spot_img
Homeຄວາມງາມ10ວິທີອອກກຳລັງເຜົາຜານແຄລໍລີໄດ້ຫລາຍ

10ວິທີອອກກຳລັງເຜົາຜານແຄລໍລີໄດ້ຫລາຍ

Published on

1

1.ຂີ່ລົດຖີບຖ້າ​ຜູ້ຍິງ​ນ້ຳ​ໜັກ​ກາຍ​ປົກກະຕິ​ຂີ່ລົດ​ຖີບ​ໜັກໆໂດຍ​ບໍ່​ຢຸດ​ພັກ​ເປັນ​ເວລາ1ຊົ່ວ​ໂມງຈະ​ເຜົາ​ຜານ​ໄດ້​ປະ​ມານ850ແຄ​ລໍ​ລີ​

2

2.ໂດດ​ເຊືອກ

ການ​​ໂດດ​ເຊືອກ​ບໍ່ແມ່ນ​ພຽງແຕ່​ການ​ຫລິ້ນ​ຂອງ​ເດັກນ້ອຍ​ສະເໝີ​ໄປຜູ້ຍິງ​ເຮົາຖ້າ​ໂດດ​ເຊືອກ​ຕິດ​ຕໍ່​ກັນ1ຊົ່ວ​ໂມງ​ຈະ​ຊ່ວຍ​ເຜົາ​ຜານ​ໄດ້​ເຖິງ750ແຄ​ລໍ​ລີ

3

3.ລອຍນ້ຳ

ບໍ່​ມັກ​ໃຫ້​ຕົນເອງ​ເຫື່ອ​ຊຸ່ມກໍ່​ມາ​ລອຍ​ກໍ່ໄດ້ການ​ທີ່​ຜູ້ຍິງ​ລອຍ​ນໍ້າຕິດ​ຕໍ່​ກັນ1ຊົ່ວ​ໂມງ​ຈະ​ເຜົາ​ຜານ​ໄດ້​ເຖິງ 720 ແຄ​ລໍ​ລີ​ເຖິງ​ເມື່ອຍ​ແຕ່​ມ່ວນໄດ້​ແຊ່​ນ້ຳ​ເຢັນ​ສະບາຍ​ນໍາອີກ​

4

4.ເຕັ້ນ​ແອ​ໂລ​ບິກ

ການ​ເຕັ້ນ​ແອ​ໂລ​ບິກ1ຊົ່ວ​ໂມງ​ຈະ​ເຜົາ​ຜານ​ໄດ້​ເຖິງ680ແຄ​ລໍ​ລີ​ການ​ອອກ​ກຳ​ລັງ​ກາຍ​ແບບ​ນີ້​ມັກ​ເປັນ​ທີ່​ນິຍົມ​ເພາະ​ມ່ວນ​ກັບ​ການ​ເຕັ້ນ​ຕາມ​ເພງ​ມ່ວນໆແລະ​ຍັງ​ເຮັດໃຫ້​ຮູບຮ່າງດີ ກຳຈັດ​ເຊນ​ລູ​ໄລ​ທີ່​ຕົ້ນ​ຂາ​ໄດ້ນໍາອີກ

5

5.ຖີບລົດຖີບ​ໄຟ​ຟ້າ(Elliptical trainer)

ສາວໆທີ່​ໄປ​ຟິດ​ເນດ​ຕ້ອງ​ຮ້ອງ​ດີໃຈເພາະ​ການ​ຖີບລົດຖີບ​​ໄຟ​ຟ້າ1ຊົ່ວ​ໂມງ​ຊ່ວຍ​ເຜົາ​ຜານ​ໄດ້​ເຖິງ600ແຄ​ລໍ​ລີ່​ແລະ​ເພີ່ມ​ອັດຕາ​ອີກ11%ຖ້າ​ຖີບ​ຖອຍ​ຫລັງ​ແທນການ​ຖີບ​ແບບ​ປົກກະຕິ​ນໍາອີກ

6

6.ແອ​ໂລ​ບິກ​ໃນ​ນ້ຳ(Water aerobics)

