spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງຄຳເກີດ ຈັບຜູ້ຄ້າຂາຍຢາເສບຕິດ ໄດ້ຂອງກາງ 500 ກ່ວາເມັດ!

ປກສ ເມືອງຄຳເກີດ ຈັບຜູ້ຄ້າຂາຍຢາເສບຕິດ ໄດ້ຂອງກາງ 500 ກ່ວາເມັດ!

Published on

image001

ເມື່ອບໍ່ດົນນີ້,ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງ ຄຳເກີດ ແຂວງບໍລິຄຳໄຊ ໄດ້ເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າຢາເສບຕິດຫລັງໜຶ່ງ ຢູ່ບ້ານ ໂພນເມືອງນ້ອຍ ເມືອງຄຳເກີດ ຫລັງຈາກໄດ້ຮັບແຈ້ງຈາກພົນລະເມືອງດີວ່າເຮືອນ ຫລັງດັ່ງກ່າວເປັນບ່ອນ ມົ້ວສຸມຂອງກຸ່ມໄວໜຸ່ມ ແລະ ຜ່ານການກວດຄົ້ນ ຂອງເຈົ້າໜ້າທີ່ພົບເຫັນຂອງກາງຢາບ້າຈຳນວນ506ເມັດທີ່ຊຸກເຊື່ອງໄວໃນເຮືອນ ແລະ ຈັບຕົວເຈົ້າຂອງເຮືອນຊື່ທ້າວ ມູນ ອາຍຸ54ປີ,ພ້ອມຫລານຊາຍຊື່ທ້າວ ກາວຊົງ ອາຍຸ15ປີ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສອບສວນ-ສືບສວນຂອງເຈົ້າໜ້າທີ່ທັງສອງຮັບສາລະພາບ: ໄດ້ພົວພັນ ແລະ ນຳເອົາຢາບ້າມາຂາຍໃຫ້ກຸ່ມ ໄວໜຸ່ມຢູ່ເຂດບ້ານຂອງຕົນ ແລະ ບ້ານໃກ້ຄຽງແລ້ວຫລາຍຄັ້ງແລ້ວ, ສ່ວນຢາບ້າທີ່ນຳມາຂາຍແຕ່ລະຄັ້ງແມ່ນມີບຸກ ຄົນບໍ່ ຮູ້ຊື່ນຳມາສົ່ງໃຫ້ຢູ່ເຮືອນ ແລະ ຖືກເຈົ້າໜ້າທີ່ຈັບຕົວໄດ້ໃນຄັ້ງນີ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...