spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ7ເລື່ອງບໍ່ເຄີຍຮູ້ເຮັດໃຫ້ໜ້າທ້ອງຂຶ້ນໝົດປີ

7ເລື່ອງບໍ່ເຄີຍຮູ້ເຮັດໃຫ້ໜ້າທ້ອງຂຶ້ນໝົດປີ

Published on

107262

ທ່ານໝໍ ຣາ​ຊາ ຄາສ​ໂລສ​ກຽດສູນ​ປ້ອງ​ກັນ​ພະຍາດແຫ່ງ​ມະຫາ​ວິທະຍາ​ໄລ​ລັດຊິ​ຄາ​ໂກ ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາມີ​ເຄັດ​ລັບ​ຕ້ອງ​ຫ້າມຖ້າບໍ່​ຕ້ອງ​ການ​ໜ້າທ້ອງ​ຍອນຍານ​ຕະຫລອດ​ການ​ມາ​ຝາກ

1.ກິນ​ອາຫານ​ໂລແຟ​ດຕະຫລອດເລີຍ​ເຮັດໃຫ້​ຂາດ​ມັນ​ດີ(ທີ່​ມີ​ຢູ່ໃນ​ຖົ່ວ,ນ້ຳ​ມັນ​ໝາກ​ກອກ ແລະ​ອາໂວ​ຄາ​ໂດ)ທີ່​ຈະ​ຊ່ວຍ​ກະຕຸ້ນ​ການ​ເຜົາຜານ

2.ຢູ່ໃນ​ພາ​ວະ​ຊຶມ​ເສົ້າຊຶ່ງ​ຈະ​ເຮັດໃຫ້​ລະບົບ​ຕ່າງໆໃນ​ຮ່າງກາຍ​ເຮັດວຽກ​ຜິດ​ປົກກະຕິ ແຖມ​ມັກ​ກະຕຸ້ນ​ໃຫ້​ກິນ​ຫຍັງ​ຜິດໆນໍາອີກ​

3.ກິນ​ແຕ່​ອາຫານ​ກ່ອງຊຶ່ງ​ມັກ​ຈະ​ມີ​ທັງ​ເກືອ,ນ້ຳ​ຕານແລະ​ນ້ຳ​ມັນ​ເກີນ​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍ

4.ຂາດ​ແມກ​ນີ​ຊຽມຊຶ່ງ​ມີ​ຢູ່ໃນ​ຜັກ​ໃບ​ຂຽວ​ເຂັ້ມ,ກ້ວຍແລະ​ຖົ່ວ​ເຫລືອງສານ​ອາຫານ​ຊະນິດ​ນີ້​ຊ່ວຍຫ​ລຸດ​ນ້ຳ​ຕານ​ໃນ​ເລືອດ​ໄດ້​ດີ

5.ດື່ມ​ແຕ່​ໂຊດາມີ​ລາຍ​ງານ​ວິ​ໄຈ​ພົບ​ວ່າໂຊ​ດາ​ມັກ​ສະ​ສົມ​ໜ້າທ້ອງຍານເພາະ​ໄດ້​ພະລັງ​ງານ​ເກີນ​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍ

6.ເລືອກ​ກິນ​ແຕ່​ຫມາກໄມ້​ວິ​ຕາ​ມິນ​ຊີ​ສູງຊຶ່ງ​ຈະ​ເຮັດໃຫ້​ຄອລ​ຕິ​ຊອນ​ໃນ​ຮ່າງກາຍ​ລຸດລົງ ຈຶ່ງ​ຄຽດ​ງ່າຍແລະ​ກິນ​​ແບບ​ຂໍ້2ທາງ​ທີ່​ດີ​ຈຶ່ງ​ຄວນກິນ​ອາຫານ​ໃຫ້​ຫລາກ​ຫລາຍໂດຍ​ຕື່ມ​ຜັກ​ຫມາກໄມ້​ສີ​ແດງ,ສີ​ສົ້ມແລະ​ສີ​ເຫລືອງ​ນໍາ

7.ບໍ່​ອອກ​ກຳ​ລັງ​ກາຍຊຶ່ງ​ໃຜໆ​ກໍ​ຮູ້​ວ່າການ​ເຄື່ອນ​ໄຫວ​ຮ່າງກາຍ​ໜ້ອຍ​ບໍ່​ຊ່ວຍ​ຫຍັງ​ເລີຍ ແຕ່​ຖ້າ​ຕ້ອງ​ການ​ເຜົາ​ຜານ​ໄຂ​ມັນ,ຫລຸດນ້ຳ​ຕານ​ໃນ​ເລືອດຕ້ອງ​ເຮັດ​ຕໍ່​ເນື່ອງ​ຫລາຍກວ່າ 30ນາ​ທີຈົນ​ເຫື່ອ​ອອກ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...