spot_img
Homeຄວາມງາມເຍື່ອໂພງມົດລູກຈະເລີນຜິດບ່ອນ5ອາການເຫລົ່ານີ້ບົ່ງບອກເຖິງຫຍັງ?

ເຍື່ອໂພງມົດລູກຈະເລີນຜິດບ່ອນ5ອາການເຫລົ່ານີ້ບົ່ງບອກເຖິງຫຍັງ?

Published on

อาการก่อนมีประจำเดือน

ເຍື່ອ​​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນມີ5ອາການ​ທີ່​ເປັນ​ສັນ​ຍານ​ຂອງ​ພະຍາດ​ເຍື່ອ​​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນ​ນຳ​ມາ​ໃຫ້​ເຊັກ​ກັນ​ກ່ອນບາງຄົນ​ກໍ​ມີ​ອາການ​ເຫລົ່າ​ນີ້​ຕິດ​ໂຕ​ຢູ່
ພະຍາດ​ເຍື່ອ​​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນເຊື່ອ​ບໍ່​ວ່າ​ບາງເທື່ອ​ພະຍາດ​ເຍື່ອ​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນກໍ​ໄປ​ເກີດ​ໃນ​ຕຳແໜ່ງ​ທີ່​ເຮົາ​ຄິດບໍ່​ຮອດສົ່ງ​ຜົນ​ໃຫ້​ໄລຍະ​ທີ່​ເຮົາ​ມີ​ປະຈຳ​ເດືອນ​ເກີດ​ຄວາມ​ຜິດ​ປົກກະຕິ​ແປກໆຂຶ້ນ​ກັບ​ເຮົາຍິ່ງ​ສາວ​ຄົນ​ໃດ​ມີ​ບັນຫາ​ສຸຂະພາບ​ທີ່​ໜ້າ​ເປັນ​ຫ່ວງ​ທຸກ​ເທື່ອ​ທີ່​ມີ​ປະຈຳ​ເດືອນ​ຢ່າງ5ອາການທີ່ Prevention ເຕືອນ​ມານີ້​ແຫລະ​ອາດ​ເປັນ​ສັນ​ຍານ​ທີ່​ຊັດເຈນ​ໄດ້​ເກືອບ​ຮ້ອຍ​ເປີ​ເຊັນ​ວ່າ​​ມີ​ພາ​ວະ​ເຍື່ອ​​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນ​ຢູ່​ກໍ່ໄດ້

