spot_img
Homeຂ່າວການພັດທະນາສະຫະລັດອາເມລິກາ ໃຫ້ທຶນຊ່ວຍເຫລືອຄົນພິການລາວ 1,5 ລ້ານໂດລາສະຫະລັດ

ສະຫະລັດອາເມລິກາ ໃຫ້ທຶນຊ່ວຍເຫລືອຄົນພິການລາວ 1,5 ລ້ານໂດລາສະຫະລັດ

Published on

USA

ສະຫະລັດອາເມລິກາໄດ້ຕົກລົງໃຫ້ທຶນຊ່ວຍເຫລືອວຽກງານຄົນພິການລາວຕື່ມອີກ 1,5 ລ້ານກວ່າໂດລສະຫະ ລັດ ຫລື ປະມານ 12 ຕື້ກວ່າກີບ, ຊຶ່ງພິທີລົງນາມການ ໃຫ້ທຶນຊ່ວຍເຫລືອດັ່ງກ່າວໄດ້ມີຂຶ້ນໃນວັນທີ 8 ພຶດສະພານີ້, ຢູ່ນະຄອນຫລວງ ວຽງຈັນລະຫວ່າງ ທ່ານ ດານຽວເອ ຄລຼຸນ ເອກອັກຄະລັດຖະທູດສະ ຫະລັດອາ ເມລິກາປະຈຳລາວ ແລະ ທ່ານ ໂຄແລັດ ແມັກອິນເນີນີ ຫົວໜ້າອົງການການ ສຶກສາໂລກ(World Education)ປະຈຳລາວ, ເພື່ອສະໜັບສະໜູນສະມາຄົມ ຄົນພິການໃນລາວ ແລະ 3 ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານນຳໃຊ້ເຂົ້າໃນການພັດທະນາຂີດຄວາສາມາດ ໃນຂະ ແໜງຄົນພິການ ແລະ ຊ່ວຍເຫລືອໂດຍກົງແກ່ຜູ້ພິການຢູ່ລາວທີ່ມີປະມານ 150 ພັນຄົນ.

ທູດອາເມລິກາປະຈຳລາວ ກ່າວວ່າ: ທຶນຊ່ວຍເຫລືອຄັ້ງນີ້, ແມ່ນໄດ້ມາຈາກການປະກອບສ່ວນຂອງປະປາຊົອາເມລິ ກາ, ເພື່ອຊ່ວຍເຫລືອຄົນພິການໃນລາວໃຫ້ມີສຸຂະພາບເຂັ້ມແຂງ, ສາມາດດຳລົງຊີວິດໄດ້ຢ່າງເປັນປົກກະຕິ ແລະ ທັງສາ ມາດປະ ກອບສ່ວນເຂົ້າໃນການພັດທະນາວຽກງານຕ່າງໆຂອງສັງຄົມໄດ້ຫລາຍຂຶ້ນ, ຊຶ່ງແມ່ນສ່ວນໜຶ່ງຂອງຈຳນວນເງິນ 5 ລ້ານໂດລາ ສະຫະລັດ ທີ່ອົງການພັດທະນາລະຫວ່າງປະເທດຂອງສະຫະລັດອາເມລິກາ (USAID) ໄດ້ມອບໃຫ້ແກ່ອົງການເວີວີຊັນ

ຢູ່ລາວແຕ່ປີ 1914 ແລະ ໄດ້ແບ່ງໃຫ້ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທັງພາຍໃນ ແລະ ສາ ກົນເພື່ອນຳໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດວຽກງານພັດທະນາຄົນພິການຢູ່ລາວເປັນຕົ້ນ: ຝຶກອົບຮົມດ້ານການແພດ ແລະ ພະນັກງານບຳບັດຄົນພິ ການ, ຊ່ວຍເຫລືອຄົນພິການໃຫ້ມີໂອກາດທາງດ້ານບໍລິຫານເສດຖະກິດເພື່ອຄົນພິການດ້ວຍກັນ, ຊ່ວຍເຫລືອດ້ານເຕັກໂນ ໂລຊີ, ຟື້ນຟູດ້ານການແພດ ແລະ ກາຍຍະພາບບຳບັດ, ເພື່ອຮັບປະກັນໃຫ້ຄົນພິການມີໂອ ກາດໄດ້ຮັບການພັດທະນາຕົນເອງ, ຄອບຄົວ, ບໍລິຫານວຽກງານຢ່າງປົກກະຕິ ແລະ ໄດ້ຮັບສິດທິເທົ່າທຽມດ້ານຕ່າງໆໃນສັງຄົມເໝືອນກັບຄົນປົກກະຕິ.

ທຶນຊ່ວຍເຫລືອຫວ່ງທຳອິດນີ້, ຈະຖືກນຳໃຊ້ເຂົ້າໃນການຝຶກອົບຮົມກ່ຽວກັບການລະບຸອາການຂອງເດັກອ່ອນແອໃນ ເບື້ອງຕົ້ນໃຫ້ພະນັກງານແພດຈຳນວນ 65 ຄົນ, ການກວດກາພະຍາດໃຫ້ແກ່ຄົນພິການຫລາຍກວ່າ 900 ຄົນ ແລະ ຊ່ວຍຄົນພິການ 530 ຄົນໃຫ້ສາມາດພັດທະນາເສດຖະກິດເພື່ອຄົນພິການດ້ວຍກັນ. ສ່ວນທຶນຊ່ວຍເຫລືອໃນບ້ວງຕໍ່ໄປຄາດວ່າຈະມີຂຶ້ນໃນເດືອນມີຖຸນາ 2015 ແລະ ຕົ້ນເດືອນມັງກອນ 2016 ຈະມາເຖິງນີ້.

ຫົວໜ້າອົງການການສຶກສາໂລກປະຈຳລາວ ກ່າວວ່າ: ຕະຫລອດໄລຍະ 23 ປີຜ່ານມາ, ອົງການພວກເຮົາໄດ້ດຳເນີນ ວຽກງານໃນຫລາຍຂົງເຂດເຊັ່ນ: ຊ່ວຍເຫລືອປັບປຸງທາງດ້ານການແພດສຸກເສີນ, ຈັດຝຶກອົບຮົມກ່ຽວກັບການປະສູດ, ສ້າງຕັ້ງກອງທຶນບ້ານ, ໃຫ້ຄວາມຮູ້ກ່ຽວກັບຄວາມອັນຕະລາຍຂອງລະເບີດບໍ່ທັນແຕກຢູ່ຕາມໂຮງຮຽນຫລາຍກວ່າ 2300 ແຫ່ງໃນ 11 ແຂວງໃນລາວ ແລະ ໃຫ້ການຊ່ວຍເຫລືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກນຳດ້ວຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...