spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ສົ່ງສານສະແດງຄວາມເຫັນໃຈ ຕໍ່ເຫດການແຜ່ນດິນໄຫວ ທີ່ເນປານ

ນາຍົກລັດຖະມົນຕີ ສົ່ງສານສະແດງຄວາມເຫັນໃຈ ຕໍ່ເຫດການແຜ່ນດິນໄຫວ ທີ່ເນປານ

Published on

6327D730-56AC-4AEF-A2BF-D29689CCB9E5_mw1024_s_n

ວັນ​ທີ 27 ເມສາ 2015 ນີ້ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ໄດ້​ສົ່ງ​ສານ​ສະແດງ​ຄວາມ​ເຫັນໃຈ​ເຖິງ​ທ່ານ ຊູ​ຊີລ ຄອຍ​ຣາ​ລາ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດເນ​ປານ ຕໍ່​ເຫດການ​ແຜ່ນດິນ​ໄຫວ ໃນ​ວັນ​ທີ 25 ເມສາ 2015.

ເນື້ອ​ໃນ​ສານ​ລະບຸ​ວ່າ: ຂ້າພະເຈົ້າ​ໄດ້​ຮັບ​ຂ່າວ​ດ້ວຍ​ຄວາມ​ເສົ້າ​ສະຫຼົດ​ໃຈ ຕໍ່​ເຫດການ​ໄພ​ທຳ​ມະ​ຊາດ​ແຜ່ນດິນ​ໄຫວ ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ນະຄອນຫຼວງກັດ​ມານ​ດູ ໃນ​ວັນ​ທີ 25 ເມສາ 2015 ທີ່​ຜ່ານ​ມາ ເຊິ່ງ​ໄດ້​ທຳລາຍ​ບ້ານ​ເຮືອນ ສຳນັກງານ ແລະ ວັດ​ວາ​ອາ​ຮາມ​ເສຍ​ຫາຍ​ເປັນ​ຈຳນວນ​ຫຼາຍ ແລະ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ແລະ ໄດ້​ຮັບ​ບາດ​ເຈັບເປັນ​ຈຳນວນ​ຫຼວງຫຼາຍ.

ໃນ​ນາມ​ລັດຖະບານປະຊາຊົນ ແຫ່ງ​ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ແລະ ໃນ​ນາມສ່ວນ​ຕົວ ຂ້າພະເຈົ້າຂໍ​ສະແດງ​ຄວາມ​ເຫັນ​ອົກ​ເຫັນໃຈ​ມາ​ຍັງ​ທ່ານ ລັດຖະບານ ແລະ ປະຊາຊົນເນປານ ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ເຫດການ​ໄພພິບັດ​ໃນ​ຄັ້ງ​ນີ້.

ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ ແລະ ດ້ວຍ​ການ​ຊ່ວຍເຫຼືອ​ຈາກ​ນາໆຊາດ ແລະ ບັນດາ​ປະຊາ​ຄົມ​ໂລກ ສາທາລະນະ​ລັດ​ເນ​ປານ ຈະ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ ແລະ ເຮັດ​ໃຫ້​ສະພາບ​ການ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ​ໂດຍ​ໄວ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...