spot_img
Homeນານາສາລະວິທີ​ປູກ​ຜັກ​ບົ້ງໄວ້ຮັບປະທານ​​ເອງ​

ວິທີ​ປູກ​ຜັກ​ບົ້ງໄວ້ຮັບປະທານ​​ເອງ​

Published on

DSCF0023

ວັດ​ສະດຸ,ອຸປະກອນທີ່​ຕ້ອງ​ກຽມ

ພາ​ຊະນະ​ທີ່​ຈະ​ໃຊ້​ປູກ,ກາບ​ໝາກ​ພ້າວ​,ເມັດ​ຜັກ​ບົ້ງ,ດິນ​ແລະ​ເຟືອງ​ສຳລັບ​ຄຸມ​ໜ້າ​ດິນ

-ຂັ້ນຕອນການເຮັດ

  1. ນໍາເມັດ​ຜັກ​ບົ້ງ​ແຊ່​ນ້ຳ​ໄວ້1 ຄືນຈາກ​ນັ້ນ​ກໍ​ຫໍ່​ດ້ວຍ​ຜ້າ​ຕໍ່​ອີກ2 ຄືນໃຫ້​ຜ້າ​ຊຸ່ມ​ຕະຫລອດ​ເວລາ​ເພື່ອ​ເປັນ​ການ​ເລັ່ງ​ໃຫ້​ງອກ​ໄວ​ຂຶ້ນ
    2. ຈາກ​ນັ້ນ​ຮາກ​ຂາວໆຂອງ​ຜັກ​ບົ້ງ​ກໍ​ຈະ​ງອກ​ອອກ​ມາ
    3. ເມັດ​ຜັກ​ບົ້ງງອກ​ຮາກ​ແລ້ວ​ກໍ​ນຳ​ລົງ​ໄປ​ປູກ​ໃນ​ດິນຂຸມ​ລະ​ເມັດໂດຍ​ເອົາ​ນິ້ວ​ກົດ​ລົງ​ໄປ​ໃນ​ດິນ​ທີ່​ຕຽມ​ໄວ້
    4. ປິດ​ປາກ​ຂຸມ​ແລ້ວ​ຫົດ​ນ້ຳຖ້າ​ມີ​ເຟືອງ​ກໍ​ໃຫ້​ນຳ​​ມາ​ຄຸມ​ໜ້າ​ດິນ​ຈັກໜ້ອຍກັນ​ໜ້າ​ດິນ​ແຫ້ງ
    5. ຈາກ​ນັ້ນ​ຕົ້ນ​ຜັກ​ບົ້ງ​ກໍ​ຈະ​ງອກ​ອອກ​ມາ​ໃຫ້​ຈົນໃຫຍ່ຈາກ​ນັ້ນ​ກໍ​ລໍ​ຕັດ​ມາ​ຮັບປະທານ​ໄດ້​ເລີຍ​**

– ວິທີ​ຕັດ​ຜັກ​ບຸ້ງ

ວິທີ​ຕັດ​ຜັກ​ບົ້ງ​ໃຫ້​ຕັດ​ເຫລືອ​ຕາ​ຕິດ​ທີ່​ໃບ​ປະ​ມານ2 ຕາ​ຈາກ​ພື້ນ​ດິນ ເພາະ​ຜັກ​ຈະ​ແຕກ​ກິ່ງ​ໃໝ່​ມາ​ໃຫ້​ເຮົາ​ເກັບ​ກິນ​ອີກ2-3 ເທື່ອໃຫ້​ຕັດ​ແບບ​ນີ້​ທຸກ​ເທື່ອ​ເມື່ອ​ຕັດ​ຜັກ​ບົ້ງ​ກິນ​ຊຸດ​ທຳອິດ​ແລ້ວເຮົາ​ກໍ​ເລີ່ມ​ເພາະ​ຊຸດ​ໃໝ່​ຕໍ່​ທັນ​ທີ​ໄດ້​ເລີຍຈະ​ໄດ້​ມີ​ຜັກ​ບົ້ງ​​ໄວ້​ກິນ​ຕະ​ຫລອດ

 1385531746

kp04

DSCF0023

 

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...