spot_img
Homeນານາສາລະນັກວິໄຈເຕືອນຄວນງົດດື່ມກາເຟລະຫວ່າງກິນຢາພາລາເຊຕາມອນ

ນັກວິໄຈເຕືອນຄວນງົດດື່ມກາເຟລະຫວ່າງກິນຢາພາລາເຊຕາມອນ

Published on

Untitled-1

ເຕືອນ​ການດື່ມ​ກາ​ເຟ​ລະຫວ່າງ​ກິນ​ຢາພາ​ລາ​ເຊ​ຕາ​ມອນອາດ​ເຮັດໃຫ້​ຕັບ​ເສຍ​ຫາຍ​ຮຸນແຮງ​ເທົ່າໆກັບ​ການ​ກິນ​ຢາ​ແກ້​ປວດ​ຂະນະ​ດື່ມ​ເຫລົ້າ

ປົກກະຕິ​ແລ້ວການ​ກິນ​ຢາພາ​ລາ​ເຊ​ຕາ​ມອນເກີນ​ຂະໜາດ​ພຽງນ້ອຍໜຶ່ງ​ກໍ​ສາມາດ​ເຮັດໃຫ້​ຕັບ​ເສຍ​ຫາຍ​ຖາວອນນອກ​ຈາກ​ນັ້ນນັກ​ວິ​ໄຈ​ຍັງ​ຮູ້​ດີ​ວ່າການ​ດື່ມ​ແອວ​ກໍ​ຮໍ​ເຂົ້າໄປ​ຈຳນວນ​ຫລາຍອາດ​ເຮັດ​ປະຕິ​ກິ​ລິ​ຍາ​ໃຫ້​ຢາ​ຊະນິດ​ນີ້​ກາຍ​ເປັນ​ພິດ​ຫລາຍ​ຂຶ້ນສະ​ນັ້ນງານ​ວິ​ໄຈ​ນີ້​ຖື​ເປັນ​ເທື່ອ​ທໍາອິດ​ທີ່​ບອກ​ວ່າ​ການ​ກິນ​ຢາ​ພາ​ລາ​ເຊ​ຕາ​ມອນ​ແລະ​ດື່ມ​ກາ​ເຟອາດ​ສົ່ງ​ຜົນ​ຮ້າຍ​ເຊັ່ນ​ດຽວ​ກັນ

ປະຈຸບັນມີ​ການ​ເຕີມ​ຄາ​ເຟ​ອີນ​ລົງ​ໄປ​ໃນ​ຢາ​ພາ​ລາ​ເຊ​ຕາ​ມອນເພາະ​ເຊື່ອ​ວ່າ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ລະ​ງັບ​ປວດ​ວ່ານັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ວໍ​ຊິງ​ຕັນ​ເຫັນ​ວ່າຄວນ​ຈຳ​ກັດ​ປະລິມານ​ຄາ​ເຟ​ອີນ​ລະຫວ່າງ​ກິນ​ຢາ​ພາ​ລາ​ເຊ​ຕາມ​ອນ

ດຣ ຊິດ ເນນ​ສັນ​ບອກ​ວ່າຂໍ້​ແນະ​ນຳ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ໃຫ້​ເຊົາ​ກິນ​ຢາ​ພາ​ລາ​ເຊ​ຕາ​ມອນ​ຫລື​ເຊົາ​ກິນ​ຜະລິດຕະພັນ​ທີ່​ມີກາເຟ​ອີນພຽງ​ແຕ່​ຕ້ອງ​ລະ​ວັງ​ຫລາຍ​ຂຶ້ນ​ຖ້າ​ກິນ​ພ້ອມໆກັນ ໂດຍ​ສະເພາະ​ຖ້າ​ດື່ມ​ແອວກໍ​ຮໍ​ມາ​ນໍາ

