spot_img
Homeນານາສາລະເຕືອນໄພກິນ”ເກືອ”ຫລາຍເຮັດໃຫ້ຕຸ້ຍມີຂີ້ໂພ່ນ

ເຕືອນໄພກິນ”ເກືອ”ຫລາຍເຮັດໃຫ້ຕຸ້ຍມີຂີ້ໂພ່ນ

Published on

iStock_000007235087_Medium_SaltBowl_091812

ເປີດ​ເຜີຍ​ເຖິງ​ສາ​ເຫດ​ຂອງ​ພະຍາດ​ຕຸ້ຍ​ທີ່​ສຳພັນ​ກັບ​ການ​ກິນ​ເຄັມ​ວ່າ:ຈາກ​ການສຶກສາ​ພົບ​ວ່າ​ລົດ​ເຄັມ​ຈະ​ກະຕຸ້ນ​ການ​ຜະລິດ​ສານ​ໂດ​ປາ​ມີນຊຶ່ງ​ເຮັດໃຫ້​ຮູ້ສຶກ​ມີ​ຄວາມ​ສຸກຜູ້​ທີ່​ມັກ​ກິນ​ເຄັມ​ຈຶ່ງ​ມັກ​ພົບ​ວ່າ​ສ່ຽງ​ຕໍ່​ການ​ເກີດ​ພາ​ວະ​ນ້ຳ​ໜັກ​ກາຍ​ຫລື​ພະຍາດ​ຕຸ້ຍໄດ້​ງ່າຍໂດຍ​ສັນ​ຍານ​ທີ່​ບອກວ່າ​ຈະ​ຕິດ​ລົດ​ເຄັມຄື

  1. ກິນ​ອາຫານ​ແປ​ຮູບ​ເປັນ​ປະຈຳ
  2. ບວມສັງເກດ​ຈາກ​ທ້ອງ​ໃຫຍ່,ໜ້າ​ບວມ,ແຂນ​ບວມກົດ​ແລ້ວ​ຄືນ​ໂຕ
  3. ມັກ​ອາຫານ​ລົດ​ຈັດເຊັ່ນ:ກິນ​ເຜັດ​ໆ​ກໍ​ຈະ​ກິນ​ເຄັມ​ຕາມຫລັງ
  4. ມັກ​ເຂົ້າໜົມກອບຈຳ​ພວກ​ມັນ​ຝຣັ່ງ​ຈື່ນຖົ່ວ​ຈືນ
  5. ມັກ​ຕື່ມເຄື່ອງ​ປຸງ​ຫລື​ຊອດ
  6. ກວດ​ພົບ​ພາ​ວະ​ໂຊ​ດຽມ​ໃນ​ເລືອດ​ສູງຄໍ​ແຫ້ງ,ການຢາກ​ນ້ຳ,ເຈັບ​ຫົວ,ຫງຸດ​ຫງິດ ຄວາມ​ດັນ​ສູງແລະອື່ນໆ
    ວິທີ​ປັບ​ປ່ຽນ​ພຶດຕິກຳ​ຫລຸດ​ກິນ​ເຄັມຄື:ເລືອກ​ກິນ​ອາຫານ​ສົດ​ຈາກ​ທຳມະຊາດເນັ້ນ​ຜັກ,ຫມາກໄມ້​ສົດ,ຫລຸດ​ກິນ​ອາຫານ​ແປ​ຮູບ,ອ່ານ​ສະ​ຫລາກ​ໂພສະ​ນາ​ການ,ກິນ​ນ້ຳ​ລ້າແທນ​ນ້ຳ​ຫວານ​ຫລື​ນ້ຳ​ຫມາກໄມ້ຊິມ​ລົດ​ຊາດ​ອາຫານ​ກ່ອນ​ປຸງ,ຕັ້ງ​ເປົ້າ​ກິນ​ເພື່ອ​ຫລຸດ​ຄວາມ​ເຄັມທັງ​ນີ້ການ​ໄດ້ຮັບ​ໂຊ​ດຽມ​ສູງ​ໃນ​ໄລ​ຍະ​ຍາວ​ສ່ຽງ​ຕໍ່​ພະຍາດ​ຫົວ​ໃຈ​ແລະ​ຫລອດ​ເລືອດພາ​ວະ​ກະດູກ​ຜຸແລະ​ພະຍາດ​ມະ​ເຮັງ​ກະເພາະ​ອາຫານຖ້າຫ​ລຸດ​ເຄັມ​ຕ້ອງ​ເລີ່ມ​ເທື່ອລະ​ຂັ້ນ​ຕອນ​ຊ້າ​ໆເພື່ອ​ໃຫ້​ຮ່າງກາຍ​ໄດ້​ປັບ​ປ່ຽນ​ແລະ​ເກີດ​ຄວາມ​ລຶ້ງເຄີຍ​ຈະ​ໄດ້​ຜົນ​ໃນ​ໄລ​ຍະ​ຍາວ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...