spot_img
Homeຂ່າວຕ່າງປະເທດກຳປູເຈຍສົ່ງເຂົ້າອອກຂາຍຕ່າງປະເທດ 6​ ເດືອນຕົ້ນປີນີ້ ເພີ່ມຂຶ້ນເກືອບ 60%!

ກຳປູເຈຍສົ່ງເຂົ້າອອກຂາຍຕ່າງປະເທດ 6​ ເດືອນຕົ້ນປີນີ້ ເພີ່ມຂຶ້ນເກືອບ 60%!

Published on

Farmers collect rice in a rice paddy field in Kandal province

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກໍລະກົດຜ່ານມານີ້ວ່າ ກຳປູເຈຍໄດ້ສົ່ງອອກເຂົ້າໄປແລ້ວ 283,825 ໂຕນ ໃນໄລຍະ 6 ເດືອນຕົ້ນປີ 2015 ນີ້ ເຊິ່ງເພີ່ມຂຶ້ນຈາກໄລຍະດຽວກັນຂອງປີກາຍເຖິງ 59.9% ໂດຍຂໍ້ມູນຈາກສຳນັກງານບໍລິການພິທີການສົ່ງອອກເຂົ້າຂອງກຳປູເຈຍລະບຸວ່າ ມີບໍລິສັດ 72 ແຫ່ງ ໄດ້ສົ່ງອອກເຂົ້າກຳປູເຈຍ ໄປຍັງ 51 ປະເທດ ແລະ ເຂດແຄ້ວນທົ່ວໂລກ ໂດຍຜູ້ຊື້ລາຍໃຫຍ່ 3 ອັນດັບຕົ້ນແມ່ນ ຈີນ, ຝຣັ່ງ ແລະ ໂປໂລຍ.

ທັງນີ້ ກຳປູເຈຍສາມາດຜະລິດເຂົ້າໄດ້ຫລາຍກ່ວາ 9 ລ້ານໂຕນຕໍ່ປີ ແລະ ມີເຫລືອສົ່ງອອກຂາຍໃນແຕ່ລະປີ ຫລາຍກ່ວາ 3 ລ້ານໂຕນ ໂຍສະເພາະໃນປີ 2010 ເປັນຕົ້ນມາ ກຳປູເຈຍໄດ້ດຳເນີນຍຸດທະສາດສົ່ງເສີມເຂົ້າ ໂດຍຕັ້ງເປົ້າສົ່ງອອກ 1 ລ້ານໂຕນ ພາຍໃນປີ 2015 ນີ້.


ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...