spot_img
Homeນານາສາລະສຳຫລວດ8ອຸປະກອນຮອບໂຕສຸດເປິເປື້ອນພ້ອມວິທີເຮັດຄວາມສະອາດ

ສຳຫລວດ8ອຸປະກອນຮອບໂຕສຸດເປິເປື້ອນພ້ອມວິທີເຮັດຄວາມສະອາດ

Published on

1

ໃນ​ຍຸກ​ປະຈຸບັນມີ​ສິ່ງ​ຂອງ​ຫລາຍ​ຢ່າງ​ທີ່​ກາຍ​ເປັນ​ສ່ວນຫນຶ່ງ​ໃນ​ຊີວິດ​ປະຈຳວັນ​ໄປ​ແລ້ວ ຊຶ່ງ​ທຸກ​ຄົນ​ໃຊ້​ປະຈຳ​ຈົນ​ບໍ່​ຄິດວ່າ​ເປິເປື້ອນ​ໄດ້ແຕ່​ນັ້ນ​ເປັນ​ຄວາມ​ເຂົ້າໃຈ​ຜິດເພາະ​ມັນ​ອາດ​ເປິເປື້ອຍ​ຫລາຍກວ່າ​ທີ່​​ຄິດ

ມື້​ນີ້ຈຶ່ງ​ຂໍ​ນຳ​ສະເໜີ8ສິ່ງ​ຂອງ​ທີ່​ເປິເປື້ອນ​ແບບບໍ່​ໜ້າ​ເຊື່ອພ້ອມ​ວິທີ​ເຮັດ​ຄວາມ​ສະ​ອາດ​ປາສະຈາກ​ສິ່ງ​ເປິເປື້ອນເຫລົ່າ​ນີ້

1

1.ສະ​ມາດ​ໂຟ
ຮູ້​ຫລື​ບໍ່​ວ່າ​ໂທລະສັບ​ມື​ຖື​ຂອງ​ເຮົາ​ເປັນ​ແຫລ່ງ​ເພາະ​ເຊື້ອ​ດີໆ​ງານ​ວິ​ໄຈ​ພົບ​ວ່າ​ມີ​ແບກ​ທີ​ເຣຍ​ຢູ່​ຫລາຍກວ່າ​ໃນ​ຫ້ອງ​ນ້ຳ​ເຖິງ​ສິບ​ເທົ່າ
ວິທີ​ເຮັດ​ຄວາມ​ສະ​ອາດ:ເຄືອບ​ໂທລະ​ສັບ​ດ້ວຍ​ສານ​ຊະນິດantimicrobial coating ທີ່​ສາມາດ​ປ້ອງ​ກັນ​ການ​ຈະເລີນ​ເຕີບໂຕ​ຂອງ​ເຊື້ອ​ພະຍາດ​ຕ່າງໆ​ໄດ້ຫລື​ເຊັດ​ເຮັດ​ຄວາມ​ສະ​ອາດ​ໂທລະສັບ​ດ້ວຍ​ຜ້າ​ຊະນິດ​ປ້ອງ​ກັນ​ແບກ​ທີ​ເຣຍ

2

2.ຫູ​ຟັ
ເມື່ອ​ຫູ​ຟັງ​​ເກີດ​ເປີເປື້ອນຂຶ້ນ​ມາພວກ​ມັນ​ສາມາດ​ເຮັດໃຫ້​ຫູ​​ຕິດ​ເຊື້ອ​ໄດ້ດັ່ງ​ນັ້ນ​ຄວນ​ໝັ່ນ​ປິ່ນປົວ​ໃຫ້​ສະ​ອາດ​ຈະ​ດີ​ກວ່າ
ວິທີ​ເຮັດ​ຄວາມ​ສະ​ອາດ:ໃຊ້​ແປງ​ສີ​ແຂ້ວ​ເກົ່າ​ເພື່ອ​ປັດ​ຝຸ່ນ​ຜົງ​ແລະ​ສິ່ງ​ສົກກະປົກ​ທີ່​ຢູ່​ພື້ນ​ຜິວ ຈາກ​ນັ້ນ​ເຊັດ​ອອກ​ດ້ວຍ​ຜ້າ​ຈຸ່ມນ້ຳ​ອຸ່ນ​ແລະ​ສະ​ບູ່​ອ່ອນໆ

3

3.ຄີ​ບອ​ດ​ແລະ​ເມົ້າ
ຄີ​ບອ​ດ​ແລະ​ເມົ້າ​​ອາດ​ມີ​ແບກ​ທີ​ເຣຍ​ຫລາຍກວ່າ​ວິດເຖິງ​ຫ້າ​ເທົ່າ​ເລີຍຢຸດ​ອ່ານ​ສິ່ງ​ທີ່​ຢູ່​ເທິງ​ຈໍ​ໄລຍະ​ແລ້ວ​ລອງ​ກົ້ມ​ລົງ​ເບິ່ງ​ຄີ​ບອ​ດເພື່ອຈະພົບ​​ເສດ​ຫຍັງ​ຫລື​ບໍ່?
ວິທີ​ເຮັດ​ຄວາມ​ສະ​ອາດ:ເຊັດ​ດ້ວຍ​ຜ້າ​ເຮັດ​ຄວາມ​ສະ​ອາດ​ຊະນິດ​ຂ້າ​ເຊື້ອ  (antibacterial wipes)ຫລື​ວາງ​ຄີ​ບອ​ດ​ລົງ​ໃນ​ຊັ້ນ​ເທິງ​ຂອງ​ເຄື່ອງ​ລ້າງ​ຈານ​ໂດຍ​ໃຊ້​   ໂໝດrinse-onlyລະຫວ່າງ​ນັ້ນ​ກໍ​ເຊັດ​ໂຕະ​ວາງ​ຄອມພິວເຕີ​ພ້ອມ​ກັນ​

