປັບແສງໃຫ້ພໍດີ ຫຼືອາດຈະນັ່ງສະມາທິ ເຝິກລົມຫາຍໃຈກ່ອນນອນ ເພື່ອຜ່ອນຄາຍແດ່ກໍບໍ່ວ່າກັນ ເພື່ອສຸຂະອະນາໄມການນອນທີ່ເໝາະສົມ ແຕ່ຖ້າປັບປ່ຽນພຶດຕິກຳການນອນແລ້ວ ຜີກໍຍັງມາລົບກວນ ກໍຄວນພົບແພດ ເພາະການນອນຫຼັບທີ່ບໍ່ໄດ້ຄຸນນະພາບ ອາດຈະສົ່ງຜົນຕໍ່ໂລກໄພຕ່າງໆ ເຊັ່ນ ໂລກຄວາມດັນເລືອດສູງ, ໂລກຫຼອດເລືອດສະໝອງ, ໂລກຊຶມເສົ້າ ໄປເຖິງຄວາມຈື່ຈຳແລະສຸຂະພາບ ທາງຈິດນຳອີກ. ເຫັນບໍວ່າ ຕໍ່ໃຫ້ມີໝໍຜີຂັ້ນເທບ ມາປາບຜີອຳປານໃດ ກໍຄົງເຮັດໄດ້ຍາກ ຖ້າບໍ່ຮູ້ຈັກ ເບິ່ງແຍງສຸຂະພາບຮ່າງກາຍ ແລະຈິດໃຈຂອງໂຕເອງໃຫ້ດີ.

ທີ່ມາຂອງຂໍ້ມູນ: haamor.com

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...