spot_img
Homeຂ່າວການສຶກສາມ.ຊ ຮ່ວມ​ກັບ​ສະ​ຖານ​ທູດ​ຍີ່​ປຸ່ນ ກຽມຄວາມພ້ອມ ໃຫ້ນັກສຶກສາລາວສອບເສັງຊິງທຶນຍີ່ປຸ່ນ

ມ.ຊ ຮ່ວມ​ກັບ​ສະ​ຖານ​ທູດ​ຍີ່​ປຸ່ນ ກຽມຄວາມພ້ອມ ໃຫ້ນັກສຶກສາລາວສອບເສັງຊິງທຶນຍີ່ປຸ່ນ

Published on

Untitled-07.05.04

ມະຫາວິທະຍາ​ໄລ ​ແຫ່ງ​ຊາດ ຮ່ວມ​ກັບ ສະຖານທູດ​ຍີ່ປຸ່ນ ​ແລະ ສະ​ຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ລາວ-ຍີ່ປຸ່ນ ​ໄດ້ຈັດ​ການ​ປະຖົມ​ນິ​ເທດ​ຄວາມ​ຮູ້ ກ່ຽວກັບ​ທຶນ​ການ​ສຶກສາ​ລັດຖະບານ​ຍີ່ປຸ່ນ ​ໃນ​ວັນ​ທີ 6 ພຶ​ດ ສະພາ 2015 ທີ່ ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ ໂດຍ​ມີ​ ທ່ານ ຮສຈ ດຣ. ຄຳ​ຜົງ ນາມມະ​ວົງ​ມີ​ໄຊ ຫົວໜ້າຫ້ອງການ​ວິຊາ​ການ ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ, ທ່ານນາງ ຢູ​ໂກ ຟຸຕະ​ໂມ​ໂຕະ ຫົວໜ້າພະ​ແນ​ກສຶກສາ, ວັດທະນະ​ທຳ ​ແລະ ຖະ​ແຫລ​ງຂ່າວ ສະຖານທູດ​ຍີ່ປຸ່ນ ​ແລະ ນັກ​ສຶກສາ ​ເຂົ້າ​ຮ່ວມ.

ທ່ານ ທ່ານ ດຣ. ຄຳ​ຜົງ ນາມມະ​ວົງ​ມີ​ໄຊ ກ່າວ​ວ່າ: ການ​ປະຖົມ​ນິ​ເທດ​ໃນ​ຄັ້ງ​ນີ້ ​ ​ເພື່ອ​​ໃຫ້​ຄວາມ​ຮູ້​ ​ແກ່​ນັກ​ສຶກສາ ທີ່​ມີ​ຄວາມ​ສົນ​ໃຈ​ຢາກ​ໄປ​ສຶກສາ​ຕໍ່​ຢູ່​ປະ​ເທດ​ຍີ່ປຸ່ນ ​​​ ​ເຊິ່ງ​ປີ​ນີ້ ​ມີ​ທຶນ​ໃນ​ລະດັບ ຊັ້ນ​ສູງ​ທົ່ວ​ໄປ, ຊັ້ນ​ສູງ​ດ້ານ​ເຕັກ​ໂນ​ໂລ​ຢີ, ປະລິນ​ຍາ​ຕີ, ປະລິນ​ຍາ​ໂທ ​ແລະ ປະລິນຍາ​ເອກ, ​ໃນ​ປີຜ່ານມາລັດຖະບານ​ຍີ່ປຸ່ນ​ໄດ້​ໃຫ້​ທຶນ​ການສຶກສາ ຫລາຍ​ປະ​ເພດ ​ແລະ ​ມີນັກ​ສຶກສາລາ​ວ ປະ​ມານ 60 ຄົນ ​ໄປ​ສຶກສາຕໍ່​ທີ່​ປະ​ເທດ​ຍີ່ປຸ່ນ​​ໃນ​ແຕ່ລະ​ປີ ​ເຊັ່ນ​ທຶນ​ຈາກ JDS ​ແລະ YLP ​ເຊິ່​ງ​ມີ​ທັງ​ທຶນ​ສຳລັບ ​ພະນັກງານ​ລັດ ​ແລະ ທຶນ​ເປີດ​ກວ້າງ​ສຳ​ລັບ​ທຸກ​ພາກສ່ວນ​ນຳ​ອີກ.

ສຳລັບ​​ ທຶນ​ການ​ສຶກສາ​ຕໍ່​ປະ​ເທດ​ຍີ່​ປຸ່ນ​ໄດ້​ເປີດ​ຮັບ​ສະໝັກ​ແລ້ວ ​ເຊິ່ງລະດັບຊັ້ນ​ສູງ ​ແລະ ປະລິນຍາ​ຕີ ​  ​ ຈະ​ປິດ​ຮັບ​ສະໝັກໃນ​ວັນ​ທີ 6 ກໍລະກົດ 2015, ສ່ວນປະລິນ​ຍາ​ໂທ ​ແລະ ​ເອກ ​ແມ່ນວັນ​ທີ 17 ມິຖຸນາ 2015 . ສາມາດ​ດາວ​ໂຫລ​ດ​​ແບບ​ຟອມໄດ້​ຈາກ​ເວ​ບ​ໄຊ ຂອງ​ສະຖານທູດ​ຍີ່ປຸ່ນ ​www.la.emb-່japan.go.jp

 

ແຫລ່ງ​ຂ່າວ: ສຳ​ນ​ັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...