spot_img
Homeຂ່າວພາຍ​ໃນເມືອງ​ມໍ­ລະ­ດົກ ວາງ​ງົບ​ເກືອບ 6 ຕື້ ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ ຮອງ​ຮັບ AEC

ເມືອງ​ມໍ­ລະ­ດົກ ວາງ​ງົບ​ເກືອບ 6 ຕື້ ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ ຮອງ​ຮັບ AEC

Published on

ເມືອງ​ມໍ­ລະ­ດົກ ວາງ​ງົບ​ເກືອບ 6 ຕື້ ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ ຮອງ​ຮັບ AEC

 

ການ​ຮວມ​ໂຕ​ຂອງ​ບັນ­ດາ​ປະເທດ​ສະ­ມາ­ຊິກ​ອາ​ຊຽນ ໃນ​ຂອບຂອງ​ການ​ເຊື່ອມ​ໂຍງ​ເສດ­ຖະ­ກິດອາຊຽນ ຫຼື AEC ຈະ​ສົ່ງ​ຜົນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ຈະ​ເຂົ້າ​ມາໃນ​ແຂວງ​ຫຼວງ​ພະ​ບາງ ​ເພີ່ມ​ຂຶ້ນ ເຮັດໃຫ້​ແຂວງ​ດັ່ງ­ກ່າວວາງ​ງົບ 5,7 ຕື້​ກວ່າ​ກີບ ເຂົ້າ​ໃນ​ການ​ພັດທະ​ນາ​ແຫຼ່ງ​ທ່ອງ​ທ່ຽວ ເພື່ອ​ຮອງຮັບ​ກັບການ​ເຊື່ອມ​ໂຍງ​ດັ່ງ­ກ່າວ ໃນ​ປີ 2015.

ທ່ານ ດຣ.ຄຳ​ແພງ ໄຊ​ສົມແພງ ເຈົ້າ­ແຂວງ​ຫຼວງ​ພະ​ບາງ ກ່າວ​ວ່າ: ເພື່ອ​ເປັນ​ການ​ເພີ່ມ​ຂີດຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ຮອງ​ຮັບ​ຈຳ­ນວນ​ນັກ​ທ່ອງທ່ຽວ​ທີ່​ຈະ​ເພີ່ມ​ຂຶ້ນ ພາຍ­ຫຼັງ​ທີ່ ສປປ ລາວ ໄດ້ເຂົ້າ​ເປັນ​ສະ­ມາ­ຊິກປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ ຫຼື AEC ຫຼວງ​ພະ​ບາງ ໄດ້​ກຳ­ນົດຍຸດ​ທະ​ສາດ​ພັດ­ທະ­ນາ​ທ່ອງ​ທ່ຽວແບບ​ໃໝ່ ເພື່ອ​ດຶງ​ດູດ​ນັກ​ທ່ອງທ່ຽວ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ.

ເພື່ອ​ເຮັດ​ໃຫ້​ຂະ­ແໜງ­ການ​ທ່ອງທ່ຽວ​ຂອງ​ຫຼວງ​ພະ​ບາງ ​ມີ​ລາຍຮັບ​ເພີ່ມ​ຂຶ້ນ ແຂວງ​ຫຼວງ​ພະ​ບາງ ຈະປັບ­ປຸງ ແລະ ພັດ­ທະ­ນາ​ການທ່ອງ​ທ່ຽວ​ຫຼາຍ​ໂຄງ­ການ ໂຄງການ​ທີ່​ໃຫຍ່​ກວ່າ​ໝູ່​ແມ່ນ​ໂຄງການ​ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວເຂດ​ເມືອງ​ມໍ­ລະ­ດົກ​ໂລກ ມີ​ມູນຄ່າ 2,5 ຕື້​ກີບ ຮອງ​ມາ​ແມ່ນໂຄງ­ການ​ປັບ­ປຸງແຫຼ່ງ​ທ່ອງ​ທ່ຽວ​ທີ່​ເປັນ​ຖ້ຳ ມູນ​ຄ່າ 1,2 ຕື້​ກີບ ປັບ­ປຸງຕາດ​ກວາງ­ຊີ 750 ລ້ານ​ກີບ ພັດທະ​ນາ​ການ­ທ່ອງ­ທ່ຽວ ເມຶອງ​ພູຄູນ 750 ລ້ານ​ກີບ ແລະ ໂຄງການ​ພັດ­ທະ­ນາ​ທ່ອງ​ທ່ຽວ​ເມືອງງອຍ-ນ້ຳ​ບາກ ມູນ​ຄ່າ 550 ລ້ານກີບ.

ນອກ­ຈາກ​ການ​ປັບ­ປຸງ ແລະ ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ​ຕາມຈຸດ​ສຳ­ຄັນ​ຕ່າງໆ​ທີ່​ເຫັນ​ວ່າ ເປັນຈຸດ​ສົນ­ໃຈແກ່​ນັກ​ທ່ອງ​ທ່ຽວ​ແລ້ວ ຫຼວງ​ພະ​ບາງ ຍັງ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຈັດ​ກິດ­ຈະ­ກຳ​ຕ່າງໆ ແນ­ໃສ່​ສົ່ງ­ເສີມຮີດ­ຄອງ​ປະ­ເພ­ນີ ເປັນ­ຕົ້ນແມ່ນ​ງານ​ແກະ­ສະ­ຫຼັກ ຜະ­ລິດ​ຕະ​ພັນ​ຈັກ­ສານ ໄມ້­ປ່ອງ ຫວາຍ ແຜ່ນ­ແພ ເຄື່ອງ​ເງິນ-ຄຳ ແລະ ອື່ນໆ ທີ່​ສະ­ແດງ​ເຖິງ​ວິ­ຖີ​ຊີວິດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າແບບ​ດັ້ງ­ເດີມ.

ພ້ອມ​ນັ້ນ ເພື່ອ​ຮອງ​ຮັບ​ຈຳນວນ​ນັກ​ທ່ອງ​ທີ່​ຈະ​ເພີ່ມ​ຂຶ້ນ ພາຍຫຼັງ​ການ​ເຂົ້າ​ເປັນ​ສະ­ມາ­ຊິກ​ປະ­ຊາຄົມເສດ­ຖະ­ກິດ​ອາ​ຊຽນ​ ໃນ​ປີ 2015 ຫຼວງ​ພະ​ບາງ ໄດ້​ມີ​ການປັບ­ປຸງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ເປັນຖະ­ໜົນ​ຫົນ­ທາງ​ໃນ​ຕົວ​ເມືອງ ສ້າງ​ຂົວ ແລະ ຂະ­ຫຍາຍ​ສະໜາມ​ບິນ​ໃນ​ລະ­ດັບ​ມາດ­ຖານສາ­ກົນ ສາ­ມາດ​ຮອງ​ຮັບເຮືອ­ບິນຂະ­ໜາດ​ໃຫຍ່​ແອ​ບັດ 4 ລຳ ແລະ ຂະ­ໜາດ​ນ້ອຍ​ໄດ້​ອີກ 3 ລຳ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...