spot_img
Homeຂ່າວການສຶກສາລັດໂຈະ! ຮັບນັກສຶກສາເຊື່ອມຕໍ່ປະລິນຍາຕີ ເພື່ອກວດຄືນຄຸນນະພາບ

ລັດໂຈະ! ຮັບນັກສຶກສາເຊື່ອມຕໍ່ປະລິນຍາຕີ ເພື່ອກວດຄືນຄຸນນະພາບ

Published on

 

ລັດໂຈະ! ຮັບນັກສຶກສາເຊື່ອມຕໍ່ປະລິນຍາຕີ ເພື່ອກວດຄືນຄຸນນະພາບ

 

ພາຍ­ຫລັງ​ປະ​ເມີນ​ເຫັນ​ການ​ສຶກສາ​ລາວ​ຢູ່​ໃນ​ລະ­ດັບ​ຕ່ຳ ລັດ​ເລ່ງ​ວາງແຜນ​ແຕ່​ນີ້​ຮອດ​ປີ 2015 ກະ­ຊວງສຶກ​ສາ​ທິ​ການ ແລະ ກີ­ລາ ຈະ​ໃຫ້​ວິທະ​ຍາ​ໄລ​ໃນ​ທົ່ວ​ປະ­ເທດ​ໂຈະ​ຮັບ​ນັກສຶກ​ສາ​ທີ່​ຈະ​ຮຽນ​ເຊື່ອມ​ຕໍ່​ໃນ​ລະ­ດັບ​ປະລິນ​ຍາ​ຕີ​ກັບ​ທີ່ ແລະ ບໍ່​ອະ­ນຸ­ຍາດ​ໃຫ້ເພີ່ມ​ຫລັກ­ສູດ​ການ​ຮຽນ-ການ​ສອນ ເພື່ອ​ກວດ­ຄືນ​ຄຸນ​ນະ​ພາບ​ກ່ອນ.

ທ່ານ ຄຳ​ພອນ ໄຊ​ສົມ​ພູ ຫົວ ຫນ້າ​ຫ້ອງ­ການ​ສະ­ພາ​ທີ່​ປຶກ­ສາ​ການສຶກ​ສາ​ພາກ​ເອ­ກະ​ຊົນ, ກະ­ຊວງ​ສຶກສາ​ທິ​ການ ແລະ ກີ­ລາ ໃຫ້​ສຳ­ພາດ​ຕໍ່ທີມ​ຂ່າວ​ສັງ­ຄົມ​ວ່າ: ໃນ​ກອງ​ປະ­ຊຸມກຳ­ມາ​ທິ​ການ​ການ​ປະ­ຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ​ໄດ້​ປະ​ເມີນ​ການ​ປະ­ຕິຮູບ​ການ​ສຶກ​ສາ​ແຫ່ງ​ຊາດ​ໄລ­ຍະສອງ 2011-2015 ໂດຍ​ແນໃສ່​ປະ­ຕິ​ຮູບລະ­ບົບ​ອາ­ຊີ­ວະ​ສຶກ​ສາ, ການສຶກ​ສາ​ຊັ້ນ​ສູງ ແລະ ການ​ສຶກສາ​ສ້າງ​ຄູ ເຫັນ​ວ່າ​ຄຸນ​ນະ​ພາບຍັງ​ຕ່ຳ ຖ້າ​ທຽບ­ໃສ່​ການ​ສຶກສາ​ປະ­ເທດ​ເພື່ອນ​ບ້ານ, ສະ­ນັ້ນ ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ການສຶກ​ສາ ທາງ​ກະ­ຊວງ​ສຶກ​ສາ​ທິການ ແລະ ກີ­ລາ ຈິ່ງ​ອອກ​ຂໍ້ຕົກ­ລົງ​ວ່າ​ດ້ວຍ​ການ​ອະ­ນຸ­ຍາດນຳ​ໃຊ້​ມາດ­ຕະ­ຖານ​ອາ­ຊີ­ວະ​ສຶກສາ ພ້ອມ​ຄຳ​ສັ່ງ​ແນະ­ນຳ​ໃຫ້​ວິ​ທະຍາ​ໄລ, ໂຮງ­ຮຽນ​ເຕັກ­ນິກ​ວິ­ຊາຊີບ​ຂອງ​ລັດ ແລະ ເອ­ກະ​ຊົນ ຢຸດຮັບ​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ກັບ​ສະຖາ​ບັນ​ນັ້ນ​ເຊື່ອມ​ຕໍ່​ປະ­ລິນ­ຍາ​ຕີ (ຈົບ​ຊັ້ນ​ສູງ​ຈາກ​ວິ­ທະ­ຍາ­ໄລ​ເຄວິນ ຫ້າມ​ຕໍ່​ປະ­ລິນ­ຍາ​ຕີ​ກັບ​ວິ​ທະຍາ​ໄລ​ເຄວິນ ຖ້າ​ຢາກ​ຕໍ່​ຕ້ອງ​ໄປສະ­ຫມັກ​ສະ​ຖາ​ບັນ​ອື່ນ​ຕາມ​ກະຊວງ​ສຶກ​ສາ​ອະ­ນຸ­ມັດ) ແລະ ບໍ່ອະ­ນຸ­ຍາດ​ໃຫ້​ວິ­ທະ­ຍາ­ໄລ​ໃດໆ ເພີ່ມ​ຫລັກ­ສູດ​ການ​ຮຽນ-ການສອນ​ໃຫມ່​ໂດຍ​ເດັດ­ຂາດ​ຈົນກວ່າ​ຈະ​ກວດ​ສອບ​ລະ­ບົບ​ຄືນໃຫມ່​ສຳ­ເລັດ.

