ພະຍາດຫລອດເລືອດສະຫມອງອັນຕະລາຍເຖິງຊີວິດ ຫລືອາດກາຍເປັນອຳມະພຶກ,ອຳມະພາດແນະນໍາໃຫ້ສັງເກດອາການດ້ວຍຕົນເອງຕາມຫລັກFASTຖ້າພົບຄວາມຜິດປົກກະຕິຄວນຮີບພົບແພດໂດຍໄວຫລຸດອັດຕາພິການຫລືເສຍຊີວິດໄດ້
ວັນທີ່24ພຶດສະພາຂອງທຸກປີອົງການອະນາໄມໂລກກຳນົດໃຫ້ເປັນມື້ອຳມະພຶກ,ອຳມະພາດໂລກຫລືມື້ຫລອດເລືອດສະຫມອງເພື່ອປຸກລະດົມໃຫ້ປະຊາຊົນເກີດຄວາມຕື່ນໂຕໃນການປ້ອງກັນພະຍາດຫລອດເລືອດສະຫມອງຫລືທີ່ເອີ້ນວ່າພະຍາດອຳມະພຶກ,ອຳມະພາດ
ພະຍາດຫລອດເລືອດສະຫມອງເປັນສາເຫດການເສຍຊີວິດອັນດັບ3ຮອງຈາກພະຍາດມະເຮັງແລະພະຍາດຫົວໃຈຕາມລຳດັບແລະຍັງພົບວ່າເປັນພະຍາດທີ່ພົບເລື້ອຍໆທີ່ສຸດຂອງພະຍາດທາງລະບົບປະສາດຊຶ່ງເປັນສາເຫດຂອງການເສຍຊີວິດຫລືຄວາມພິການ ແບ່ງເປັນ2ປະເພດຄື:ຫລອດເລືອດສະຫມອງຕີບຫລືອຸດຕັນເປັນສາເຫດສ່ວນໃຫຍ່ທີ່ເຮັດໃຫ້ເກີດພະຍາດຫລອດເລືອດສະຫມອງພົບໄດ້ປະມານຮ້ອຍລະ80ແລະຫລອດເລືອດສະຫມອງແຕກຫລືຈີກຂາດພົບໄດ້ປະມານຮ້ອຍລະ 20
ຖ້າປະຊາຊົນຮູ້ຈັກເບິ່ງແຍງຕົນເອງແລະໝັ່ນສຳຫລວດຄວາມຜິດປົກກະຕິຂອງຮ່າງກາຍຢູ່ສະເໝີຈະສາມາດປ້ອງກັນແລະຫລຸດຄວາມຮຸນແຮງຂອງພະຍາດດັ່ງກ່າວໄດ້ໂດຍປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຫລອດເລືອດສະຫມອງໄດ້ແກ່ພາວະຄວາມດັນເລືອດສູງ ເບົາຫວານ,ໄຂມັນໃນເລືອດສູງ,ອາຍຸທີ່ຫລາຍຂຶ້ນຫລອດເລືອດຈະເສື່ອມໄປນໍາການສູບຢາຂາດການອອກກຳລັງກາຍທີ່ເໝາະສົມພາວະນ້ຳໜັກເກີນແລະພົບວ່າເພດຊາຍມີຄວາມສ່ຽງຕໍ່ພະຍາດດັ່ງກ່າວສູງກວ່າເພດຍິງທັງນີ້ອາການເຕືອນສຳຄັນທີ່ສັງເກດໄດ້ດ້ວຍຕົນເອງຕາມຫລັກທີ່ຈື່ໄດ້ງ່າຍຄື F A S T
F=FACEຊາຫລືອ່ອນແຮງທີ່ໜ້າຕາມົວເບິ່ງເຫັນຮູບຊ້ອນຫລືເຫັນເຄິ່ງດຽວ
A =ARMອາການແຂນຂາອ່ອນແຮງຂ້າງໃດຂ້າງໜຶ່ງ
S=SPEECHປາກບ້ຽວ,ເວົ້າບໍ່ແຈ້ງ,ເວົ້າລຳບາກ,ເວົ້າບໍ່ໄດ້
T=TIMEເວລາທີ່ຈະຕ້ອງຟ້າວໄປໂຮງໝໍໃຫ້ໄວທີ່ສຸດ
ອາການເຫລົ່ານີ້ມັກເກີດຂຶ້ນຢ່າງຮຸນແຮງໃນຄົນທີ່ມີພາວະສະຫມອງຂາດເລືອດແບບຊົ່ວຄາວອາດມີອາການເຕືອນເຫລົ່ານີ້ເກີດຂຶ້ນຊົ່ວຂະນະແລ້ວຫາຍໄປເອງຫລືອາດເກີດຂຶ້ນໄດ້ຫລາຍເທື່ອກ່ອນຈະມີອາການສະຫມອງຂາດເລືອດແບບຖາວອນສິ່ງທີ່ສຳຄັນຄືຜູ້ປ່ວຍຕ້ອງສັງເກດຄວາມຜິດປົກກະຕິຂອງຮ່າງກາຍຖ້າພົບອາການຂ້າງຕົ້ນຕ້ອງຟ້າວໄປພົບໝໍໂດຍໄວທີ່ສຸດຈະສາມາດຊ່ວຍປິ່ນປົວຊີວິດແລະຫລຸດຄວາມພິການທີ່ຈະເກີດຂຶ້ນເນື່ອງຈາກຈຸລັງສະຫມອງຂາດເລືອດພຽງ1ນາທີຈະມີຈຸລັງສະຫມອງຕາຍປະມານ1 ລ້ານຈຸລັງຖ້າໄດ້ຮັບການປິ່ນປົວຊ້າອາດເຮັດໃຫ້ເກີດຄວາມພິການຫລາຍຂຶ້ນສຳລັບແນວທາງເພື່ອຫລຸດຄວາມສ່ຽງພະຍາດຫລອດເລືອດສະຫມອງຄື:ກິນອາຫານໃຫ້ຄົບ5ໝູ່ ຫລີກລ້ຽງອາຫານລົດເຄັມ,ໄຂມັນສູງ,ຄວບຄຸມລະດັບຄວາມດັນເລືອດ,ໄຂມັນແລະນ້ຳຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິອອກກຳລັງກາຍຢ່າງສະຫມ່ຳສະເໝີຫລີກລ້ຽງເຄື່ອງດື່ມແອວກໍຮໍ,ງົດສູບຢາລວມເຖິງກວດສຸຂະພາບປະຈຳປີເພື່ອຄົ້ນຫາປັດໄຈສ່ຽງ ໃນກໍລະນີທີ່ມີປັດໄຈສ່ຽງຫລືຜູ້ທີ່ເປັນພະຍາດນີ້ຢູ່ແລ້ວຕ້ອງປິ່ນປົວແລະກິນຢາຢ່າງສະ ຫມ່ຳສະເໝີປະຕິບັດໂຕພາຍໃຕ້ຄຳແນະນຳຂອງໝໍຢ່າງເຄັ່ງຄັດແລະຮີບໄປພົບໝໍທັນທີຖ້າພົບອາການຜິດປົກກະຕິ