spot_img
Homeປະຊາສຳພັນລະວັງ​ພະຍຸ ກູ​ຈີຣາ ພັດ​​ເຂົ້າ​ລາວ!

ລະວັງ​ພະຍຸ ກູ​ຈີຣາ ພັດ​​ເຂົ້າ​ລາວ!

Published on

640x390_652793_1434874429

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ນີ້, ຮ່ອງ ຄວາມກົດດັນ ອາກາດຕໍ່າຂອງອາກາດຮ້ອນຍັງຈະພັດຜ່ານຢູ່ ແຂວງພາກເໜືອຫາ ພາກກາງຂອງ ລາວປ່ອງເຂົ້າສູ່ພະຍຸ ກູຈີຣາ (KUJIRA) ຫົວທີ 8, ຊຶ່ງປະຈຸບັນມີຈຸດທີ່ຕັ້ງຢູ່ເສັ້ນ ຂະໜານທີ 20.2 ອົງສາເໜືອ ແລະ ເສັ້ນແວງ 106.9 ອົງສາຕາ​ເວັນ​ອອກພວມ ເຄື່ອນ ທີ່ໄທິດຕາເວັນຕົກ ຊ້າໆ, ເຮັດໃຫ້ມີຝົນຕົກ​ຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງຢູ່​ບາງທ້ອງຖິ່ນແຂວງພາກເໜືອຫາພາກກາງພ້ອມມີລົມພັດແຮງ ເປັນບາງໂອກາດ. ຈາກນັ້ນ ລົມມໍ ລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງລາວ,ຊຶ່ງຈະເຮັດໃຫ້ມີຝົນຕົກ​ຟ້າຄະນອງໃນລະດັບຄ່່ອຍ ຫາປານກາງຫລາຍຂຶ້ນ ແລະ ຕົກໜັກ ພ້ອມມີ ລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງ ຖິ່ນໃນແຕ່ລະພາກ, ນັບທັງນະຄອນຫລວງວຽງຈັນ.

ສະພາບອຸນຫະພູມອາກາດ ຍັງຈະຮ້ອນທຳມະດາ, ​ໂດຍ​ສະ​ເພາະຢູ່ແຂວງພາກເໜືອ ດ້ານຕາ ເວັນຕົກລົງຫາພາກກາງ. ຈາກນັ້ນ ອຸນຫະພູມອາກາດ ໂດຍທົ່ວໄປຈະເຢັນລົງ ເລັກນ້ອຍຢູ່ແຕ່ລະພາກ ໂດຍສະເພາະແຂວງພາກເໜືອດ້ານຕາ ເວັນອອກ, ແຂວງໄຊ ສົມບຸນ ແລະ ພູພຽງບໍລະເວນປາກຊ່ອງ.

ໃນໄລຍະວັນທີ 24-26/06/15 ​ແມ່ນມີຝົນຕົກ​ຟ້າຄະນອງກະຈາຍໃນລະດັບຄ່ອຍຫາ ປານກາງຢູ່ບາງທ້ອງຖິ່ນໃນແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ ວັນທີ 27—28/06/15 ຈະມີຝົນຕົກຟ້າຄະນອງກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...