spot_img
Homeຂ່າວທ້ອງຖິ່ນນ.ວ ເລັ່ງອະນາໄມຮ່ອງນ້ຳເປື້ອນ ທຳລາຍແຫລ່ງເພາະພັນຍຸງລາຍ

ນ.ວ ເລັ່ງອະນາໄມຮ່ອງນ້ຳເປື້ອນ ທຳລາຍແຫລ່ງເພາະພັນຍຸງລາຍ

Published on

Big Cleaning

ໃນລະດູແລ້ງປີນີ້ ສະພາບອາກາດຮ້ອນອົບເອົ້າ​ໄດ້ແກ່ຍາວ ແລະ ຄາດວ່າໃນບໍ່ ເທົ່າໃດອາທິດຕໍ່ໜ້າ ກໍຈະເລີ່ມເຂົ້າສູ່ລະດູຝົນ ເປັນໂອກາດໃຫ້ພະ ຍາດໄຂ້ເລືອດອອກລະບາດຂຶ້ນຢູ່ໃນໝູ່ປະຊາຊົນເຮົາ ໃນລະຫວ່າງລະດູແລ້ງ ເລີ່ມເຂົ້າສູ່ຕົ້ນລະດູຝົນ ຄືກັບທຸກໆປີຜ່ານມາ. ດັ່ງນັ້ນ ເພື່ອສະກັດກັ້ນຜົນຮ້າຍດັ່ງກ່າວ ຢູ່ຕາມບັນດາເຂດແຂວງຕ່າງໆ, ໂດຍສະເພາະຢູ່ນະຄອນຫລວງວຽງຈັນເຫັນວ່າຮອດເວລາແລ້ວຂະ ແໜງການທີ່ກ່ຽວ ຂ້ອງສົມທົບກັບຄຸ້ມບ້ານຕ່າງໆຄວນເອົາໃຈ ໃສ່ເລັ່ງກຳຈັດຄອງ ລະບາຍນ້ຳເປື້ອນຢູ່ຕາມຈຸດຕ່າງໆໃຫ້ໝົດສິ້ນໄປກ່ອນລະດູຝົນທີ່ຈະມາເຖິງ.

ສຳລັບຄອງລະບາຍນ້ຳເປື້ອນທີ່ຄວນເອົາໃຈໃສ່ໃນໄລຍະນີ້ ສ່ວນໃຫຍ່ແມ່ນຄອງລະບາຍນ້ຳ ສາຍຫລັກນັບແຕ່ໜອງດ້ວງ- ໜອງບົວທອງ, ດົງປາແລບ-ໂພນຕ້ອງສະຫວ່າງ, ຮ່ອງໄກ່ແກ້ວ-ຮ່ອງແຊງ ລົງສູ່ບຶງທາດຫລວງ. ໃນຂະນະດຽວກັນກໍຍັງມີ ຄອງລະບາຍນ້ຳເປື້ອນຢູ່ໃນຫລາຍຈຸດໃນເຂດເມືອງຈັນທະບູລີ ໄຊເສດຖາ ສີສັດຕະນາກ ທີ່ຈະຄວນເອົາໃຈ ໃສ່ແກ້ໄຂແຕ່ ຫົວທີເພາະຢູ່ໃນເຂດນີ້ ມັກມີນ້ຳຄ້າງອັ່ງ ແລະ ເສດຂີ້ເຫຍື້ອ ທີ່ພວກສວຍໂອກາດນຳເອົາມາຖິ້ມຢ່າງຊະ ຊາຍ, ສ້າງຄວາມ

ເປິະເປື້ອນ ແລະ ສົ່ງກິ່ນເໝັນໃຫ້ກັບຜູ້ຄົນທີ່ທ່ຽວໄປມາ ແລະ ອີກດ້ານໜຶ່ງຢູ່ໃນຈຸດດັ່ງກ່າວ ແມ່ນຈະເປັນແຫລ່ງເພາະ ພັນຂອງຍຸງລາຍອາ​ໄສຢູ່ຕາມນ້ຳເປື້ອນ ເພາະສະນັ້ນ ຈຶ່ງຕ້ອງຊອກວິທີດັບສູນແຕ່ຫົວທີ ໃນນີ້ສິ່ງທີ່ໜ້າຊົມຊື່ນທີ່ສຸດ ແມ່ນ ອົງການພັດທະນາບໍລິຫານຕົວເມືອງ ຫລື ອພບ ໄດ້ສົມທົບກັບພວກສ່ວນກ່ຽວຂ້ອງຂອງເມືອງສີສັດຕະນາກ ເລີ່ມລົງ ມືລ້ວງຄອງລະບາຍນ້ຳເປື້ອນຈາກເຂດຂົວຂາວຫລັກ 3 ບ້ານບຶງຂະຫຍອງ ລຽບຕາມເສັ້ນທາງຄູວຽງ ມາສູ່ຕະຫລາດຂົວດິນ, ສູນການຄ້າວຽງຈັນເຊັນເຕີ ຜ່ານບ້ານຝາຍ ໄປສູ່ໂພນທັນ ອອກສູ່ບຶງທາດຫລວງ, ຊຶ່ງຈຸດດັ່ງກ່າວນີ້ເມື່ອທຽບໃສ່ປີຜ່ານມາ ນັບວ່າມີສະພາບນ້ຳເປື້ອນອັ່ງ ຍື່ງຂຶ້ນຜິດປົກກະຕິ ດັ່ງນັ້ນຈຶ່ງເຫັນວ່າມີ ຄວາມຈຳເປັນທີ່ຈະຕ້ອງແກ້ໄຂ ສະພາບຄອງລະບາຍ ນ້ຳດັ່ງກ່າວໃຫ້ມີຄວາມສະອາດ ແລະ ກຳຈັດສິ່ງເປີະເປື້ອນຕ່າງໆ ອອກຈາກຕົວເມືອງໃຫ້ສຳເລັດຜົນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...