Homeອຸບັດເຫດແລະປາກົດການຫຍໍ້ທໍ້ ເຈົ້າໜ້າທີ່ຕຳຫລວດນະຄອນຫລວງວຽງຈັນ ມອບລົດໃຫຍ່ 3 ຄັນຄືນໃຫ້ເຈົ້າຂອງເດີມ

ເຈົ້າໜ້າທີ່ຕຳຫລວດນະຄອນຫລວງວຽງຈັນ ມອບລົດໃຫຍ່ 3 ຄັນຄືນໃຫ້ເຈົ້າຂອງເດີມ

Published on

polic

ໃນອາທິດຜ່ານມາ, ທ່ານພັນໂທ ສຸກພະຈັນ ບຸດດາຄຳ ຫົວໜ້າຫ້ອງ ຕຳຫລວດກອງບັນຊາການ ປກສ ນະຄອນຫລວງວຽງຈັນໄດ້ມອບລົດ ໃຫຍ່ ຍີ່ຫໍ້ໂຕໂຍຕາ ໄຮລັກ ວີໂກ້ ສອງຄັນ ແລະ ລົດຈິບ SUV ຍີ່ຫໍ້ເລັກ ຊັດໜຶ່ງ ຄັນໃຫ້ເຈົ້າຂອງເດີມ , ເຊິ່ງຖືກຄົນຮ້າຍລັກໄປໃນໄລຍະເດືອນ ເມສາ ຫາ ພຶດສະພາ 2015. ໂດຍເຈົ້າໜ້າທີ່ໃຫ້ຮູ້ວ່າໃນໄລຍະແຕ່ຕົ້ນປີ 2015 ມາ ຮອດປັດຈຸບັນນີ້, ມີປະຊາຊົນໄດ້ເຂົ້າມາແຈ້ງພາຫະນະ ເສຍຫາຍ ເປັນຈຳ ນວນ ຫລາຍນັບທັງລົດຈັກ ແລະ ລົດໃຫຍ່, ຈຶ່ງໄດ້ຈັດກຳລັງລົງຕິດຕາມ ເປົ້າໝາຍຈົນສາມາດຈັບຕົວຄົນຮ້າຍ ມາດຳເນີນຄະດີຕາມລະບຽບ ກົດໝາຍ ແລະ ເກັບກູ້ລົດຄືນມາໄດ້ ຈຳນວນໜຶ່ງ, ຈຶ່ງໄດ້ມອບຄືນໃຫ້ເຈົ້າຂອງເດີມດັ່ງກ່າວ ແລະ ຮຽກຮ້ອງໃຫ້ປະຊາຊົນຈົ່ງມີສະຕິລະ ວັງຕົວໃນການເກັບຮັກສາຊັບສີນທີ່ມີຄ່າຂອງຕົນໃຫ້ດີ, ເພື່ອບໍ່ໃຫ້ເປັນຊ່ອງຫວ່າງຂອງຄົນຮ້າຍລົງມືກໍ່ເຫດໄດ້, ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນເມື່ອ ພົບເຫັນສະພາບທີ່ບໍ່ດີ, ກຸ່ມຄົນບໍ່ດີເຄື່ອນໄຫວລັກຊັບ ກໍແຈ້ງຕໍ່ເຈົ້າໜ້າທີ່ເພື່ອສະກັດກັ້ນ ແລະ ແກ້ໄຂສະພາບໃຫ້ທ່ວງທັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...