Homeນານາສາລະໄຂ​ປິດສະນາສາ​ເຫດ​ທີ່​ຊາວ​ກະ​ຫລ່ຽງ​ໃສ່​ຫ່ວງ​

ໄຂ​ປິດສະນາສາ​ເຫດ​ທີ່​ຊາວ​ກະ​ຫລ່ຽງ​ໃສ່​ຫ່ວງ​

Published on

210892

 

ເລື່ອງ​ນີ້​ເປັນ​ຄວາມ​ເຊື່ອ​ຂອງ​ຊາວ​ກະ​ຫລ່ຽງ​ທີ່​ໃຊ້​ຊີວິດ​ຢູ່ໃນ​ປ່າເພາະ​ມີ​ຕຳ​ນານ​ເລົ່າ​ຕໍ່​ມາ​ວ່າເນື່ອງ​ຈາກ​ຄົນ​ສະໄໝ​ກ່ອນ​ຢ້າ​ພວກ​ພູ​ມຜີ​ແລະ​ວິນ​ຍານ​ທີ່​ບໍ່​ພໍ​ໃຈ​ຈະ​ສົ່ງ​ເສືອ​ມາຂ້າໂດຍ​ສະເພາະ​ເຫຍື່ອ​ທີ່​ເປັນ​ເພດ​ຍິງ​ຈຶ່ງ​ເປັນ​ເຫດຜົນ​ໃນ​ການ​ໃສ່​ຫ່ວງ​ໄວ້ໂດຍ​ການ​ຄິດ​ຄົ້ນ​ປ້ອງ​ໂລ​ຫະ​ສີ​ທອງ​ຂະໜາດ​ໃຫຍ່​ເອົາ​ມາ​ໃສ່​ໄວ້​ຮອບ​ຄໍ​ຕົວ​ເອງຈົນ​ເຮັດໃຫ້​ເກີດ​ເປັນ​ສັນຍະລັກ​ຂອງ​ຊາວ​ກະ​ຫລ່ຽງ​ຄໍ​ຍາວ​ຕັ້ງ​ແຕ່​ນັ້ນ​ມາ​ອີກ​ປະ​ການ​ກໍ​ຄືສະໄໝ​ກ່ອນ​ຊາວ​ກະ​ຫລ່ຽງ​ຈະ​ໃສ່​ເພື່ອ​ຄວາມ​ສວຍງາມເພື່ອ​ສະແດງ​ຖານະ​ແລະ​ຕຳແໜ່ງ​ນອກ​ຈາກ​ນີ້​ການ​ໃສ່​ຫ່ວງ​ທີ່​ຄໍຍັງ​ເຊື່ອມ​ໂຍງ​ກັບ​ຕຳ​ນານ​ເລື່ອງ​ເລົ່າ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ທີ່​ເລົ່າ​ສືບ​ຕໍ່​ກັນ​ມາ​ເປັນ​ເວລາ​ຊ້າ​ນານ

ໂດຍ​ຊາວ​ກະ​ຫລ່ຽງ​ຈະ​ເລີ່ມ​ໃສ່​ຫ່ວງ​ທີ່​ຄໍ​ຕັ້ງ​ແຕ່​ອາ​ຍຸ 5 ປີໂດຍ​ທຸກ2-3ເດືອນ​ຈະ​ມີ​ການ​ເພີ່ມ​ຫ່ວງ​ທີ່​ຄໍ​ເທື່ອລະ​ຫ່ວງກ່ອນ​ຈະ​ເຕີບໂຕ​ເປັນ​ຜູ້ໃຫຍ່ເດັກໆ​ຊາວ​ກະ​ຫລ່ຽງຕ້ອງ​ແບກ​ຮັບ​ນ້ຳ​ໜັກ​ຫ່ວງ​ໂລ​ຫະ​ຢູ່​ຄໍປະ​ມານ 13 ກິ​ໂລ​ກຣາມນັ້ນ​ຖື​ວ່າ​ໜັກ​ຫລາຍ​ເກີນ​ທີ່​ເດັກນ້ອຍ​ຈະ​ຕ້ອງ​ມາ​ແບກ​ຫຍັງ​ເອົາ​ໄວ້​ຢູ່​ຕະຫລອດ​ເວລາຊາວ​ກະ​ຫລ່ຽງ​ໃສ່​ຫ່ວງ​ທີ່​ຄໍ​ແລ້ວ​ເບິ່ງ​ຄື​ມະນຸດ​ທີ່​ຄໍ​ຍາວ​ກວ່າ​ຄົນ​ປົກກະຕິແຕ່​ຄວາມ​ຈິງ​ແລ້ວ​ຄໍ​ບໍ່​ໄດ້​ຍາວ​ກວ່າ​ແຕ່​ຢ່າງ​ໃດພຽງ​ແຕ່​ບ່າຂອງ​​ພວກເຂົາ​ໄດ້​ຖືກ​ກົດ​ທັບເຮັດໃຫ້​ກ້າມ​ເນື້ອທີ່​ປະ​ຄອງ​​ຫົວໄດ້​ເຮັດວຽກ​ປ່ຽນ​ໄປແລະ​ເມື່ອ​ຊາວ​ຫລະ​ຫລ່ຽງ​ໄດ້​ຖອດ​ຫ່ວງ​ອອກຈະ​ເຮັດໃຫ້​ບໍ່​ສາມາດ​ປະ​ຄອງ​ຫົວ​ຕົວ​ເອງ​ໃຫ້​ຕັ້ງ​ຊື່ໄດ້​ເໝືອນ​ມະນຸດ​ປົກກະຕິ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...