spot_img
Homeຂ່າວເຫດການຄະ­ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ສະ­ຫະ­ພັນ​ຣັດ​ເຊຍ ຢ້ຽມ­ຢາມ​ ສ​ປ​ປ ລາວ!

ຄະ­ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ສະ­ຫະ­ພັນ​ຣັດ​ເຊຍ ຢ້ຽມ­ຢາມ​ ສ​ປ​ປ ລາວ!

Published on

20150519134520

ໂດຍ​ຕອບ​ສະ­ໜອງ​ຕາມ​ການເຊື້ອ​ເຊີນ​ຂອງ​ພັກ​ປະ­ຊາ­ຊົນປະ­ຕິວັດ​ລາວ ກຳ­ມະ­ການ​ກົມການເມືອງ ຄະ­ນະ​ຜູ້​ແທນ​ພັກ​ກອມມູ​ນິດ​ສະ­ຫະ­ພັນ​ຣັດ​ເຊຍ ນຳ​ໂດຍທ່ານ ກລື​ຈ​ກົບ ອັນເດຼ ເອບ ເກນ​ນິ​ເອ​ວິ​ຈ ຄະ­ນະ​ບໍ­ລິ­ຫານ​ງານສູນ​ກາງ​ພັກ​ກອມ​ມູ​ນິດ ສະ­ຫະພັນ​ຣັດ​ເຊຍ ສະ­ມາ­ຊິກ​ສະ­ພາ ຫົວໜ້າ​ກຸ່ມ​ພັກ​ກອມ​ມູ​ນິດ​ສະ­ຫະ­ພັນຣັດ​ເຊຍ ປະ­ຈຳ​ສະ­ພາ​ດູ​ມາ ນະຄອນ​ຫຼວງ​ມົດ​ສະ​ກູ ພ້ອມ​ຄະ­ນະ ໄດ້​ເຄື່ອນ​ໄຫວ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ແຕ່​ວັນ​ທີ 16-22  ພຶດ­ສະ­ພາ 2015ເພື່ອ​ເປັນ​ການສືບ­ຕໍ່​ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ.

ວັນ​ທີ 19 ພຶດ­ສະ­ພາ 2015 ທີ່​ຄະ­ນະ​ພົວ­ພັນ​ຕ່າງ­ປະ­ເທດ​ສູນກາງ​ພັກ ທ່ານ​ນາງ ສູນທອນ ໄຊ​ຍະ​ຈັກ ກຳ­ມະ­ການ​ສູນ​ກາງພັກ ຮອງ​ຫົວ­ໜ້າ​ຄະ­ນະ​ພົວ­ພັນຕ່າງ­ປະ­ເທດ​ສູນກາງ​ພັກ ລັດ​ຖະມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການຕ່າງ­ປະ­ເທດ ໄດ້​ພົບ​ປະ ແລະ ເຮັດ​ວຽກກັບ​ຄະ­ນະ​ຜູ້​ແທນ​ພັກກອມ​ມູ​ນິດ​ສະ­ຫະ­ພັນ​ຣັດ​ເຊຍ ນຳໂດຍ​ທ່ານ ກລື​ຈ​ກົບ ອັນ​ເດຼ ເອບ ເກນ​ນິ​ເອ​ວິ​ຈ ເຊິ່ງ​ການ​ພົບ​ປະ​ຄັ້ງນີ້ ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ສະ­ພາບການ​ພົ້ນເດັ່ນ​ຢູ່​ແຕ່​ລະ ​ປະ­ເທດ ການ​ເຄື່ອນໄຫວ​ຂອງ​ແຕ່​ລະ​ພັກ ແລກ­ປ່ຽນສະ­ພາບ​ການກ່ຽວ​ກັບ​ບັນ­ຫາພາກ​ພື້ນ ແລະ ສາ­ກົນ ທີ່​ສອງຝ່າຍ​ມີ​ຄວາມ​ສົນ­ໃຈ ພ້ອມ​ທັງ​ປຶກສາ​ຫາ­ລືກ່ຽວ​ກັບ​ທິດ​ທາງ​ຮ່ວມມື​ລະ­ຫວ່າງ​ສອງ​ພັກ ​ໃນ​ຊຸມ​ປີ​ຕໍ່ໜ້າ ແລະ ຕີ​ລາ­ຄາ​ສູງ​ຕໍ່​ຜົນ​ສຳເລັດ​ຂອງ​ການ​ພົວ­ພັນ​ຮ່ວມ​ມືລະຫວ່າງ​ສອງ​ພັກ-ສອງ​ ລັດ ແລະ ປະ­ຊາ­ຊົນ​ສອງ​ປະ­ເທດ ລາວ-ຣັດເຊຍ ທີ່​ມີ​ມາ​ແຕ່​ດົນ​ນານ​ໃຫ້​ນັບ​ມື້ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ.

ໃນ​ໄລ­ຍະ​ຢ້ຽມ­ຢາມ ສປປ ລາວ ຄະ­ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ສະຫະ​ພັນ​ຣັດ​ເຊຍ ໄດ້​ເຂົ້າຢ້ຽມ​ຄຳນັບ​ການ​ນຳ ພົບ​ປະ ແລະ ເຮັດວຽກ​ກັບ​ສະ­ພາ​ແຫ່ງ​ຊາດ ສະ​ມາຄົມ​ມິດ­ຕະ­ພາບ​ລາວ-ຣັດ​ເຊຍ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວໜຸ່ມປະ­ຊາ­ຊົນປະ­ຕິ­ວັດ​ລາວ ສູນກາງສະ­ຫະ­ພັນ​ແມ່­ຍິງ​ລາວ ຄະນະ​ພັກ ແລະ ອຳ­ນາດ​ການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ ພ້ອມກັນ​ນັ້ນ ຍັງ​ໄດ້​ພົບ​ປະ​ກັບ​ບັນ­ດາອະ­ດີດ​ນັກ​ສຶກ​ສາ​ລາວ ​ທີ່​ຈົບ​ຈາກສະ­ຫະ­ພາບ​ໂຊ​ວຽດ ທ່ຽວ​ຊົມ​ສະຖານ​ທີ່​ປະ­ຫວັດ­ສາດ ແລະ ວັດທະ­ນະ​ທຳ​ຈຳ­ນວນ​ໜຶ່ງ​ຢູ່​ແຂວງຫຼວງ​ພະ​ບາງ ແລະ ນະ­ຄອນ­ຫຼວງວຽງ​ຈັນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...