spot_img
Homeຂ່າວການສຶກສາກອດໝາ ຊ່ວຍນັກສຶກສາຜ່ອນຄ່າຍ

ກອດໝາ ຊ່ວຍນັກສຶກສາຜ່ອນຄ່າຍ

Published on

1299656781

ຄວາມ​ຄຽດບໍ່​ເຂົ້າ​ໃຜ​ອອກ​ໃຜແລະ​ເກີດ​ຂຶ້ນ​ໄດ້​ຕະຫລອດ​ເວລາໂດຍ​ສະເພາະ​ໄລຍະ​ສອບເສັງຊຶ່ງ​ເປັນ​ໄລຍະ​ເຄັ່ງ​ຄຽດ​ກັບ​ການ​ອ່ານ​ຫນັງສື​ກຽມ​ໂຕ​ສອບເສັງ​ຂອງ​ນັກ​ສຶກ​ສາ​ຈຳນວນ​ບໍ່​ຫນ້ອຍແລະ​ກາຍ​ເປັນ​ປະ​ເດັນ​ບັນຫາ​ທີ່​ທາ​ງສະຫະພັນ​ນັກ​ສຶກ​ສາ​ຂອງ​ມະຫາ​ວິທະຍາ​ໄລ​ເຊນ​ຊັນແລງ​ຄາ​ເຊຍທີ່​ອັງ​ກິດຄິດ​ຫາ​ທາງ​ອອກ​ດ້ວຍ​ການ​ຈັດ​ໂຄງ​ການ​ຊື່​ວ່າ Stressed Out Studentsຫລື​ເອີ້ນວ່າ​ຫຍໍ້​ວ່າ​ເອດ​ໂອ​ເອດ(SOS)ເພື່ອ​ຊ່ວຍ​ນັກ​ສຶກ​ສາ​ຜ່ອນຄາຍ​ໃນ​ໄລຍະ​ສອບເສັງດ້ວຍ​ການ​ເປີດ​ຫ້ອງ​ພິເສດ​ໃຫ້​ນັກ​ສຶກ​ສາ​ເຂົ້າ​ມາກອດ    ​ໝາຫລິ້ນ​ກັບ​ໝາເພື່ອຜ່ອນຄວາມຄຽດ​

ທັງ​ນີ້ຈາກ​ຂ່າວ​ເລົ່າ​ວ່າ​ສະ​ຫະພັນ​ນັກ​ສຶກ​ສາ​ໄດ້​ຕິດ​ຕໍ່​ຂໍ​ໝາ​ຈາກ​ອົງກອນ​ການ​ກຸ​ສົນ​ຊື່​ວ່າ ເດິໄກດອກໃຫ້​ຈັດ​ສົ່ງ​ໝາ​ມາ​ທີ່​ມະຫາ​ວິທະຍາ​ໄລ​ໃນ​ວັນທີ່ 7 ພຶດສະພາພາຍໃຕ້​ເງື່ອນ​ໄຂ​ວ່າ​ນັກ​ສຶກ​ສາ​ທີ່​ຕ້ອງ​ການ​ເຂົ້າໄປ​ຫລິ້ນ​ກັບ​ໝາຕ້ອງ​ບໍລິຈາກ​ເງິນ​ໃຫ້​ກັບ​ເດິໄກດອກຄົນ​ລະ 1.5 ປອນຫລື​ປະມານ 18 ພັນກີບ

ແລະເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ໝາ​ຄຽດທາ​ງອົງ​ກອນ​ໄກດອກກໍ​ກຳນົດ​ເວລາ​ໃຫ້​ໝາ​ຫລິ້ນ​ກັບ​ນັກ​ສຶກ​ສາ3ຊົ່ວ​ໂມງແລ້ວ​ກໍ​ຕ້ອງ​ຢຸດ​ພັກຊຶ່ງ​ຂ່າວ​ເລົ່າ​ວ່າ​ງານ​ນີ້​ມີ​ນັກ​ສຶກ​ສາ​ຈອງ​ຄິວ​ກັນ​ຍາວ​ເລີຍ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...