ອາການ​ຜິດ​ປົກກະຕິ​ຂອງ​ລະບົບ​ທາງເດີນ​ອາ​ຫານ 
ອາການ​ຈຸກ​​ທ້ອງ,ອາການ​ທ້ອງ​ອືດຫລື​ອາການ​ຖອກທ້ອງ​ເປັນ​ລັກສະນະ​ອາການ​ທາງ​ລະບົບ​ລຳ​ໄສ້​ແລະ​ລະບົບ​ທາງເດີນ​ອາຫານວ່າ​ເມື່ອ​ອາການ​ເຫລົ່າ​ນີ້​ມາ​ເກີດ​ໃນ​ລະຫວ່າງ​ທີ່​ມີ​ປະຈຳ​ເດືອນ​ອາດ​ກາຍ​ເປັນ​ສັນ​ຍານ​ຂອງ​ພະຍາດ​ເຍື່ອ​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນໄດ້ຄືກັນ
ໂດຍ​ສາດ​ສະດາ​ຈານ​ລິນ​ດາ ກິ​ຟ​ຟິ​ຟ ຫົວ​ໜ້າ​ທີມ​ວິ​ໄຈ​ຈາ​ກສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີແມດ​ຊາ​ຊູ​ເຊດ ໄດ້​ອະທິບາຍ​ເພີ່ມເຕີມ​ວ່າ:ອາການ​ທ້ອງ​ອືດ,ຖອກທ້ອງ​ຫລື​ອາການ​ຈຸກ​​ທ້ອງ​ທີ່ເກີດຂື້ນ​ລະຫວ່າງ​ການ​ມີ​ປະຈຳ​ເດືອນ​ຂອງ​ສາວໆ​ຄວາມຈິງ​ແລ້ວ​ຮ່າງກາຍ​ບໍ່​ໄດ້​ເກີດ​ຄວາມ​ຜິດ​ປົກກະຕິ​ໃດໆກັບ​ບໍລິເວນທ້ອງ​ແມ່ນແຕ່ໜ້ອຍ​ວ່າ​ອາການ​ທີ່ເກີດຂື້ນ​ມີ​ສາ​ເຫດ​ມາ​ຈາກ​ເຍື່ອ​​ມົດລູກ​​ຈະເລີນ​ເຕີບໂຕ​ຢູ່​ໃກ້​ລຳ​ໄສ້​ຫລື​ທາງເດີນ​ອາຫານເວລາ​ທີ່​ມົດລູກ​ເກີດ​ການ​ປັ້ນ​ຫລັ່ງ​ປະຈຳ​ເດືອນ​ອອກ​ມາລຳ​ໄສ້​ແລະ​ບໍລິເວນທ້ອງ​ຈຶ່ງ​ຖືກ​ບັງຄັບ​ໃຫ້​ເກີດ​ອາການ​ຜິດ​ປົກກະຕິ​ໄປ​ນໍາຊຶ່ງ​ເພື່ອ​ຄວາມຫມັ້ນ​ໃຈ​ອາດ​ຕ້ອງ​ສ່ອງ​ກ້ອງ​ກວດ​ໃນ​ບໍລິເວນທ້ອງ​ເພື່ອ​ເອົາ​ຕົວ​ຢ່າງ​ເນື້ອ​ເຍື່ອ​ມາ​ກວດ​ສອບ​ອີກເທື່ອໜຶ່ງ

ເຈັບ​ປວດ​ຊ່ອງ​ເອິກ​ຫລື​ຮູ້ສຶກ​ເຈັບ​ເມື່ອ​ຫາຍ​ໃຈ 
ສາ​ເຫດ​ໜຶ່ງ​ທີ່​ເຮັດໃຫ້​ໝໍພິຈາລະນາ​ພະຍາດ​ຜິດ​​ໄປ​ອາດ​ເປັນ​ເພາະ​ບໍ່​ມີ​ໃຜ​ຄິດ​​ວ່າ​ເຍື່ອ​​ໂພງ​ມົດລູກ​ຈະ​ຈະເລີນ​ເຕີບໂຕ​ໄດ້​ທຸກ​ສ່ວນ​ໃນ​ຮ່າງກາຍ​ຜູ້ຍິງເຊັ່ນ:ເຍື່ອ​ໂພງ​ມົດລູກ​ຈະເລີນ​ທີ່​ແຂນ,ຂາຫລື​ກະ​ບັງ​ລົມເປັນ​ຕົ້ນອັນ​ເປັນ​ສາ​ເຫດ​ຂອງ​ອາການ​ແໜ້ນ​ໜ້າ​ເອິກ,ຫາຍ​ໃຈ​ບໍ່​ຄ່ອຍ​ອອກຫລື​ເຈັບ​ຮ່າງກາຍ​ສ່ວນ​ເທິງ​ທຸກ​ເທື່ອ​ທີ່​ເປັນ​ປະຈຳ​ເດືອນຊຶ່ງ​ຖ້າສາວໆຄົນ​ໃດ​ຮູ້ສຶກ​ເຈັບ​ແຂນ​ເບື້ອງ​ໃດ​ເບື້ອງ​ໜຶ່ງ​ຈົນ​ຍົກ​ບໍ່​ຄ່ອຍ​ໄຫວຫລື​ມີ​ອາການ​ຫາຍ​ໃຈ​ບໍ່​ຄ່ອຍ​ອອກ​ໃນ​ລະຫວ່າງ​ທີ່​ມີ​ປະຈຳ​ເດືອນອາດ​ເປັນ​ໄປ​ໄດ້​ຫລາຍວ່າ​​ມີ​ພາ​ວະ​ເຍື່ອ​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນ​ແລ້ວ

