Homeຂ່າວພາຍ​ໃນປີໂຕຣເທຣດ ເຊື່ອໝັ້ນ ຕລຊລ ຄືແຫລ່ງທຶນ ຂະຫຍາຍທຸລະກິດຮອງຮັບ ເອອີຊີ

ປີໂຕຣເທຣດ ເຊື່ອໝັ້ນ ຕລຊລ ຄືແຫລ່ງທຶນ ຂະຫຍາຍທຸລະກິດຮອງຮັບ ເອອີຊີ

Published on

petro

ທ່ານ ຈັນທອນ ສິດທິໄຊ ປະທານອຳນວຍການບໍລິສັດປີໂຕຣລ້ຽມ ເທຣດດິງລາວ ຈຳກັດ ໄດ້ໃຫ້ຮູ້ກ່ຽວກັບຜົນການດຳເນີນທຸລະກິດຂອງບໍລິສັດຕົນພາຍຫລັງເຂົ້າຈົດ ທະບຽນໃນຕະຫລາດຫລັກຊັບລາວ(ລຕຊລ) ເມື່ອທ້າຍປີ 2014 ຜ່ານມາ ແລະ ໄດ້ອອກຂາຍຮຸ້ນໄປແລ້ວ 60 ລ້ານຮຸ້ນເທົ່າກັບ 25% ຂອງຈຳນວນຮຸ້ນທັງ ໝົດໃນລາຄາ 4.000 ກີບຕໍ່ຮຸ້ນວ່າ: ສາເຫດທີ່ເຮັດໃຫ້ປີໂຕຣເທຣດ ຕັດສິນໃຈ ເຂົ້າຈົດທະບຽນໃນ ຕລຊລ ສ່ວນໜຶ່ງແມ່ນຍ້ອນຕ້ອງການປັບຕົວເພື່ອຮອງຮັບການ ເປີດປະຊາຄົມເສດຖະກິດອາຊຽນ(AEC)ໃນປີ 2015ນີ້,ບໍລິສັດຈຶ່ງຕ້ອງການລະດົມທຶນເພື່ອນຳໄປຂະຫຍາຍ ກິດຈະ ການ ແລະ ປັບປຸງໂຄງສ້າງບໍລິສັດໃຫ້ທັນສະໄໝຂຶ້ນ ແລະ ສາມາດແຂ່ງຂັນກັບຕ່າງປະເທດທີ່ຈະເຂົ້າ ມາລົງ ທຶນໃນປະເທດ ລາວໄດ້,ເຊິ່ງໃນອະນາຄົດຖ້າຫາກທຸລະກິດຂອງປີໂຕຣເທຣດເຕີບໃຫຍ່ຢ່າງຕໍ່ເນື່ອງບໍລິສັດອາດຈະຂະຫຍາຍຕະຫລາດໄປ ຍັງຕ່າງປະເທດນຳອີກ.

ທ່ານ ຈັນທອນ ກ່າວວ່າ: ມີຫລາຍແນວຄວາມຄິດທີ່ວ່າ: ການເຂົ້າຈົດທະບຽນໃນ ຕລຊລ ຄືການເຂົ້າໄປແບ່ງປັນ ຮຸ້ນໃຫ້ນັກລົງທຶນລາຍອື່ນ, ແຕ່ສຳລັບຂ້າພະເຈົ້າຄິດວ່າ: ມັນບໍ່ແມ່ນ,ຖ້າຫາກເບິ່ງໃນມຸມມອງຂອງອົງການເປັນ ຫລັກບໍລິຈັດຈຳເປັນຕ້ອງມີທຶນມະຫາສານເພື່ອຊຸກຍູ້ ແລະ ສົ່ງເສີມບໍລິສັດໃຫ້ສາມາດແຂ່ງຂັນກັບຕ່າງປະ ເທດທີ່ຈະເຂົ້າມາລົງທຶນຫລັງຈາກເປີດ AEC ແລະ ເຖິງວ່າບໍລິສັດຈະອອກໄປລົງທຶນຢູ່ຕ່າງປະເທດກໍຕ້ອງ ໃຊ້ເງິນທຶນເຊັ່ນດຽວກັນ. ສະນັ້ນ ຖ້າຫາກມີນັກລົງທຶນມາຮ່ວມຖືຮຸ້ນແລ້ວເຮັດໃຫ້ປະລິມານການຊື້ຂາຍເພີ່ມຂຶ້ນສາມາດ ຂະຫຍາຍກິດຈະການໃຫ້ເຕີບໃຫຍ່ໄດ້ອີກ 3 – 5 ເທົ່າຂ້າພະເຈົ້າຄິດວ່າມັນເປັນສິ່ງທີ່ຄຸ້ມຄ່າຫລາຍໃນການເຂົ້າຈົດທ ະບຽນໃນ ຕລຊລ.

