spot_img
Homeນານາສາລະຈະຫລຸດນ້ຳໜັກຕ້ອງຄວບຄຸມໂຕເອງໃຫ້ໄດ້

ຈະຫລຸດນ້ຳໜັກຕ້ອງຄວບຄຸມໂຕເອງໃຫ້ໄດ້

Published on

26_20150427163336.

ການຈະຫ​ລຸດ​ນ້ຳ​ໜັກໃຫ້​ໄດ້​ຜົນຕ້ອງ​ມາ​ຈາກ​ຄວາມ​ຕັ້ງ​ໃຈ​ແທ້ໆເຖິງແມ່ນ​ຈະ​ມີ​ສິ່ງ​ຍົວະຍວນ​ຕ່າງໆເຮົາ​ຕ້ອງ​ຮູ້​ຈັກ​ທີ່​ຈະຄວບ​ຄຸມ​ໂຕເອງ​ໃຫ້​ໄດ້ມາ​ເບິ່ງ​ວິທີ​ງ່າຍໆທີ່​ເຮັດໃຫ້​ເຮົາ​ຫລຸດ​ນ້ຳ​ໜັກ​ໄດ້​ຢ່າງ​ເຫັນ​ຜົນ
1.ກ່ອນ​ຈະ​ຊື້ເຄື່ອງ
ຄວນ​ໄປ​ຍ່າງ​ຊື້ເຄື່ອງ​ຫລັງ​ກິນ​ອີ່ມໆຖ້າ​ເຮົາ​ໄປ​ຍ່າງ​ຕອນ​ຢາກເຂົ້າຂອງ​ກິນ​ທີ່​ຢູ່​ຕໍ່​ໜ້າ​ຈະຊື້ໝົດແນ່ນອນ

2.ຄິດ​ຮອດ​ແຕ່​ອາຫານ​ສຸຂະ​ພາ
ກ່ອນ​ຈະ​ເລືອກິນອາຫານ​ຫຍັງຕ້ອງ​ຄິດ​ຮອດອາຫານ​ຈານ​ສຸຂະພາບ​ໄວ້​ກ່ອນ

3.ກິນ​ພຽງແຕ່ພໍ​ອີ່
ຖາມ​ໂຕ​ເອງ​ເລື້ອຍໆວ່າ​ອີ່ມ​ຫລື​ບໍ່ບາງເທື່ອ​ເຮົາ​​ອີ່ມ​ແລ້ວ​ແຕ່​ດ້ວຍ​ຄວາມ​ເສຍ​ດາຍ​ທີ່​ຍັງ​ບໍ່​ໝົດ

4.ງົດ​ເບິ່ງ​ລາຍ​ການ​ທີ່​ກ່ຽວກັບ​ອາ​ຫາ
ການ​ເບິ່ງ​ໂທລະພາບ​ຫລື​ຮູບ​ທີ່​ກ່ຽວ​ກັບ​ອາ​ຫານເຮັດໃຫ້​ເຮົາ​ເກີດ​ອາການ​ຢາກ​ຂຶ້ນ​ມາ​ໄດ້ ໂດຍ​ສະເພາະ​ກາງ​ຄືນ

5.ນຳ​ອາຫານ​ຂີ້ເຫຍື້ອ​ອອກ​ໃຫ້​ຫມົ
ຄິດ​ຈະຫ​ລຸດ​ນ້ຳ​ໜັກໃນ​ເຮືອນໃນ​ຕູ້​ເຢັນ​ບໍ່​ຄວນ​ມີ​ອາຫານ​ຂີ້ເຫຍື້ອເຂົ້າໜົມ

6.ປ່ຽນ​ຂະໜາດ​ຈານ​ແລະ​ອາ​ຫາ
ປ່ຽນ​ເປັນ​ຈານ​ຂະໜາດ​ນ້ອຍຈະ​ເຮັດໃຫ້​ເຮົາ​ບໍ່​ກິນ​ຫລາຍ​ເກີນ​ໄປແລະ​ເວລາ​ໄປ​ສັ່ງ​ອາຫານ​ສັ່ງແມ່ຄ້າເອົາ​ຂະໜາດ​ນ້ອຍ​ເທົ່າ​ນັ້ນ

7.ວາງ​ແຜນ​ການ​ກິນ
ວາງ​ແຜນ​ໄວ້​ເລີຍ​ວ່າ​ມື້​ຕໍ່​ໄປ​ຈະ​ກິນຫຍັງ​ດີຄິດ​ຫລາຍໆວ່າ​ຫຍັງ​ມີ​ປະໂຫຍດພະລັງ​ງານ​ຕ່ຳ ຖ້າບໍ່​ວາງ​ແຜນຢາກກິນ​ຂຶ້ນ​ມາ​ເຫັນ​ຫຍັງ​ອາດຈະກິນ​​ຫົມດ

8.ຄຳ​ນ້ອຍ​ໆຫຍ້ຳ​ຊ້າ
ເວລາ​ກິນ​ໃຫ້​ຕັກ​ເຂົ້າ​ປາກ​ຄຳ​ນ້ອຍ​ໆແລະ​ຫຍ້ຳ​ໃຫ້​ຊ້າໆເຮັດໃຫ້​ອີ່ມ​ໄວ​ໃນ​ຂະນະ​ທີ່​ກິນ​ ໜ້ອຍ​ລົງ

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...