ລາວສົ່ງ 2 ນັກຮຽນຫົວກະທິດ້ານ IT ໄປຮ່ວມແຂ່ງຂັນ​ລະດັບໂລກ ຢູ່ອາເມລິກາ!

10395825_431526763684014_145449844365944630_n

ທ້າວ ແສງໄຊ ໄຊຍະຈັກ ນັກສຶກສາຈາກມະຫາວິທະຍາໄລສະຫວັນນະເຂດ ແລະ ທ້າວ ພິລະພົນ ອິນທະວົງສາ ຈາກໂຮງຮຽນມັດທະຍົມຕອນປາຍ ໂພນສະ ຫວັນ, ແຂວງສະຫວັນນະເຂດ, ໄດ້ກາຍເປັນຕົວແທນນັກຮຽນລາວໄປຮ່ວມແຂ່ງ ຂັນຄວາມຮູ້ດ້ານໄອທີ (IT) ລະດັບໂລກ, ຊຶ່ງຈະໄດ້ຈັດຂຶ້ນແຕ່ລະຫວ່າງວັນທີ 9-12 ສິງຫາ 2015 ທີ່ຈະເຖິງນີ້, ຢູ່ເມືອງດາລາສ ລັດເທັກຊາສ ປະເທດສະ ຫະລັດອາເມລິກາ ພາຍຫລັງພວກເຂົາສາມາດຄວ້າລາງວັນຊະນະເລີດໃນລາຍ ການແຂ່ງຂັນຄວາມຮູ້ດ້ານໄອທີລະດັບປະເທດປີ 2015 ທີ່ໄດ້ເລີ່ມແຂ່ງຂັນມາແຕ່ເດືອນກຸມພາ 2015 ໂດຍມີຜູ້ເຂົ້າຮ່ວມ ແຂ່ງຂັນທັງໝົດ 500 ກວ່າຄົນຈາກ 6 ແຂວງໃນທົ່ວປະເທດຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ສະ ຫວັນນະເຂດ, ຈຳປາສັກຊຽງຂວາງ ແລະ ແຂວງວຽງຈັນ ແລະໄດ້ປິດສາກລົງໃນວັນທີ 11 ພຶດສະພານີ້,ຊຶ່ງແມ່ນກະຊວງສຶກສາທິການ ແລະ ກິລາເປັນຜູ້ຈັດຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະ ຊວງສຶກສາທິການ ແລະ ກິລາ ດຣ ພັນຄຳ ວິພາວັນ.

ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ສຳລັບການໄປຮ່ວມແຂ່ງຂັນໄອທີລະດັບໂລກ 2015 ນີ້, ແມ່ນການທົດ ສອບທັກສະຂອງນັກຮຽນ-ນັກສຶກສາໃນການນຳໃຊ້ໂປຼແກມໄມໂຄຣຊ໊ອບອອຟຟີສ ເຊັ່ນ: ໄມໂຄຣຊ໊ອບເວີດ ແລະແອັກແຊວ, ເຊິ່ງກຳນົດຜູ້ເຂົ້າຮ່ວມມີອາຍຸແຕ່ 13-22 ປີ, ໂດຍແມ່ນບໍລິສັດ ເຊີທີພອດ (Certiport) ເປັນຜູ້ຈັດຂຶ້ນໃນທຸກໆປີ.
11140384_431554453681245_2797132234778072757_n

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