4

4.ເສື່ອ​ໂຍຄະ
ມື-ຕີນ-ຝຸ່ນ​ຜົງ-ເຫື່ອ-ຂີ້ໄຄ- ລອງ​ຈິ​ນຕະ​ນາ​ການ​ເບິ່ງ​ວ່າ​ເສື່ອ​ໂຍ​ຄະ​ຂອງ​ເຈົ້າ​ຈະ​ເປິເປື້ອນ​ຂະໜາດ​ໃດ!
ວິທີ​ເຮັດ​ຄວາມ​ສະ​ອາດ:ປະສົມ​ນ້ຳ​ມັນtea treeສອງ​ສາມ​ຢອດ​ກັບ​ນ້ຳ​ສະ​ອາດແລ້ວ​ສີ​ສະເປ​ລົງ​ໃສ່ເສື່ອ​ທຸກ​ເທື່ອ​ຫລັງ​ໃຊ້ສານ​ທຳມະຊາດ​ນີ້​ຈະ​ຊ່ວຍ​ໃນ​ການ​ປ້ອງ​ກັນ​ແບກ​ທີ​ເຣຍ​ແລະ​ເຊື້ອ​ລານອກ​ຈາກ​ນັ້ນ​ເສື່ອ​ໂຍ​ຄະ​ສ່ວນ​ຫລາຍ​ຍັງ​ສາມາດ​ເຮັດ​ຄວາມ​ສະ​ອາດ​ດ້ວຍ​ເຄື່ອງ​ຊັກ​ຜ້າ​ໄດ້​ນໍາອີກ

5

5.ພວງ​ມະໄລ​ລົດ​ແລະ​ເກຍລົດ
ຄົນ​ສ່ວນ​ຫລາຍ​ເຮັດ​ຄວາມ​ສະ​ອາດ​ພາຍນອກ​ລົດ​ຢ່າ​ງສະຫ​ມ່ຳ​ສະເໝີແຕ່​ຮູ້​ຫລື​ບໍ່​ວ່າ​ທາງໃນ​ກໍ​ສຳຄັນ​ບໍ່​ແພ້​ກັນ
ວິທີ​ເຮັດ​ຄວາມ​ສະ​ອາດ:ງ່າຍໆພຽງແຕ່ໃຊ້​ຜ້າ​ເຮັດ​ຄວາມ​ສະ​ອາ​ດອາ​ເນກ​ປະສົງ​ກໍ່ຄື CLOROXເຊັດ​ໃຫ້​ສະ​ອາດ​ເປັນ​ປະຈຳ

6

6.ໄມ້ຖູແຂ້ວ​
ໄມ້ຖູແຂ້ວ​ເປັນ​ຄືເຮືອນ​ຂອງ​ແບກ​ທີ​ເຣຍ​ໃນ​ຫ້ອງ​ນ້ຳເຊື້ອ​ພະຍາດ​ຈະ​ຍັງ​​ຟູ​ຢູ່ໃນ​ອາ​ກາດ​ຫລາຍ​ຊົ່ວ​ໂມງ​ຫລັງ​ການ​ລ້າງ​ເຮັດ​ຄວາມ​ສະ​ອາດ​ຮ່າງກາຍ​
ວິທີ​ເຮັດ​ຄວາມ​ສະ​ອາດ:ວາງ​ໄມ້ຖູແຂ້ວ​​ໃນ​ເຄື່ອງ​ລ້າງ​ຈານ​ຢ່າງ​ນ້ອຍ​ອາທິດ​ລະ​ເທື່ອ ຫລື​ກໍ​ແຊ່​ມັນ​ໃນ​ນ້ຳ​ຢາ​ບ້ວນ​ປາກ​ປະມານ30ວິ​ນາ​ທີ​ກໍ່ໄດ້

7

7.ຖົງ​ຜ້າ
ເປັນ​ເລື່ອງ​ດີ​ທີ່​​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ແວດ​ລ້ອມແຕ່​ຮູ້​ຫລື​ບໍ່​ວ່າ​ຖົງ​ຜ້າ​ທີ່​ໃຊ້​ຢູ່​ທຸກ​ມື້​ອາດ​ມີ​ເຊື້ອ​ພະຍາດ​ຫລາຍກວ່າ​ໂສ້ງ​ຊ້ອນ

ວິທີ​ເຮັດ​ຄວາມ​ສະ​ອາດ:ພຽງແຕ່ໃສ່​ຖົງ​ຜ້າ​​ລົງ​ໃນ​ເຄື່ອງ​ຊັກ​ຜ້າ​ເທົ່າ​ນັ້ນ​ເອງ

8

8.ເງິນ​
ສ່ວນ​ຂອງ​ທີ່​ເຮັດ​ໃຊ້​ຢູ່​ທຸກ​ມື້​ນີ້​ມີພະຍາດສະສົມຢູ່ຫລວງຫລາຍ
ວິທີ​ເຮັດ​ຄວາມ​ສະ​ອາດ:ແນ່ນອນ​ວ່າ​ເຮັດ​ບໍ່​ໄດ້ດອກນອກຈາກວ່າ​ຈະ​ໃຊ້​ບັດ​ເຄ​ດິດ​ໃນ​ການ​ຊື້​ຂອງ​ກໍ​ເທົ່າ​ນັ້ນ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...