ໃນແຜນທຸລະກິດໄລຍະ 3-5 ປີ, ປີໂຕຣເທຣດກຽມຕົວເອງຈາກຜູ້ນຳເຂົ້ານ້ຳມັນໄປສູ່ ການເປັນຜູ້ຄ້າ, ພາຍຫລັງລັດຖະບານໄດ້ມີນະໂຍບາຍຫັນປ່ຽນວິກິດເປັນໂອກາດຈາກປະເທດທີ່ບໍ່ມີຊາຍແດນຕິດທະເລໄປສູ່ປະເທດທີ່ເປັນຈຸດຍຸດທະສາດທີ່ສຳຄັນ ໃນການເຊື່ອມໂຍງບັນດາປະເທດລຸ່ມແມ່ນ້ຳຂອງ (Land Locked to Land Linked Country) ເຊິ່ງເສັ້ນທາງການຄ້າຂາຍ ແລະ ຂົນສົ່ງໃນບັນດາປະເທດ, ການສັນຈອນຜ່ານລາວແມ່ນສະດວກກວ່າເສັ້ນທາງອື່ນເຮັດໃຫ້ບໍລິສັດເຫັນໂອກາດໃນການຂະຫຍາຍທຸລະກິດຂອງຕົນໄປຍັງຕ່າງປະເທດ, ເຊິ່ງເງິນທີ່ລະດົມມານີ້ຈະຊ່ວຍເພີ່ມກຳລັງການຊື້ ແລະ ປະສິດທິພາບໃນການແຂ່ງຂັນໃຫ້ບໍລິສັດ.

ທ່ານ ຈັນທອນ ກ່າວວ່າ: ມູນຄ່າການລະດົມທຶນຖ້າໜ້ອຍກໍຄົງຈະບໍ່ພໍໃນການຂະຫຍາຍຕົວ ແລະ ລະດົມທຶນຜ່ານຕະຫລາດເງິນໜ້າຈະດີກວ່າ, ເພາະພາບພົດຂອງບໍລິສັດສາມາດຂໍກູ້ນຳທະນາຄານທຸລະກິດໄດ້ຢູ່ແລ້ວພ້ອມດ້ວຍດອກເບ້ຍທີ່ສົມເຫດສົມຜົນ, ແຕ່ໃນຄັ້ງນີ້ ເຮົາລະດົມທຶນຜ່ານຕະຫລາດທຶນ ຫລື ຕະຫລາດຫລັກຊັບເພາະຫວັງຈະໄດ້ເງິນຈຳນວນໃຫຍ່ຂຶ້ນເພື່ອຂະຫຍາຍປ້ຳນ້ຳມັນອີກຫລາຍສິບແຫ່ງບວກກັບແຜນທຸລະກິດຂະຫຍາຍຕົວ 5 ປີຈະຜັນທຸລະກິດຈາກການເຮັດປ້ຳນ້ຳມັນ, ຂາຍສົ່ງ, ຂາຍໃຫ້ໂຄງການໄປສູ່ການເປັນຜູ້ຄ້າລາຍໃຫຍ່, ເຊິ່ງແຜນການຂະຫຍາຍທຸລະກິດໃນປີນີ້ແມ່ນຈະສ້າງປ້ຳນ້ຳມັນຂຶ້ນປະມານ 20 ແຫ່ງ, ໃນນັ້ນປ້ຳຂະໜາດໃຫຍ່ບໍລິມາດບັນຈຸ 4 ແສນລິດມີ 8 ແຫ່ງ ແລະ ຄາດວ່າໃນປີໜ້າຈະຂະຫຍາຍປ້ຳນ້ຳມັນຂຶ້ນອີກປະມານ 40-50 ແຫ່ງທົ່ວປະເທດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...