spot_img
Homeຂ່າວການພັດທະນາວາງພວງມາລາ ໂອກາດສະຫຼອງວັນສ້າງຕັ້ງ ຄຊປປລ ຄົບຮອບ 60 ປີ

ວາງພວງມາລາ ໂອກາດສະຫຼອງວັນສ້າງຕັ້ງ ຄຊປປລ ຄົບຮອບ 60 ປີ

Published on

20150427120630

ສະຫາຍ ​ດຣ. ວິໄລ​ວົງ ບຸດ​ດາຄຳ ເລຂາ​ຄະນະ​ບໍລິຫານ​ງານສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນປະຕິວັດ​ລາວ (​ຊປປລ) ພ້ອມ​ດ້ວຍຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ບັນດາ​ກະຊວງອົງການ​ອ້ອມຂ້າງ​ສູນ​ກາງ ໄດ້​ຕາງໜ້າ​ໃຫ້​ສະມາ​ຊິກ​ຊາວ​ໜຸ່ມ ກໍ່​ຄື​ຊາວ​ໜຸ່ມເຍົາວະ​ຊົນ​ບັນດາເຜົ່າ​ທົ່ວ​ປະເທດ ເຂົ້າ​ວາງ​ພວງມາລາ ແລະ ກະຕ່າ​ດອກ​ໄມ້ ໃນ​ໂອກາດ​ສະເຫຼີມ​ສະຫຼອງ​ວັນ​ສ້າງຕັ້ງ​ຄະນະ​ບໍລິ​ຫານ​ງານ​ຊາວ​ໜຸ່ມ​ ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ (14/4/1955-14/4/2015) ຕອນເຊົ້າ​ວັນ​ທີ 27 ເມສາ 2015.

ໃນ​ເວລາ 6:30 ໂມງ ໄດ້ເຂົ້າ​ວາງ​ພວງມາລາຢູ່​ອາ​ນຸ​ສາວະລີ​ນັກຮົບ​ນິລະນາມ (ດາວແດງ) ເວລາ 6:45 ໂມງ ໄດ້​ເຂົ້າວາງ​ກະຕ່າ​ດອກ​ໄມ້ຢູ່​ຫໍ​ພິ​ພິ​ທະພັນ ໄກສອນ ພົມວິຫານ ແລະ ເວລາ 7:30 ໂມງ ໄດ້​ເຂົ້າ​ວາງກະຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ ສຸ​ພານຸ​ວົງ.

ການ​ເຂົ້າ​ວາງ​ພວງມາລາ ແລະ ກະຕ່າ​ດອກ​ໄມ້​ຄັ້ງ​ນີ້ ແມ່ນເພື່ອ​ເປັນ​ການສະແດງ​ເຖິງ​ຄວາມເຄົາລົບ​ຮັກ ກະຕັນຍູ​ຮູ້​ບຸນຄຸນ​ຕໍ່ຄຸນງາມຄວາມດີ ແລະ ນ້ຳໃຈ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ບໍ່​ຍອມ​ຈຳນົນ​ຂອງ​ບັນ​ພະ​ບູ​ລຸດ​ລາວ ກໍ່​ຄື​ບັນດາ​ນັກຮົບ​ປະຕິວັດ​ທີ່​ເສຍສະຫຼະຊີວິດ ເລືອດ​ເນື້ອ ເພື່ອ​ປະເທດຊາດ ແລະ ປະຊາຊົນ ເປັນ​ການສະແດງ​ເຖິງ​ຄວາມ​ເຄົາລົບ​ຮັກ ກະຕັນຍູ​ຮູ້​ບຸນຄຸນ​ອັນ​ລົ້ນ​ເຫຼືອ​ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນ​ໃຫຍ່​ຫຼວງ​ຂອງ​ຜູ້ນຳ​ທີ່​ແສນເຄົາລົບ​ຮັກ ​ຂອງ​ປວງ​ຊົນ​ລາວ​ທັງຊາດ ທີ່​ໄດ້​ອຸທິດ​ຕະຫຼອດ​ຊີວິດ​ໃຫ້ແກ່​ການ​ປະຕິວັດ ແລະ ປະເທດຊາດ ເພື່ອ​ພາລະກິດ​ປົດ​ປ່ອຍຊາດ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຕາມ​ພາລະກິດ​ປ່ຽນແປງ​ໃໝ່​ຂອງ​ພັກ ທັງ​ນີ້​ກໍ່​ເພື່ອເຮັດ​ໃຫ້​ຄະນະ ​ຊປປລ ຮ່ຳຮຽນເອົາ​ແບບຢ່າງ​ຄຸນສົມບັດ​ສິນ​ທຳປະຕິວັດ ແນວ​ຄິດ-ອຸດົມ​ການ ແບບແຜນ​ການ​ດຳລົງ​ຊີວິດ ວິທີເຮັດ​ວຽກ ແລະ ພາລະກິດ​ປະຕິວັດ​ອັນ​ສູງ​ສົ່ງ​ຂອງ​ຜູ້ນຳ​ຮຸ່ນ​ກ່ອນ ໃຫ້​ນັບ​ມື້​ໜັກ​ແໜ້ນເຂັ້ມແຂງ ມີ​ຫົວຄິດ​ປະດິດ​ສ້າງ ມີ​ຄວາມ​ຮູ້ຄວາມ​ສາມາດ ນຳພາ​ຊາວ​ໜຸ່ມລາວ​ໃຫ້​ກ້າວ​ຂຶ້ນ​ທັນ​ຍຸກ​ສະໄໝ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...