ທ່ານ​ຫົວ­ຫນ້າ​ຫ້ອງ­ການ​ສະພາ​ທີ່​ປຶກ­ສາ​ການ​ສຶກ​ສາ​ພາກເອ­ກະ​ຊົນ​ກ່າວ​ອີ​ກວ່າ: ການ​ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ອອກ​ຂໍ້​ຕົກ­ລົງ​ໂຈະ​ຮັບ​ນັກ​ສຶກ​ສາ ເຊື່ອມ​ຕໍ່​ປະ­ລິນ­ຍາ​ຕີ ເພື່ອ​ຈະ​ໄດ້ກວດ­ຄືນ​ຄຸນ​ນະ​ພາບ​ຂອງ​ບັນ­ດາວິ­ທະ­ຍາ­ໄລ ແລະ ສະ​ຖາ​ບັນ​ການສຶກ​ສາ​ຕ່າງໆ​ໃຫ້​ເປັນ​ໄປ​ຕາມມາດ­ຖານ​ຂອງ​ກະ­ຊວງ​ສຶກ​ສາວາງ​ອອກ, ສຳ­ລັບ​ຊັ້ນ​ສູງ​ລົງ​ມາ ແມ່ນ​ເປີດ​ສອນ​ຕາມ​ປົກ­ກະ­ຕິ ສ່ວນ​ວິ­ທະ­ຍາ­ໄລ​ໃດ​ພາກ­ສ່ວນໃດ​ທີ່​ເປີດ​ສອນ​ແລ້ວ​ໃນ​ລະ­ດັບປະ­ລິນ­ຍາ​ຕີ​ໃຫ້​ສືບ­ຕໍ່​ຈົນ​ຈົບ​ຫລັກສູດ.

