spot_img
Homeຂ່າວຕ່າງປະເທດຊາວຝຣັ່ງເດີນຂະບວນ ຮຽກຮ້ອງໃຫ້ລັດຖະບານ ຖອນໂຕອອກຈາກກຸ່ມ NATO!

ຊາວຝຣັ່ງເດີນຂະບວນ ຮຽກຮ້ອງໃຫ້ລັດຖະບານ ຖອນໂຕອອກຈາກກຸ່ມ NATO!

Published on

558000006402003

ກຸ່ມຜູ້ປະທ້ວງຊາວຝຣັ່ງຈຳນວນນັບພັນຄົນ ຮວມຕົວກັນເດີນຂະບວນໃນນະຄອນຫລວງປາຣີ ຮຽກຮ້ອງໃຫ້ລັດຖະບານຝຣັ່ງ ຖອນໂຕອອກຈາກການເປັນສະມາຊິກນາໂຕ້.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ມິຖຸນານີ້ວ່າ ກຸ່ມຜູ້ປະທວ້ງໄດ້ພາກັນຍົກປ້າຍ ແລະ ເປັ່ງສຽງຮຽກຮ້ອງ ໃຫ້ລັດຖະບານຝຣັ່ງ ຖອນໂຕອອກຈາກການເປັນສະມາຊິກ ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ (NATO) ໂດຍລະບຸວ່າ ອົງການທາງການທະຫານດັ່ງກ່າວນີ້ ແມ່ນສ້າງພາລະທາງດ້ານງົບປະມານທີ່ເພີ່ມຂຶ້ນໂດຍບໍ່ຈຳເປັນ ໃຫ້ແກ່ປະເທດຝຣັ່ງ ແລະ ຍັງຕັດຮອນອຳນາດອະທິປະໄຕຂອງຝຣັ່ງອີກດ້ວຍ, ພ້ອມນັ້ນ ກຸ່ມຜູ້ປະທ້ວງຍັງໄດ້ລະບຸອີກວ່າ ກຸ່ມນາໂຕ້ ແມ່ນໄດ້ກາຍເປັນເຄື່ອງມືຂອງສະຫະລັດອາເມຣິກາ ໃນການຮຸກຮານ ແລະ ແຊກແຊງປະເທດຕ່າງໆ.

ກ່ອນໜ້ານີ້ ໃນປີ 1966 ອະດີດປະທານາທິບໍດີ ຊາກ ເດີ ໂກນ ໄດ້ຕັດສິນໃຈຖອນຝຣັ່ງອອກຈາກການເປັນສະມາຊິກນາໂຕ້ມາແລ້ວ ໂດຍລະບຸວ່າການເປັນສະມາຊິກນາໂຕ້ ເປັນການທຳລາຍອະທິປະໄຕຂອງປະເທດ, ແນວໃດກໍຕາມ ປະເທດຝຣັ່ງໄດ້ສະໝັກເຂົ້າເປັນສະມາຊິກນາໂຕ້ອີກເທື່ອໜຶ່ງ ໃນສະໄໝປະທານາທິບໍດີ ນິໂກລາດ ຊາໂກຊີ ເຊິ່ງຖືເປັນການກັບເຂົ້າມາຮ່ວມໃນນາໂຕ້ເປັນຄັ້ງທຳອິດ ໃນຮອບ 40 ປີ.

558000006402001

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...