Homeຂ່າວພາຍ​ໃນບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ມີຄວາມກ້າວໜ້າ ຫລັງອອກສະເໜີຂາຍຮຸ້ນຕໍ່ມວນຊົນ!

ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ມີຄວາມກ້າວໜ້າ ຫລັງອອກສະເໜີຂາຍຮຸ້ນຕໍ່ມວນຊົນ!

Published on

EDLgen

ທ່ານ ບຸນອູ້ມ ສີວັນເພັງ ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL- GEN) ໄດ້ໃຫ້ຮູ້ຫລັງຈາກບໍລິສັດໄດ້ຈົດທະບຽນເຂົ້າໃນຕະຫລາດຫລັກ ຊັບລາວມາເປັນໄລຍະ 4 ປີ, ເຊິ່ງເຮັດໃຫ້ເຫັນເຖິງຂໍ້ດີຂອງການເຂົ້າຈົດທະບຽນ ໃນຕະຫລາດຫລັກຊັບຢ່າງຫລວງ ຫລາຍເປັນຕົ້ນ: ການດຳເນີນງານຂອງບໍລິສັດ ແມ່ນມີມາດຕະ ຖານສາກົນ, ການເຂົ້າເຖິງແຫລ່ງທຶນກໍມີຄວາມງ່າຍດາຍ ແລະ ການບຳລຸງຮັກສາເຂື່ອນກໍເປັນໄປຕາມມາດຕະຖານ,ຂະນະທີ່ເມື່ອມີຜູ້ເຂົ້າມາ ຖືຮຸ້ນຂອງບໍລິສັດເພີ່ມຂຶ້ນກໍເຮັດໃຫ້ມີການອອກຄຳຄິດເຫັນທີ່ຫລາກຫລາ ຍ ທີ່ເປັນປະໂຫຍດຂອງການພັດທະນາບໍລິສັດ, ນອກຈາກນີ້ ຜົນການດຳເນີນ ທຸລະກິດຂອງບໍລິສັດຍັງເຕີບໂຕຕໍ່ເນື່ອງ ແລະມີການຈ່າຍເງິນປັນຜົນທຸກປີ.

ອຳນວຍການບໍລິສັດ EDL- GEN ກ່າວວ່າ: ໂດຍສ່ວນຕົວຂ້າພະເຈົ້າແລ້ວເຫັນວ່າການເຂົ້າຈົດທະບຽນໃນຕະ ຫລາດຫລັກຊັບແມ່ນເປັນເລື່ອງທີ່ດີຫລາຍ, ເພາະວ່າກ່ອນໜ້ານີ້ບໍລິສັດໃຊ້ແຕ່ເງິນຂອງລັດຖະບານ, ແຕ່ເມື່ອເຂົ້າຈົດທະ ບຽນໃນຕະຫລາດຫລັກຊັບແລ້ວກໍເຮັດໃຫ້ມີທາງເລືອກແຫລ່ງທຶນເພີ່ມຂຶ້ນ, ເນື່ອງຈາກບໍລິສັດດຳເນີນທຸລະກິດທີ່ກ່ຽວຂ້ອງກັບໄຟຟ້າເຮັດໃຫ້ມີເຂື່ອນຈຳນວນຫລາຍແຫ່ງທີ່ຕ້ອງໄດ້ບຳລຸງຮັກສາ ແລະແຕ່ລະປີຕ້ອງໄດ້ໃຊ້ງົບປະມານເປັນຈຳນວນຫລາຍຍ້ອນບໍລິສັດມີແຜນຂະຫຍາຍກຳລັງການຜະລິດເພື່ອໃຫ້ເປັນໄປຕາມເປົ້າໝາຍຄື: ມີກຳລັງການຜະລິດໄຟຟ້າໃຫ້ໄດ້ 2.400 ເມກາວັດໃນປີ 2022. ຈາກແຜນດຳເນີນງານທີ່ລະອຽດຊັດເຈນເຮັດ ໃຫ້ບໍລິສັດມີແຜນໃຊ້ເງິນລົງທຶນຢ່າງຕໍ່ເນື່ອງ, ໂດຍແຜນການລະດົມທຶນຂອງບໍລິສັດຢູ່ລະຫວ່າງການສຶກສາຊ່ອງທາງດ້ານ ແຫລ່ງທຶນໃນແນວທາງຄື: ການອອກຮຸ້ນກູ້, ກູ້ຈາກສະຖາບັນການເງິນ ແລະ ເພີ່ມທຶນ ແລະ ໄລຍະຜ່ານມາ, ບໍລິສັດໄດ້ລະດົມທຶນໄປແລ້ວ 2 ຄັ້ງຄື: ການສະເໜີຂາຍຮຸ້ນສາມັນເພື່ອເພີ່ມທຶນໃຫ້ກັບປະຊາຊົນທົ່ວໄປຈຳນວນ 217 ລ້ານກວ່າຮຸ້ນ, ລາຄາສະເໜີຂາຍ 4 ພັນກີບ, ໄດ້ເງິນຈາກການລະດົມທຶນຈຳນວນ 856 ຕື້ກວ່າກີບ. ສ່ວນຄັ້ງທີສອງສະເໜີຂາຍຮຸ້ນໃຫ້ກັບນັກລົງທຶນໃນວົງຈຳກັດຈຳນວນ 105 ລ້ານກວ່າຮຸ້ນ, ລາຄາສະເໜີຂາຍ 4.800 ກີບ, ໄດ້ເງິນລະດົມທຶນ 505 ຕື້ກວ່າກີບ.

ທ່ານອຳນວຍການ EDL- GEN ກ່າວວ່າ: ການກ້າວສູ່ການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້, ບໍລິສັດໄດ້ມີແຜນການກະກຽມຄວາມພ້ອມສົມຄວນ, ໂດຍສະເພາະດ້ານບຸກຄະລະກອນຕ້ອງມີຄວາມ ຮູ້ຄວາມສາມາດລະ ດັບແນ່ນອນກົງກັບໜ້າວຽກ ແລະ ຮູ້ຈັກນຳໃຊ້ເຕັກໂນໂລຊີເຂົ້າໃນການເຮັດວຽກຢ່າງມີປະສິດທິຜົນ, ໂດຍຜ່ານການຍົກລະ ດັບທາງດ້ານວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...