ມີ​ທ່າອ່ຽງ​ເປັນ​ໝັນ
ລະບົບ​ສືບ​ພັນ​ຂອງ​ເພດ​ຍິງ​ທີ່​ເປັນ​ປົກກະຕິໄຂ່​ທີ່​ຖືກ​ຜະລິດ​ຈາກ​ຮວຍໄຂ່​ຈະ​ເດີນທາງ​ໄປ​ຕາມ​ທໍ່​ນຳ​ໄຂ່​ແລະ​ໄປ​ພົບກັບ​​ຂອງ​ເພດ​ຊາຍ​ຈົນ​ເກີດ​ການ​ປະຕິ​ສົນ​ທິ​ຂຶ້ນ​ວ່າ​ກັບ​ຜູ້ຍິງ​ທີ່​ມີ​ເຍື່ອ​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນຈະ​ມີ​ຄວາມ​ຜິດ​ປົກກະຕິ​ບ່ອນ​ທໍ່​ນຳ​ໄຂ່​ນໍາຈຶ່ງ​ເຮັດໃຫ້​ໄຂ່​ທີ່​ຖືກ​ສົ່ງ​ມາ​ຈາກ​ຮວຍໄຂ່​ບໍ່​ສາມາດ​ຕົກ​ມາ​ເຖິງ​ທໍ່​ນຳ​ໄຂ່​ໄດ້ການ​ປະຕິ​ສົນ​ທິ​ຈຶ່ງ​ເກີດ​ຂຶ້ນ​ໄດ້​ຍາກ​ຫລື​ບໍ່​ມີ​ມື້​ເກີດ​ຂຶ້ນ​ໄດ້​
ທັງ​ນີ້​ສາດ​ສະດາ​ຈານ​ເບີລຕັນ ແບ​ລິ​ເອີ ຫົວ​ໜ້າ​ພະແນກ​ສູ​ຕິນ​ລີ​ສາດຄະນະ​ແພ​ດ​ສາດ ມະຫາ​ວິທະຍາ​ໄລ​ມິດ​ຊູ​ລີຍັງ​ໃຫ້​ຂໍ້​ມູນ​ເພີ່ມຕືມ​ມາ​​ວ່າ:ຜູ້ຍິງ​ທີ່​ລະບົບ​ສືບ​ພັນ​ປົກກະຕິ​ດີ​ຈະ​ມີ​ທ່າອ່ຽງ​ຖືພາ​ປະ​ມານ20%ຕໍ່​ເດືອນໃນ​ຂະນະ​ຜູ້ຍິງ​ທີ່​ມີ​ພາ​ວະ​ເຍື່ອ​​ໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນຈະ​ມີ​ທ່າອ່ຽງຖືພາ​ປະ​ມານ10%ຕໍ່​ເດືອນ​ເທົ່າ​ນັ້ນອີກ​ທັງ​ຝາ​ມົດລູກ​ຂອງ​ສາວໆເຫລົ່າ​ນີ້​ຍັງ​ບໍ່​ຄ່ອຍ​ສົມບູນ​ແລະ​ບໍ່​ແຂງ​ແຮງ​ພໍ​ຈະໃຫ້​ໂຕອ່ອນ​ມາ​ຝັງ​ໂຕ​ໃນ​ມົດລູກ​ໄດ້​ນໍາອີກ​
ສະ​ນັ້ນ​ຈຶ່ງ​ຖື​ໄດ້​ວ່າ​ຜູ້ຍິງ​ທີ່​ມີ​ພາ​ວະ​ເຍື່ອໂພງ​ມົດລູກ​ຈະເລີນ​ຜິດ​ບ່ອນສ່ວນ​ຫລາຍ​ຈະ​ເປັນ​ພາ​ວະ​ເປັນ​ໝັນ​ຕິດ​ໂຕ​ມາ​ເກືອບ​ທຸກ​ຄົນ​ນັ້ນ​ເອງ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...