ສ່ວນ 5 ມະ­ຫາ­ວິ­ທະ­ຍາ­ໄລຂອງ​ລັດ​ປະ­ກອບ​ມີ: ມະ­ຫາ​ວິ​ທະຍາ​ໄລ​ແຫ່ງ​ຊາດ (ມຊ), ມະ­ຫາວິ­ທະ­ຍາ­ໄລ​ສຸ​ພາ­ນຸ​ວົງ, ສະ­ຫວັນນະ​ເຂດ, ຈຳ­ປາ​ສັກ ແລະ ມະ­ຫາວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ​ສຸ​ຂະພາບ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາໄດ້​ເລ່ງ​ການ​ຮຽນ-ການສອນ​ຕາມ​ແຜນ​ປະ­ຕິ​ຮູບ​ການ​ສຶກສາ ເນັ້ນ​ຄູ-ອາ­ຈານ, ອາ­ຄານ​ສະຖານ​ທີ່ ແລະ ສື່​ການ​ຮຽນ-ການສອນ ລວມ​ທັງ​ການ­ເຄື່ອນ­ໄຫວນອກ​ຫລັກ­ສູດ​ຕ່າງໆຫລັກ­ສູດ ສອນ​ປະ­ລິນ­ຍາ​ຕີ​ຕ້ອງ​ມີ​ປະ​ລິນຍາ​ເອກ 1, ປະ­ລິນ­ຍາ​ໂທ 3 ແລະ ປະ­ລິນ­ຍາ​ຕີ 6 ຄົນ.

ແນວ­ໃດ​ກໍ່​ດີ ເຫດ­ຜົນ​ທີ່​ເຮັດໃຫ້​ນັກ­ຮຽນ​ເຂົ້າ​ຮຽນ​ວິ­ທະ­ຍາໄລ ຫລື ມະ­ຫາ­ວິ­ທະ­ຍາ­ໄລ​ຫລາຍກວ່າ​ການ​ສຶກ​ສາ​ຊັ້ນ​ສູງ​ຍ້ອນ​ອັນເນື່ອງ​ມາ​ຈາກ​ຫລາຍ​ປັດ​ໄຈ​ມີການ​ປະ­ຊາ­ສຳ­ພັນ​ຫນ້ອຍ, ລະບົບ​ການ​ເຮັດ​ວຽກ ຫລື ຮັບ​ສະຫມັກ​ພະ­ນັກ­ງານ​ຂອງ​ບໍ­ລິ­ສັດ, ຫ້າງ​ຮ້ານ ແລະ ພາກ­ສ່ວນ​ອື່ນໆລະ­ບຸ​ໂດຍ​ສ່ວນ​ໃຫຍ່​ຕ້ອງ​ຈົບ​ປະລິນ​ຍາ​ຕີ​ຂຶ້ນ​ໄປ​ກໍ່​ມີ​ສ່ວນ​ສຳ­ຄັນ.

ປະ­ຈຸ​ບັນ ວິ­ທະ­ຍາ­ໄລ​ທົ່ວ​ປະເທດ​ສອນ​ລະ­ດັບ​ຫລັກ­ສູດ​ຊັ້ນ​ສູງມີ 80 ແຫ່ງ ລະ­ດັບ​ປະ­ລິນ­ຍາ​ຕີ 50 ແຫ່ງ, ສ່ວນ​ຢູ່​ນະ­ຄອນ­ຫລວງວຽງ​ຈັນ​ມີ 30 ແຫ່ງ ປະ­ລິນ­ຍາຕີ ແລະ ຊັ້ນ​ສູງ​ມີ 28 ແຫ່ງ, ສອນ​ລະ­ດັບ​ປະ­ລິນ­ຍາ​ໂທ​ມີ 3 ແຫ່ງ​ຄື: ວິ­ທະ­ຍາ­ໄລ​ຣັດ​ຕະ​ນະ​ບໍລິ​ຫານ​ທຸ­ລະ​ກິດ, ຄອມ​ເຊັນ​ເຕີ ແລະ ແສງ​ສະ­ຫວັນ, ທ່ານ ຄຳ ພອນ ໄຊ​ສົມ​ພູ ກ່າວ

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...