spot_img
Homeຂ່າວເຫດການນຳໃຊ້ສື່ອອນລາຍ ແລະ ອິນເຕີເນັດໃຫ້ມີຜົນ

ນຳໃຊ້ສື່ອອນລາຍ ແລະ ອິນເຕີເນັດໃຫ້ມີຜົນ

Published on

facebook-user

ໃນກອງປະຊຸມປຶກສາຫາລືການຄຸ້ມຄອງອິນເຕີແນັດແຫ່ງຊາດ ທີ່ໄດ້ຈັດຂຶ້ນ ເມື່ອກາງເດືອນມັງກອນ 2015 ນີ້, ຢູ່ນະ ຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມ ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ມະຫາພາກ ແລະ ການບໍລິການກໍໄດ້ຍົກໃຫ້ເຫັນອັນດີທີ່ຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆຂອງມັນ.

ດັ່ງນັ້ນ, ເພື່ອນຳໃຊ້ໃຫ້ເປັນ ປະໂຫຍດ ກອງປະຊຸມກໍໄດ້ແນະ ນຳຫລາຍບັນ ຫາຄືໃຫ້ເອົາໃຈໃສ່ວິເຄາະໄຈແຍກ ກວດສອບລະອຽດບັນດາຂໍ້ມູນ ແລະ ຂ່າວສານຕ່າງໆເພື່ອນຳອອກມາເຜີຍແຜ່, ຖ້າບຸກຄົນ ໃດໜຶ່ງຢາກສະແດງຄວາມ ຄິດເຫັນລົງໃສ່ສື່ອອນລາຍເຮົາຕ້ອງເລືອກຂໍ້ມູນທີ່ມີຫລັກຖານ, ຄວາມເປັນຈິງ ແລະ ບໍ່ຂັດກັບ ແນວທາງນະໂຍບາຍ ຂອງພັກ ແລະ ລັດວາງອອກ, ການນຳສະເໜີຮູບພາບ, ສຽງ ແລະ ປະເພດສິນຄ້າຕ່າງໆຕ້ອງແມ່ນ ຕົ້ນສະບັບ. ພ້ອມນັ້ນ ກໍຄວນຫລີກເວັ້ນການໂຄສະນາເຜີຍແຜ່ຮູບພາບ ແລະ ສະຖານທີ່ສຳຄັນຂອງຊາດ, ບໍ່ເຜີຍແຜ່ຮູບ

ພາບລາມົກອານາຈານ ແລະ ບໍ່ຄວນຄິດວ່າການປະກອບຄຳຄິດ-ຄຳເຫັນລົງໃນສື່ອອນລາຍເປັນເລື່ອງທີ່ມ່ວນຊື່ນ. ໃນກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ບຸນປອນ ບຸດຕະນະວົງ ກໍໄດ້ແນະນຳຫລາຍບັນຫາເພື່ອ ພະນັກງານ, ທະຫານ, ຕຳຫລວດກໍຄືປວງຊົນລາວທຸກຖ້ວນໜ້າບໍ່ວ່າຈະສັງກັດວົງການຈັດຕັ້ງສັງຄົມໃດ ແລະ ທ້ອງຖິ່ນ ຮາກຖານໃດຈົ່ງພ້ອມກັນເປັນເຈົ້າການໃນການນຳໃຊ້ສື່ອອນລາຍ ແລະ ອິນເຕີແນັດໃຫ້ມີຜົນຄື:

ໜຶ່ງ: ຄະນະພັກ-ຄະນະບັນຊາ, ອຳນາດການປົກຄອງທຸກ ຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງຍົກສູງຄວາມ ຮັບຜິດຊອບຂອງຕົນເຂົ້າໃນການ ສຶກສາອົບຮົມຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ນັກຮຽນ, ນັກສຶກ ສາ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ໃຫ້ມີຄວາມຮັບຮູ້, ເຂົ້າໃຈແຈ້ງກ່ຽວກັບຄວາມ ໝາຍຄວາມສຳຄັນ, ຜົນດີ-ຜົນຮ້າຍໃນການນຳໃຊ້ສື່ສັງຄົມອອນລາຍ.

ສອງ: ຕ້ອງກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດທີ່ວາງອອກໃນແຕ່ລະໄລຍະ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກທີ່ສວຍໃຊ້ຄວາມກ້າວໜ້າຂອງວິ ທະຍາສາດ, ເຕັກໂນໂລຊີຂໍ້ມູນ ຂ່າວສານທີ່ທັນສະໄໝ ເປັນຕົ້ນ ກໍແມ່ນສື່ສັງຄົມອອນລາຍ ເພື່ອ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ຖືກຕ້ອງ, ບິດເບືອນ, ໃສ່ຮ້າຍປ້າຍສີທັບຖົມໂຈມຕີສ້າງຄວາມປັ່ນປ່ວນເພື່ອຫວັງແບ່ງແຍກຄວາມສາມັກຄີພາຍໃນ ຊາດກໍຄືແນວທາງຂອງພັກ-ລັດວາງອອກ.

ສາມ: ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາຕະຫລອດຮອດຊັ້ນຄົນຕ່າງໆ ຈົ່ງເປັນເຈົ້າ ການວິເຄາະໄຈ້ແຍກບັນດາຂໍ້ມູນຂ່າວສານທີ່ອອກມາເຜີຍແຜ່ໃນໂລກອອນລາຍວ່າມີມູນຄວາມຈິງ ຫລືວ່າ ຕົວະຍົວະຫລອກລວງ ເພື່ອຫລີກເວັ້ນການຊວນເຊື່ອໄປແນວທາງທີ່ບໍ່ດີ.

ສີ່: ບັນດາກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ຂໍ້ມູນຂ່າວສານຜ່ານທາງອິນເຕີແນັດເປັນຕົ້ນກໍແມ່ນປະຕິບັດຕາມດຳລັດ 327/ລບ ທີ່ວາງອອກໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີປະສິດທິຜົນເພື່ອຮັບປະກັນຄວາມມີສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງ ຄົມປົກປ້ອງກຽດສັກສີຜົນປະໂຫຍດອັບຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງບຸກຄົນ ແລະ ການຈັດຕັ້ງເພື່ອເພີ່ມ ທະວີແນໃສ່ເສີມຂະຫຍາຍດ້ານທີ່ເປັນປະໂຫຍດ ແລະ ສະກັດກັ້ນດ້ານທີ່ຫຍໍ້ທໍ້ຕໍ່ສັງຄົມ ເພື່ອພ້ອມກັນປະກອບສ່ວນເ ຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຕາມອຸດົມການຂອງພັກທີ່ຕັ້ງເປົ້າໝາຍເອົາໄວ້.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...