spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລາວໃກ້ບັນລຸເປົ້າໝາຍ ລຶບລ້າງການຂາດສານໄອໂອດິນຢ່າງສິ້ນເຊີງ!

ລາວໃກ້ບັນລຸເປົ້າໝາຍ ລຶບລ້າງການຂາດສານໄອໂອດິນຢ່າງສິ້ນເຊີງ!

Published on

zalf

ເມື່ອບໍ່ດົນມານີ້, ທ່ານ ດ. ສົມອົກ ກິ່ງສະດາ ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກ ແລະ ທ່ານເອກອັກຄະລັດຊະທູດອາເມລິການປະຈຳລາວ ພ້ອມຜູ້ຕາງໜ້າອົງການຢູນີເຊບ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຢ້ຽມຢາມໂຮງ ງານຜະລິດເກືອ​ໂຄກສະ​ອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກວດກາ ການປະຕິບັດວຽກງານການຜະລິດເກືອໄອໂອດິນຂອງກຸ່ມ ບໍລິສັດຜະລິດເກືອລາວ ທີ່ສະໜັບສະໜູນໂດຍອົງການຊ່ວຍເຫລືອລະຫວ່າງປະເທດຂອງສະຫະລັດອາເມລິກາ ຫລື USAID ແລະ ອົງການຢູນີເຊບ (UNICEF) ແລະ ໃນໂອກາດນີ້, ຄະນະຜູ້ກວດກາເບິ່ງຂັ້ນຕອນການຜະລິດເກືອໄອໂອດິນ ແລະ ວິທີການຄວບຄຸມຄຸນນະ ພາບໃນໂຮງງານຜະລິດເກືອແຫ່ງນີ້ ເນື່ອງຈາກວ່າອົງການ USAID ໄດ້ໃຫ້ການຊ່ວຍເຫລືອເປັນເງິນ 165 ພັນໂດລາສະຫະລັດ ຫລື ປະມານ 1,3 ຕື້ກວ່າກີບ ຜ່ານອົງການຢູນິເຊບ ໃນການລຶບລ້າງການຂາດທາດສານໄອໂອດິນໃນ ໂດຍການສະໜອງໃຫ້ທຸກຄົນໆໄດ້ຮັບສານໄອໂອດີນຢ່າງທົ່ວເຖິງກັນ.

ການຂາດສານໄອໂອດິນແມ່ນບັນຫາໃຫຍ່ອັນໜຶ່ງທີ່ສົ່ງຜົນກະທົບຕໍ່ຂະແໜງສາທາລະນະສຸກຂອງລາວ. ໃນຊຸມປີ 1990 ທີ່ຜ່ານມາ ມີເຖິງ 95% ຂອງເດັກນ້ອຍລາວແມ່ນຂາດສານໄອໂອດິນ. ອີງໃສ່ການສຳຫລວດໂພຊະນາການດ້ານເກືອໄອໂອດິນຢູ່ຕາມໂຮງຮຽນຂັ້ນພື້ນຖານ ໃນປີ 2013 ອັດ​ຕາການ​ຂາດ​ສານ​​ໄອ​ໂອ​ດິນ​ແມ່ນ 48% ​ເຊິ່ງ​ເ​​ປັນ​ຈຳນວນໜ້ອຍກວ່າ​ເຄິ່ງໜຶ່ງຂອງຈຳນວນ​​ເດັກນ້ອຍ​ໃນ​ທົ່ວ​ປະ​ເທດ. ການຂາດສານໄອໂອດິນ ໂດຍສະເພາະເລີ່ມຈາກໃນໄລຍະຖືພາຂອງແມ່ ແລະ ໃນເວລາເດັກຍັງມີອາຍຸນ້ອຍ. ເຖິງແມ່ນການຂາດສານໄອໂອດິນພຽງເລັກຫນ້ອຍນັ້ນກໍເປັນສາເຫດໃນການສູນເສຍຄວາມສາມາດໃນການຮຽນຮູ້.

ເພື່ອແກ້ໄຂບັນຫາດັ່ງກ່າວ, ອົງການຢູນີເຊບ ແລະ USAID ໄດ້ໃຫ້ການຊ່ວຍເຫລືລັດຖະບານລາວໃນໂຄງ ການເກືອໄອໂອດິນມາໄດ້ສອງທົດສະວັດແລ້ວ. ເລີ່ມຕົ້ນແມ່ນໄດ້ສ້າງຕັ້ງອົງການໂລກຂາດສານໄອໂອດິນແຫ່ງຊາດ ໃນປີ 1995 ເຊິ່ງຜ່ານມາ ລັດຖະບານລາວໂດຍການຊ່ວຍເຫລືອຈາກອົງການຢູນີເຊບ ແລະ USAID ໄດ້ປະສົບຜົນສຳເລັດອັນຍິ່ງໃຫຍ່. ອັດຕາການເປັນພະຍາດຄໍໜຽງໄດ້ຫລຸດລົງຈາກ 40% ໃນຊຸມປີ 1990 ມາເປັນ 9% ໃນຊຸມປີ 2000. ການນຳໃຊ້ເກືອໄອໂອດິນຂອງຄົວເຮືອນແມ່ນເພີ່ມຂຶ້ນຈາກ 0 ເຖິງ 90% ເຊິ່ງໃນປັດຈຸບັນ ສປປ ລາວ ແມ່ນໃກ້ຈະບັນລຸເປົ້າໝາຍການນຳໃຊ້ເກືອໄອໂອດິນທົ່ວປະເທດ ແລະ ການລຶບລ້າງການຂາດສານໄອໂອດິນຢ່າງສິ້ນເຊີງ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...