ການ​ອອກ​ກຳ​ລັງ​ກາຍ​ຊະນິດ​ນີ້​ເໝາະ​ສົມກັບ​ສາວໆ​ທີ່​ບໍ່​ມັກ​ເຫື່ອແຕ່​ລອຍ​ບໍ່​ເກັ່ງບໍ່​ຕ້ອງ​ຢ້ານການ​ຫລິ້ນ​ແອ​ໂລ​ບິກ​ໃນ​ນ້ຳ​ຈະ​ຊ່ວຍ​ເຜົາ​ຜານ​ໄດ້​ເຖິງ200-400ແຄ​ລໍ​ລີ່​ຕໍ່​ຊົ່ວ​ໂມງ ແລ້ວ​ແຕ່​ຄວາມ​ເຂັ້ມງວດ​ຂອງ​ການ​ຫລິ້ນ

7

7.ແລ່ນ

ການ​ອອກ​ກຳ​ລັງ​ກາຍ​ທີ່​ຄອງ​ແຊ້ມ​ເຜົາ​ຜານ​ແຄ​ລໍ​ລີຕະຫລອດ​ການນອກ​ຈາກ​ຈະ​ບໍ່​ຕ້ອງ​ມີ​ອຸປະກອນ​ເສີມຊ່ວຍຫ​ລຸດ​ພາ​ວະ​ຄຽດ​ແລະ​ຊຶມ​ເສົ້າ​ແລ້ວຍັງ​ເຜົາ​ຜານ​ໄດ້​ເຖິງ600ແຄ​ລໍ​ລີ​ຕໍ່​ຊົ່ວ​ໂມງ

8

8.HIIT (High Intensity Interval Training)

HIITຄື​ການ​ອອກ​ກຳ​ລັງ​ກາຍ​ແບບ​ຄາລ​ດິ​ໂອ(ເຊັ່ນ:ແລ່ນ,ຂີ່ລົດຖີບ,ໂດດ​ຕົບ,ດັນ​ພື້ນ)ໜັກ​ສະ​ຫລັບ​ກັບ​ຄ່ອຍ​ໃນ​ໄລຍະ​ເວລາ​ໜຶ່ງ​ໂດຍ​ຫ້າມ​ພັກ​ນັ້ນ​ເອງ​HIITຈະ​ເຜົາ​ຜານ​ໄດ້​ຫລາຍກວ່າ​ການ​ອອກ​ກຳ​ລັງ​ກາຍ​ປົກກະຕິເຮັດ​ພຽງ20ນາ​ທີເຜົາ​ຜານ​ໄດ້​ເຖິງ300ແຄ​ລໍ​ລີ​

9

9.ຕີມ​ວຍ

ການ​ອອກ​ກຳ​ລັງ​ກາຍ​ສຸດ​ນິຍົມ​ຂອງ​ດາ​ລາ​ນາງ​ແບບ​ທັງ​ຫລາຍ​ເພາະ​ເຮັດໃຫ້​ນ້ຳ​ໜັກຫ​ລຸດ​ໄດ້​ຢ່າງ​ວ່ອງໄວຊ່ວຍ​ຫລຸດ​ຄວາມ​ຄຽດການ​ຕີ​ມວຍ1ຊົ່ວ​ໂມງ​ໃຊ້​ພະລັງ​ງານ​ເຖິງ600-888 ແຄ​ລໍ​ລີ

10

10. ປີນ​ພູເຂົາ

ກິລາ​ສຳລັບ​ຄົົນທີ່​ມັກ​ປະ​ຈົນ​ໄພການ​ປີນ​ພູເຂົາ​ເຮັດໃຫ້​ນ້ຳ​ໜັກ​ຫລຸດ​ຢ່າງ​ວ່ອງໄວເສີມ​ສ້າງ​ກ້າມ​ຊີ້ນ​ທັງ​ແຂນ​ແລະ​ຂາ​ໃຫ້​ແຂງ​ແຮງປີນ​ພູເຂົາ1ຊົ່ວ​ໂມງ​ເຜົາ​ຜານ​ໄດ້​ເຖິງ500-800 ແຄ​ລໍ​ລີ​

ເລືອກ​ປະ​ເພດ​ການ​ອອກ​ກຳ​ລັງ​ໃຫ້​ເໝາະ​ສົມໃນແບບ​ຂອງ​ຕົນ​ເອງ​ມັກ​ສາວໆຈະ​ໄດ້​ບໍ່​ເບື່ອ ເຮັດ​ໄດ້​ຢ່າງ​ຕໍ່​ເນື່ອງແລະ​ມ່ວນ​ໄປ​ກັບ​ມັນ​ໄດ້​ດົນໆ

ບົດຄວາມຫຼ້າສຸດ

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...