spot_img
Homeຂ່າວການພັດທະນາສື່ອອນລາຍພວມມີອິດທິພົນໃນສັງຄົມ ຜູ້ເສບສື່ຕ້ອງຮູ້ຈັກໄຈ້ແຍກ!

ສື່ອອນລາຍພວມມີອິດທິພົນໃນສັງຄົມ ຜູ້ເສບສື່ຕ້ອງຮູ້ຈັກໄຈ້ແຍກ!

Published on

facebook

ວິວັດທະນາການຂອງສັງຄົມໄດ້ມີການພັດທະນາໄປຢ່າງກ້າວກະໂດດ, ໂດຍສະ ເພາະພາຍຫລັງກ້າວເຂົ້າສູ່ສັດຕະ ວັດໃໝ່ທີ 21 ມານີ້, ໃນນັ້ນຂົງເຂດ ວຽກງານສື່ ສານມວນຊົນຂໍ້ມູນຂ່າວສານແມ່ນມີການພັດທະນາວ່ອງ ໄວທີ່ສຸດຈົນສາມາດ ເຮັດໃຫ້ພວກເຮົາຮັບຮູ້ການເຄື່ອນໄຫວປ່ຽນແປງຂອງສັງຄົມໄດ້ຕະຫລອດເວລາ ທັງໃນປັດຈຸບັນ ແລະ ອະນາຄົດ. ໃນຕົວຈິງ ແລ້ວ“ ສື່ ” ແມ່ນເຄື່ອງມືທີ່ສະທ້ອນ ໃຫ້ເຫັນພາບການເຄື່ອນໄຫວຕົວຈິງຂອງສັງຄົມ ແລະ ມີອິດທິພົນຕໍ່ສັງຄົມບໍ່ໜ້ອຍ, ປະ ເທດລາວເຮົາ, ກໍຄືກັບຫລາຍໆປະເທດໃນໂລກທີ່ໃຫ້ຄວາມສຳຄັນໃນການນຳ ໃຊ້ສື່ມວນຊົນເປັນເຄື່ອງມືໃນ ການໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ ແລະ ການ ເຄື່ອນໄຫວດ້ານຕ່າງໆຂອງສັງຄົມ ແລະ ປັດຈຸບັນນີ້, ການພັດທະນາຂອງສື່ສັງຄົມອອນລາຍເຊັ່ນ: ເຟສບຸກ, ອິນເຕິເນັດ, ຢູທຸບ, ທະວິດເຕີ ແລະ ອື່ນໆ, ພວມກາຍເປັນ ເຕັກໂນໂລຊີທີ່ທັນສະໄໝເຂົ້າມາມີບົດບາດສຳຄັນຕໍ່ການດຳລົງຊີວິດຂອງຄົນ ເພື່ອໃຫ້ເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢ່າງງ່າຍດາຍ, ບໍ່ວ່າຈະຢູ່ມູມໃດຂອງໂລກແມ່ນສາມາດຕິດຕໍ່ສື່ສານ,ແລກປ່ຽນ ຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນຢ່າງວ່ອງໄວພຽງ ແຕ່ເຊື່ອມຕໍ່ລະບົບອີນເຕີເນັດກໍສາມາດສ້າງສັງຄົມໃໝ່ຂື້ນມາໃນໂລກອອນລາຍໄດ້,ແຕ່ສິ່ງດັ່ງກ່າວນີ້ມັນມີທັງດ້ານບວກ ແລະ ດ້ານລົບຂອງມັນຄື:ການນຳສະເໜີເຫດການວຽກດີຄົນເດັ່ນ, ການລາຍງານປາກົດການຫຍໍ້ທໍ້ໃນສັງຄົມ, ເປັນເວທີສະແດງ ຄວາມຄິດເຫັນຕໍ່ການບໍລິຫານ, ການຄຸ້ມຄອງນັບທັງພາກລັດ ແລະ ເອກະຊົນເພື່ອໃຫ້ມີການປັບປຸງວຽກງານ ຫລື ການບໍລິ ການດີຂຶ້ນ, ດັ່ງຕົວຢ່າງເກີດຂຶ້ນເມື່ອບໍ່ດົນນີ້, ມີຜູ້ຍິງຄົນໜຶ່ງໄດ້ນຳສະເໜີວີດີໂອຄວາມຄິດເຫັນຂອງຕົນຕໍ່ຂອດການບໍລິການ ຂອງແພດໝໍຈຳນວນໜຶ່ງຢູ່ໂຮງໝໍຂອງລັດບາງແຫ່ງວ່າບໍ່ທັນເອົາໃຈໃສ່ຕໍ່ການເບິ່ງແຍງຄົນເຈັບດີເທົ່າທີ່ຄວນ, ໂດຍສະເພາະ ຄົນເຈັບທີ່ທຸກຍາກແມ່ນບໍ່ຄ່ອຍມີແພດໝໍສົນໃຈ,ແຕ່ຄົນເຈັບທີ່ອ້າວມີຖານະດີແດ່ກໍແມ່ນຍາດກັນເບິ່ງ, ຕໍ່ກັບວີດີໂອດັ່ງກ່າວໄດ້ ເຮັດໃຫ້້ພາກສ່ວນກ່ຽວຂ້ອງກໍໄດ້ອອກມາຊີ້ແຈງ ແລະ ຍອມຮັບການ ປັບປຸງ ແລະ ຕ້ອງໄດ້ແນະນຳໃຫ້ບັນດາໂຮງໝໍຕິດເລກ ໝາຍໂທລະສັບຂອງໜ່ວຍງານຮັບຜິດຊອບ, ສຳລັບໃຫ້ຍາດພີ່ນ້ອງຄົນເຈັບໂທແຈ້ງຖ້າພົບກໍລະນີບໍລິການບໍ່ດີຂອງແພດໝໍ ດັ່ງນີ້ເປັນຕົ້ນ ແລະ ຄຽງຄູ່ກັບດ້ານດີທີ່ກ່າວມານັ້ນ, ການໃຊ້ສື່ອອນລາຍທີ່ຂາດການຢັບຢັ່ງສັ່ງໃຈ, ຂາດການພິຈາລະນາ ຢ່າງຖີ່ຖ້ວນຮອບຄອບ ແລະ ຂາດຈັນຍາບັນ ເຊັ່ນ: ມີການເອົາຮູບພາບທີ່ບໍ່ເໝາະສົມ, ລາມົກອານາຈານ, ບໍເຄົາລົບຕໍ່ສິດທິ ຂອງຜູ້ເສຍຫາຍ, ບຸກຄົນອື່ນ ແລະ ມີການສະແດງຄວາມຄິດເຫັນທີ່ບໍ່ສ້າງສັນໃສ່ຮ້າຍປ້າຍສີຜູ້ອື່ນ ແລະ ສົ່ງຜົນເສຍຫາຍ ຫລາຍຢ່າງຕາມມາ, ບາງຄັ້ງອາດກາຍເປັນການສ້າງຂໍ້ຄັດແຍງທີ່ຮ້າຍແຮງແກ່ສັງຄົມຂຶ້ນເລື້ອຍໆຄື: ເມື່ອບໍ່ດົນນີ້, ມີສື່ມວນ ຊົນຢູ່ປະເທດໃກ້ຄຽງໄດ້ໃຫ້ທັດສະນະວ່າ: ປັດຈຸບັນ, ສື່ສັງຄົມອອນລາຍ, ມັນໄດ້ທຳລາຍສິ່ງທີ່ປິດກັ້ນ ແລະ ຂໍ້ຈຳກັດຂອງ ການສື່ສານໃນຫລາຍປະເທດ, ຂະນະດຽວກັນມັນໄດ້ສ້າງຮູບແບບໃໝ່ໃນການນຳສະເໜີຂ່າວທີ່ປ່ຽນແປງຈາກອະດິດ ເຊັ່ນ: ໃນອະດີດເມື່ອມີເຫດການເກີດຂຶ້ນຕ້ອງລໍຖ້າໃຫ້ນັກຂ່າວເປັນຜູ້ນຳສະເໜີຂ່າວຜ່ານສື່ຕ່າງໆ, ແຕ່ປັດຈຸບັນທຸກຄົນແມ່ນສາມາດ ລາຍງານເຫດການທີ່ເກີດຂຶ້ນກັບທີ່ຜ່ານລະບົບອອນລາຍຂອງຕົນທັນທີ, ເຊິ່ງບາງຄັ້ງຜູ້ທີ່ໃຊ້ສື່ອອນລາຍນັ້ນຍັງບໍ່ຮູ້ວ່າສິ່ງທີ່ ຕົນນຳສະເໜີນັ້ນມີຄວາມເປັນຈິງຊຳໃດ?ອາດກໍໃຫ້ເກີດສິ່ງທີ່ຜິດພາດກໍເປັນໄດ້.

ດັ່ງນັ້ນ, ຜູ້ບໍລິໂພກສື່ອອນລາຍກໍຕ້ອງຮູ້ຈັກເບິ່ງ, ຕ້ອງຈຳແນກອັນໃດຖືກ, ອັນໃດຜິດ, ອັນໃດດີ ຫລື ບໍ່ດີເຫລົ່ານີ້ເປັນຕົ້ນ ແລະ ຂະນະດຽວກັນຜູ້ນຳໃຊ້ສື່ດັ່ງກ່າວກໍຕ້ອງມີຈັນຍາບັນ ແລະ ເພີ່ມຄວາມຮັບພິຊອບຂອງຕົນຕໍ່ສິ່ງທີ່ໄດ້ກະທຳໃຫ້ມີຜົນປະ ໂຫຍດຕໍ່ຊາດ ແລະ ສັງຄົມແມ່ນຈະເປັນການດີສຸດເພື່ອພວກເຮົາໄດ້ຢູ່ຮ່ວມກັນດ້ວຍຄວາມຜາສຸກ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...