spot_img
Homeຂ່າວການພັດທະນາຜູ້ມີດິນຕິດທາງ 450 ປີ ບໍ່ເຂົ້າຮັບເອົາຄ່າຊົດເຊີຍກາຍ 2 ເດືອນຈະຖືກຕັດສິດ

ຜູ້ມີດິນຕິດທາງ 450 ປີ ບໍ່ເຂົ້າຮັບເອົາຄ່າຊົດເຊີຍກາຍ 2 ເດືອນຈະຖືກຕັດສິດ

Published on

450 year way

ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າຄະນະກຳມະການແກ້ໄຂບັນຫາ ການຫັນຊັບສິນ ເປັນທຶນ ຖະໜົນວຽງຈັນ 450 ປີ ໄດ້ອອກແຈ້ງການເລກທີ 228/ຈນວ ເຖິງບັນດາເຈົ້າຂອງທີ່ດິນຢູ່ເຂດ ສະຫງວນເບື້ອງລະ 50 ແມັດ ສອງຟາກຖະໜົນວຽງຈັນ 450 ປີ ໃຫ້ມາຮັບເອົາຄ່າຊົດເຊີຍ ຫລື ຊື້ສິດນຳ ໃຊ້ທີ່ດິນນຳຄະນະກຳມະການ ນະ ຄອນຫລວງວຽງຈັນ ຖ້າຫາກກາຍກຳ ນົດພາຍໃນ 2 ຈະຖືກສະລະສິດ ໂດຍບໍ່ໃຫ້ມີການຕໍ່ວ່າແຕ່ຢ່າງໃດ.

ແຈ້ງການສະບັບດັ່ງກ່າວໄດ້ມີຂຶ້ນໃນຄັ້ງວັນທີ 17 ມິຖຸນານີ້ ໂດຍໄດ້ເນັ້ນວ່າ: ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ຫົວໜ້າຄະນະກຳມະການແກ້ໄຂບັນຫາການຫັນຊັບສິນເປັນທຶນ ດິນສອງຟາກທາງ 450 ປີ ຂໍຖືເປັນກຽດແຈ້ງການເຊີນມາ

ຍັງບັນດາທ່ານຜູ້ທີ່ມີດິນຢູ່ເຂດສະຫງວນສອງຟາກທາງ 450 ປີ ຈົ່ງເຂົ້າ ມາພົວພັນຮັບເອົາຄ່າຊົດເຊີຍ ຫລື ຈ່າຍເງິນ ຄ່າຊື້ສິດນຳໃຊ້ທີ່ດິນຄືນນຳຄະນະກຳມະການຢູ່ບ້ານໂພນທອງ ຖະໜົນວຽງຈັນ 450 ປີ ເມືອງໄຊເສດຖາ ໃນໂມງລັດຖ ະການ. ຄືດັ່ງທີ່ຮູ້ນຳກັນແລ້ວວ່າ: ໃນປີ 2012 ໂດຍໄດ້ຮັບການເຫັນດີຈາກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ອອກຂໍ້ຕົກລົງສະບັບເລກທີ 617/ຈນວ, ລົງວັນທີ 30 ພຶດສະພາ 2012 ໃນຂໍ້ຕົກລົງໄດ້ລະບຸຢ່າງຈະແຈ້ງໃຫ້ເຈົ້າຂອງ ດິນເດີມມີສິດຊື້ຄືນຈຳນວນ 536 ຕອນ ທີ່ນອນໃນເຂດສະຫງວນເບື້ອງລະ 50 ແມັດຂອງຖະໜົນ 450 ປີ, ກຳນົດບໍ່ໃຫ້ກາຍ 3 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ຖ້າຫາກກາຍກຳນົດ 3 ເດືອນ ຍັງບໍ່ມາຮັບເອົາຄ່າຊົດເຊີຍ ໃບຕາດິນເດີມຈະຖືກ ລຶບລ້າງບໍ່ມີມູນຄ່າໃຊ້ໄດ້ທາງກົດໝາຍຖືວ່າດິນແຕ່ລະຕອນແມ່ນສະລະສິດ ແລະ ຕົກເປັນຂອງລັດໂດຍກົງ.

ມາຮອດປັດຈຸບັນໄດ້ມີເຈົ້າຂອງດິນເດີມມາຊື້ສິດນຳໃຊ້ ແລະ ມອບໃບຕາດິນໃຫ້ນະຄອນຫລວງວຽງຈັນແລ້ວ ຈຳນວນ 300 ກວ່າຕອນ, ຖ້າທຽບໃສ່ຈຳນວນເຈົ້າຂອງດິນເດີມແມ່ນກວມເອົາ 80%, ຍັງອີກພຽງ 20% ເທົ່ານັ້ນທີ່ຍັງບໍ່ທັນ ມາຮັບເອົາຄ່າຊົດເຊີຍ ແລະ ຊື້ສິດນຳໃຊ້ທີ່ດິນຄືນເຮັດໃຫ້ການປະຕິ ບັດຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນ ຖືກແກ່ຍາວມາເປັນເວລາ 3 ປີ ອັນໄດ້ສົ່ງຜົນກະທົບຕໍ່ ການຫັນຊັບສິນເປັນທຶນເພື່ອເອົາເງິນໄປຊຳລະໜີ້ຄ່າກໍ່ສ້າງເສັ້ນທາງ 450 ປີ ໃຫ້ແກ່ທະນາຄານ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງເສັ້ນທາງດັ່ງກ່າວເປັນເວລາ 8 ປີແລ້ວ. ດ້ວຍເຫດນັ້ນ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າຄະນະກຳມະການແກ້ໄຂບັນຫາຫັນຊັບສິນເປັນທຶນຂອງນະຄອນ ຫລວງວຽງຈັນ ຈຶ່ງຂໍແຈ້ງເຊີນເປັນຄັ້ງສຸດທ້າຍໃຫ້ເຈົ້າຂອງດິນຈົ່ງມາຮັບເອົາຄ່າຊົດເຊີຍ ຫລື ຊື້ສິດນຳໃຊ້ທີ່ດິນຄືນນຳ ຄະນະກຳມະການ ພາຍໃນກຳນົດ 2 ເດືອນ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ. ຖ້າບໍ່ມາຕິດຕໍ່ ພົວພັນນຳຄະນະກຳມະການຕອນດິນດັ່ງກ່າວຈະຖືກລົບລ້າງອອກເປັນໃບຕາດິນໃໝ່ເປັນຂອງລັດ ແລ້ວ ປະກາດຂາຍທົ່ວໄປ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...