spot_img
Homeຂ່າວພາຍ​ໃນລາວຕັ້ງເປົ້າຜະລິດກາເຟ ໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ ພາຍໃນປີ 2020!

ລາວຕັ້ງເປົ້າຜະລິດກາເຟ ໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ ພາຍໃນປີ 2020!

Published on

Laos-coffee
(ພາບປະກອບ)

ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ຕັ້ງ​ເປົ້າ​ຜະລິດ​ກາເຟ​ເປັນ​ສິນຄ້າ ໃຫ້​ໄດ້​ຫຼາຍ​ກວ່າ​ຈຳນວນ 120.000 ໂຕນ ຮອດ​ປີ 2020 ແລະ ເພີ່ມ​ເປັນ​ຈຳນວນ 280.000 ໂຕນ ຮອດ​ປີ 2025 ໂດຍ​ຈະ​ສຸມ​ໃສ່​ການ​ຍົກ​ລະດັບ ແລະ ສົ່ງເສີມ​ການ​ຜະລິດ ໃຫ້​ໄດ້​ມາດຕະຖານ​ກະສິກຳ​ອິນ​ຊີ ແລະ ກະສິກຳ​ທີ່​ດີ ໄປ​ຄ່ຽງ​ຄູ່​ກັບ​ການ​ປູກ​ກາເຟ​ທີ່​ມີ​ຄຸນ​ລັກສະນະ​ສະເພາະ​ຂອງ​ທ້ອງຖິ່ນ ກໍ່​ຄື​ຢູ່​ພາກ​ເໜືອ​ຈຳນວນ​ໜຶ່ງ​ກຳລັງ​ປູກ ແລະ ບາງ​ແຂວງ​ບາງ​ເຂດ​ກຳລັງ​ທົດ​ລອງ ເຫັນ​ວ່າ​ຢູ່​ຫຼາຍ​ແຂວງ​ມີ​ຄວາມ​ເໝາະ​ສົມ ແລະ ໄດ້​ຮັບ​ຜົນສຳເລັດ​ຄາດ​ວ່າ​ຮອດ​ປີ 2020-2025 ເນື້ອທີ່​ປູກ​ກາເຟ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ສົມຄວນ.

ແຫຼ່ງ​ຂ່າວ​ຈາກ​ກະຊວງ​ກະສິກຳ ແລະ ປ່າໄມ້ ໃຫ້​ຮູ້​ວ່າ: ປັດຈຸບັນ ການ​ຜະລິດ​ສິນຄ້າ​ໂດຍ​ສະເພາະ​ກາເຟ ເຫັນ​ວ່າ​ມີ​ການ​ຂະຫຍາຍຕົວ ແລະ ເພີ່ມ​ຂຶ້ນ​ເປັນ​ກ້າວໆ ຖ້າ​ທຽບໃສ່​ປີ 2006 ຄື: ສາມາດ​ບັນລຸ​ຫຼາຍ​ກວ່າ 87.000 ໂຕນ ເພີ່ມ​ຂຶ້ນ 2 ເທົ່າ ສຳລັບ​ເນື້ອທີ່​ປູກ​ກາເຟ​ເພື່ອ​ຜະລິດ​ເປັນ​ສິນຄ້າ ສ່ວນ​ໃຫຍ່​ແມ່ນ​ຢູ່​ເຂດ​ພູ​ດອຍ ແລະ ພູ​ພຽງ ຕົ້ນຕໍ​ແມ່ນ​ຢູ່​ພູ​ພຽງ​ບໍລິເວນ​ເປັນ​ຫຼັກ ເຊັ່ນ: ຢູ່​ເມືອງ​ປາກ​ຊ່ອງ ເມືອງ​ບາ​ຈຽງ ແຂວງ​ຈຳປາ​ສັກ ເມືອງ​ເລົ່າ​ງາມ ແຂວງ​ສາລະ​ວັນ ເມືອງ​ທ່າ​ແຕງ ແຂວງ​ເຊ​ກອງ ເຊິ່ງ​ມີ​ເນື້ອທີ່​ລວມ​ທັງ​ໝົດ​ປະມານ 130.000 ເຮັກຕາ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...