Homeຄລິບ-ວິດີໂອປາກຽວອັດຄລິບສົ່ງແຮງໃຈຊ່ວຍຜູ້ປະສົບໄພທີ່ເນປານ

ປາກຽວອັດຄລິບສົ່ງແຮງໃຈຊ່ວຍຜູ້ປະສົບໄພທີ່ເນປານ

Published on

ແມນນີ່ ປາກຽວ ຍອດກຳປັ້ນຊາວຟິລິບປິນຮ່ວມສະແດງຄວາມຫ່ວງໃຍເຖິງຜູ້ປະສົບໄພພິບັດທາງທຳມະຊາດທີ່ປະເທດ ເນປານ ດ້ວຍການອັດຄລິບວິດີໂອລົງທະວິດເຕີ ອວຍພອນຂໍໃຫ້ຊາວເນປານແລະເຫຍື່ອແຜ່ນດິນໄຫວທຸກຄົນໃຫ້ປອດໄພ

ປາກຽວ ອາຍຸ ປາກຽວ ອາຍຸ 36 ປີ ພ້ອມດ້ວຍ ພັນລະຍາ ຈິນກີ ຮ່ວມກັນຖ່າຍທອດຄວາມຫ່ວງໃຍແລະປາດຖະໜາດີຕໍ່ຜູ້ທີ່ປະສົບໄພທີ່ເນປານຜ່ານວິດີໂອຍາວ 25 ວິນາທີ ໃນທະວີດເຕີ ລະຫວ່າງການກຽມຕົວຂື້ນຊົກຮອບປະຫວັດສາດກັບ ຟຼອຍ ເມເວດເທີ ຈູເນຍ ທີ່ ລາດສ໌ ເວກັດສ໌ ວັນທີ 2 ພຶດສະພານີ້

“ຫົວໃຈຂອງພວກເຮົາຢູ່ທີ່ພີ່ນ້ອງຜູ້ປະສົບໄພແຜ່ນດິນໄຫວທີ່ເນປານ ໃນໃບເບີນບອກເຮົາວ່າຈົ່ງເຂັ້ມແຂງແລະຢືນຢັດຕໍ່ສູ້ຢ່າງກ້າຫານຢ່າຢ້ານກົວຫຼືສີ້ນຫວັງພະເຈົ້າຢູ່ກັບເຈົ້າທຸກທີ່”

ສຳລັບເຫດການແຜ່ນດິນໄຫວລະດັບ 7,9 ແມັກນິຈູດໃນເຂດພາດມານຖຸ ເວລານີ້ຍອດຜູ້ເສຍຊີວິດສູງເຖິງ 2ພັນກວ່າຄົນແລ້ວ ເປັນແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດໃນຮອບ 80 ປີ ໂດຍຄັ້ງສຸດທ້າຍເກີດຂື້ນໃນປີ 1934 ມີຜູ້ເສຍຊີວິດສູງເຖິງ 8,500 ຄົນ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...