spot_img
Homeຂ່າວການພັດທະນາສື່ມວນ​ຊົນ​ແຂວງ​ຢູນ​ນານ​ຂອງ​ຈີນ ມອບ​ເຄື່ອງ​ຊ່ວຍ​ເຫລືອ ໃຫ້​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ

ສື່ມວນ​ຊົນ​ແຂວງ​ຢູນ​ນານ​ຂອງ​ຈີນ ມອບ​ເຄື່ອງ​ຊ່ວຍ​ເຫລືອ ໃຫ້​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ

Published on

media

ບໍລິສັດ​ກຸ່ມ​ສື່​ມວນ​ຊົນ​ສະຖານີວິທະຍຸ-​ໂທລະພາບ ​ແຂວງ​ຢຸນນານ ສປ ຈີນ ​ໄດ້​ນຳ​ເອົາ​ເຄື່ອງຮັບ​ສັນຍານ​ລະບົບ​ມາດ​ຕະຖານ​ດີ​ທີ​ເອັມບີ (DTMB), ຈຳນວນ 30 ພັນ​ຊຸດ ມອບ​ໃຫ້​ໂທລະພາບ​ແຫ່ງ​ຊາດ, ຊຶ່ງ​ພິທີ​ມອບ-ຮັບ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 8 ພຶດສະພາ 2015ນີ້, ລະຫວ່າງ​ທ່ານ ​ເຈີ​ນກັ່ງ ປະທານ​ບໍລິສັດ​ດັ່ງກ່າວ ​ແລະ ທ່ານ ບຸນ​ເຈົ້າ ພິຈິດ ອຳນວຍ​ການ​ໂທລະພາບ​ແຫ່ງ​ຊາດ, ​ໂດຍ​ມີ​ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາ​ລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ ວັດ ທະນະທຳ ​ແລະ ທ່ອງ​ທ່ຽວ , ທ່ານ ກວາງ ຫົວ​ປິງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິຍານ.

​ເຄື່ອງຮັບ​ສັນຍານ​ດັ່ງກ່າວ ​ເປັນ​ການ​ຊ່ວຍ​ເຫລືອ​ລ້າ ຈາກ​ບໍລິສັດ​ກຸ່ມ​ສື່​ມວນ​ຊົນ​ສະຖານີ​ວິທະຍຸ-​ໂທລະພາບ ​ແຂວງ​ຢຸນນານ, ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ໂຄງການ​ເຄື່ອຂ່າຍ​ວິທະຍຸໂທລະພາບ​ດີ​ຈີ​ຕອນ​ລາວ ​ໃນ​ທົ່ວ​ປະ​ເທດ ​ແລະ ຕໍ່​ໄປ​ນີ້ ຝ່າຍ​ຈີນ​ຈະ​ສືບ​ຕໍ່​ມອບ​ຕື່ມ​ອີກ 27 ພັນ​ຊຸດ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ໂຄງການ​ທີ່​ກຳລັງ​ປະ​ຕິ​ບັດ​ຢູ່ 4 ​ແຂວງ​ຄື: ​ແຂວງ​ຫລວງ​ພະ​ບາງ, ຈຳປາ​ສັກ, ສະຫວັນ​ນະ​ເຂດ ​ແລະ ນະຄອນຫລວງ​ວຽງ​ຈັນ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...