ໃນ​ການສຶກສາ​ນີ້ນັກ​ວິ​ໄຈ​ໃຊ້​ແບກ​ທີ​ເຣຍ​ອີ​ໂຄ​ໄລ​ທີ່​ຜ່ານ​ການ​ດັດ​ແປງ​ພັນ​ທຸ​ກຳ​ໃຫ້​ຜະລິດ​ສານ​ເຄ​ມີ​ສຳຄັນ​ທີ່ປອດ​ໃຊ້​ໃນ​ການ​ຍ່ອຍ​ສະ​ລາຍ​ຢາ​ພາ​ລາ​ເຊ​ຕາ​ມອນນັກ​ວິ​ໄຈ​ພົບ​ວ່າ​ເມື່ອ​ປະສົມ​ພາ​ລາ​ເຊ​ຕາ​ມອນ​ກັບ​ຄາ​ເຟ​ອີນ​ໃນ​ປະລິມານ​ຫລາຍຈະ​ເຮັດໃຫ້​ເກີດ​ສານ​ພິດ​ທີ່​ເປັນ​ອັນຕະລາຍ​ຕໍ່​ຕັບ​ເພີ່ມ​ຂຶ້ນ​ເຖິງ3ເທົ່າ

ດຣ ເນນ​ສັນ ​ອະທິບາຍ​ວ່າສຳລັບ​ຄົນ​ປົກກະຕິປອດ​ຈະ​ເສຍ​ຫາຍ​ຮຸນແຮງ​ຫາກ​ດື່ມ​ກາ​ເຟ ຈອກ​ລະຫວ່າງ​ກິນ​ຢາ​ແກ້​ປວດແຕ່​ສຳລັບ​ບາງ​ຄົນ​ອາດ​ໄດ້ຮັບ​ຜົນ​ກະທົບ​ເຊັ່ນ​ດຽວ​ກັນ​ແມ່ນ​ກິນ​ຢາ​ແກ້​ປວດ​ຫລື​ກາ​ເຟ​ບໍ່​ເທົ່າໃດເຊັ່ນ:ຄົົນທີ່​ກິນ​ຢາ​ແກ້​ພະຍາດ​ລົມ​ບ້າ​ໝູຫລື​ເຊນ​ຈອນເ​ວີດຊຶ່ງ​ເປັນ​ສະ​ໝຸນ​ໄພ​ບຳ​ບັດ​ອາການ​ຊຶມ​ເສົ້າທີ່​ມີ​ລິດ​ເຮັດໃຫ້​ຮ່າງກາຍ​ຜະລິດ​ສານ​ພິດ​ອອກ​ມາ​ຫລາຍກວ່າ​ປົກກະຕິ​ເມື່ອ​ຕັບ​ຍ່ອຍ​ພາ​ລາ​ເຊ​ຕາມ​ອນ

ອີກຢ່າງ​ໜຶ່ງແມ່ນ​ພາ​ລາ​ເຊ​ຕາ​ມອນ​ມີ​ປະໂຫຍດ​ຫລາຍກວ່າ​ພຽງແຕ່​ລະ​ງັບ​ປວດໂດຍ​ມີ​ການ​ວິ​ໄຈ​ກ່ອນ​ໜ້າ​ນີ້​ວ່າຜູ້ຍິງ​ທີ່​ກິນ​ຢາ​ນີ້​ເປັນ​ປະຈຳ​ມີ​ຄວາມ​ສ່ຽງ​ເປັນ​ມະ​ເຮັງ​ຮວຍໄຂ່​ຫລຸດລົງ30% ​ວ່າຖ້າ​ໃຊ້​ໄປ​ດົນ​ໆອາດ​ເປັນ​ອັນຕະລາຍ​ຕໍ່​ຕັບ​ແລະ​ຫມາກໄຂ່ຫລັງລວມ​ເຖິງ​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ເປັນ​ພະຍາດ​ຄວາມ​ດັນ​ເລືອດ​ສູງ​ແລະ​ພະຍາດ​ຫລອດ​ເລືອດ​ສະ​ໝອງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...