spot_img
Homeນານາສາລະສ້າງກ້າມຊີ້ນດ້ວຍນົມສົດ

ສ້າງກ້າມຊີ້ນດ້ວຍນົມສົດ

Published on

12792896971279289911l

ບໍ່​ຕ້ອງ​ມີ​ທຶນ​ຊື້​ໂປ​ຕີ​ນ​ມາ​ຕີ​ກິນໃຫ້​ສິ້ນ​ເປືອງພຽງແຕ່​ດື່ມ​ນົມ​ຫລັງ​ອອກ​ກຳ​ລັງ​ກາຍ​ກໍ​ສາມາດ​ມີ​ກ້າມ​ໜ້າ​ລູບ​ຄຳ​ໄດ້

ໂປ​ຕີນ​ຈາກ​ນົມ​ເປັນ​ສານ​ອາຫານ​ທີ່​ເໝາະ​ສົມ​ຕໍ່​ການສ້າງ​ກ້າມ​ຊີ້ນຈາກ​ການ​ວິ​ໄຈ​ພົບ​ວ່າ​ຜູ້​ທີ່​ດື່ມ​ນົມ​ຫລັງ​ຈາກອອກ​ກຳ​ລັງ​ກາຍ​ມີ​ກ້າມ​ຊີ້ນ​ເພີ່ມ​ຂຶ້ນ6 ປອນຫລື2.7 ກິໂລກຣາມໃນ​ເວລາ11ອາທິດ

ເຮົາ​ຮູ້​ກັນ​ມາແດ່​ແລ້ວ​ວ່າການ​ອອກ​ກຳ​ລັງ​ກາຍ​ທີ່​ມີ​ແຮງ​ຕ້ານເຊັ່ນ:ຍົກ​ນ້ຳ​ໜັກ,ຊ່ວຍ​ໃຫ້​ກ້າມ​ຊີ້ນໃນ​ຮ່າງກາຍ​ແຂງ​ແຮງ​ຂຶ້ນແລະ​ການກິນ​ອາຫານ​ທີ່​ອຸດົມ​ດ້ວຍ​ໂປ​ຕີນ​ຫລັງ​ເໜັງຕີງ​ຂາ​ຊ່ວຍ​ກະຕຸ້ນ​ກະ​ບວນ​ການສ້າງ​ກ້າມ​ຊີ້ນ​ໄດ້ຫລາຍ​ຄົນ​ຈຶ່ງ​ລົງທຶນ​ຊື້​ໂປ​ຕີ​ນ​​ມາ​ເພື່ອ​ເລື່ອງ​ນີ້​ໂດຍ​ເສ​ພາະ

ແຕ່​ນັກ​ວິ​ໄຈ​ບອກວ່າບໍ່ແມ່ນ​ໂປ​ຕີນ​ທຸກ​ຊະນິດ​ຈະໃຫ້​ຜົນ​ຢ່າງ​ດຽວ​ກັນເພາະ​ໂປ​ຕີນ​ຈາກ​ແຕ່​ລະ​ແຫລ່ງ​ສ້າງ​ຈາກ​ກົດ​ອະ​ມິ​ໂນຊຶ່ງ​ເປັນ​ຫນ່ວຍ​ນ້ອຍ​ທີ່ສຸດ​ຂອງ​ໂປ​ຕີນ​ທີ່​ແຕກ​ຕ່າງ​ກັນ ດັ່ງ​ນັ້ນ​ຫລັງ​ໂປ​ຕີນ​ໃນ​ອາຫານຖືກ​ຍ່ອຍຮ່າງກາຍ​ຈະ​ດູດ​ຊຶມ​ໄປ​ໃຊ້​ຕ່າງ​ຫນ້າທີ່​ກັນ
ແຕ່​ຖ້າ​​ບໍ່​ມັກ​ນົມ​ງົວ,ນົມ​ຖົ່ວ​ເຫລືອງ​ກໍ​ເປັນ​ທາງ​ເລືອກ​ທີ່ດີພຽງ​ແຕ່​ຜົນ​ທີ່​ໄດ້​ອາດ​ດ້ອຍ​ກວ່າ​ນົມ​ຈາກ​ສັດການ​ດື່ມ​ນົມ​ຖົ່ວ​ເຫລືອງ​ຫລັງຈາກ​ອອກ​ກຳ​ລັງ​ກາຍຮ່າງກາຍ​ຈະ​ສ້າງ​ກ້າມ​ຊີ້ນ​ເພີ່ມ​ຂຶ້ນ1.3Kgແລະ​ວິທີ​ທີ່​ຖືກ​ຕ້ອງ​ຂອງ​ການ​ເສີມ​ໂປ​ຕີນ​ຫລັງຄືຕ້ອງບໍ​ລິ​ໂພກ​ຫລັງ​ອອກກໍາລັງກາຍສຳເລັດ30ນາ​ທີ-2ຊົ່ວ​ໂມງ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...