spot_img
Homeນານາສາລະບໍລິຈາກເລືອດ1ເທື່ອເຜົາຜານໄດ້ຕັ້ງ650ແຄລໍລີ

ບໍລິຈາກເລືອດ1ເທື່ອເຜົາຜານໄດ້ຕັ້ງ650ແຄລໍລີ

Published on

p16jl20ei2758urh18loiqmrls3

ຂໍ້​ດີ​ຂອງ​ການ​ບໍລິຈາກ​ເລືອດ​ທີ່​ນອກ​ຈາກ​ຈະ​ໄດ້​ບຸນ​ໃຫ້​ອີ່ມ​ເອິກ​ອີ່ມ​ໃຈ​ແລ້ວຍັງ​ມີ​ປະໂຫຍດ​ກ່ຽວກັບ​ສຸຂະພາບ​ແບບ​ໂດຍກົງໂດຍ​ສະເພາະ​ຊ່ວຍ​ເຜົາ​ຜານ​ແຄ​ລໍ​ລີ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອດີ​ແບບ​ນີ້​ບໍ່​ບອກ​ຕໍ່​ບໍ່​ໄດ້​ແລ້ວ​
ການສ້າງ​ບຸນ​ເຮັດ​ກຸ​ສົນ​ທີ່​ດີ​ທີ່ສຸດ​ກໍ​ຄື​ການ​ຊ່ວຍ​ຊີວິດ​ເພື່ອນ​ມະນຸດ​ນຳກັນ​ເອງ​ນີ້​ຊຶ່ງ​ວິທີ​ໜຶ່ງ​ທີ່​ເຮັດ​ໄດ້​ງ່າຍໆກໍ​ຄື​ການ​ຮ່ວມ​ບໍລິຈາກ​ເລືອດດັ່ງ​ທີ່​ເຮົາ​ໄດ້ຍິນ​ຄຳ​ເຊີນ​ຊວນ​ຈາກ​ສູນບໍລິຈາກເລືອດຫລາຍເທື່ອແຕ່​ຕ້ອງ​ຍອມ​ຮັບ​ວ່າ​ຄົນ​ສ່ວນຫນຶ່ງ​ບໍ່​ກ້າ​ບໍລິຈາກ​ເລືອດເພາະ​ຢ້ານ​ເຂັມຢ້ານ​ຈະ​ເກີດ​ຜົນ​ເສຍ​ກັບ​ຮ່າງກາຍແຕ່​ຖ້າ​ໄດ້​ອ່ານ​ເລື່ອງ​ນີ້ຈະ​ຮູ້​ເລີຍ​ວ່າ​ການ​ເສຍ​ເລືອດ​ເທື່ອ​ນີ້​ເຮັດໃຫ້​ມີ​ຫຍັງ​ດີໆເກີດ​ຂຶ້ນ​ກັບ​ສຸຂະພາບ​ຫລາຍກວ່າ​ທີ່​ຄິດ

1.ປ້ອງ​ກັນ​ພະຍາດ​ຫົວ​ໃຈ
ໂດຍ​ທົ່ວ​ໄປ​ແລ້ວ​ສາ​ເຫດ​ຂອງ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ນັ້ນ​ກໍ​ມາ​ຈາກ​ເລືອດ​ທີ່​ມີ​ຄວາມ​ມືດ​ຜິດ​ປົກກະຕິໂດຍ​ມີ​ຜົນ​ມາ​ຈາກ​ການ​ທີ່​ໃນ​ເລືອດ​ມີ​ລະ​ດັບ​ທາດ​ເຫລັກ​ສູງ​ຈົນ​ເກີນ​ໄປ ຈົນ​ໄປ​ເກີດ​ການ​ອອກ​ຊິ​ເດ​ຊັນ​ແລະ​ທຳລາຍ​ຫລອດ​ເລືອດ​ຕ່າງໆໃນ​ຮ່າງກາຍແລະ​ເຮັດໃຫ້​ເກີດ​ອາການ​ຫົວ​ໃຈ​ວາຍ​ໃນ​ທີ່ສຸດການ​ບໍລິຈາກ​ເລືອດ​ຈະ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ຫົວ​ໃຈ​ວາຍ​ແລະ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ໄດ້ເພາະ​ການ​ບໍລິຈາກ​ເລືອດ​ຈະ​ສາມາດ​ຊ່ວຍ​ຫລຸດ​ລະ​ດັບ​ທາດ​ເຫລັກ​ໃນ​ຮ່າງກາຍໃຫ້​ຢູ່ໃນ​ລະ​ດັບ​ທີ່​ປົກກະຕິ​ໄດ້

2.ເຜົາ​ຜານ​ແຄ​ລໍລີ
ການ​ບໍລິຈາກ​ເລືອດ​ພຽງ​ເທື່ອ​ດຽວ​ສາມາດ​ເຜົາ​ຜານ​ແຄ​ລໍ​ລີ​ໄດ້​ຫລາຍ​ເຖິງ650ແຄ​ລໍ​ລີຊຶ່ງ​ເປັນ​ຜົນດີີ​ກັບ​ການ​ຄວບ​ຄຸມ​ນ້ຳ​ໜັກ​ເລື່ອງ​ນີ້ ແຕ່​ກໍ​ຢ່າ​ຄິດ​ຈະ​ບໍລິຈາກ​ເລືອດ​ເພື່ອ​ຫວັງຫ​ລຸດ​ນ້ຳ​ໜັກ​ເພາະ​ການ​ບໍລິຈາກ​ເລືອດ​ແຕ່​ລະ​ເທື່ອ​ຕ້ອງ​ຫ່າງ​ກັນ2-3ເດືອນເປັນ​ຢ່າງ​ຕ່ຳ​ແຖມ​ຖ້າ​ສຸຂະພາບ​ບໍ່​ແຂງ​ແຮງ​ກໍ​ບໍ່​ສາມາດ​ບໍລິຈາກ​ເລືອດ​ໄດ້​ອີກ​
3.ຫລຸດ​ຄວາມ​ສ່ຽງ​ພະຍາດ​ມະ​ເຮັງ
ປະລິມານ​ທາດ​ເຫລັກ​ໃນ​ຮ່າງກາຍ​ທີ່​ສູງ​ເກີນ​ໄປ​ນອກ​ຈາກ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ພະຍາດ​ກ່ຽວກັບ​ລະບົບ​ຫລອດ​ເລືອດ​ຫົວ​ໃຈ​ແລ້ວກໍ​ຍັງ​ເຮັດໃຫ້​ເກີດ​ພະຍາດ​ມະ​ເຮັງ​ໄດ້ນໍາ​ອີກ​ເພາະ​ລະ​ດັບ​ທາດ​ເຫລັກ​ທີ່​ສູງ​ໃນ​ຮ່າງກາຍ​ຈະ​ເຮັດໃຫ້​ສາ​ນອາ​ນຸ​ມູນ​ອິດສະຫລະ​ເພີ່ມ​ຫລາຍ​ຂຶ້ນ ສົ່ງ​ຜົນ​ໃຫ້​ຈຸລັງ​ໃນ​ຮ່າງກາຍ​ແປ​ສະພາບ​ກາຍ​ເປັນ​ຈຸລັງ​ມະ​ເຮັງ​ນັ້ນ​ເອງການ​ບໍລິຈາກ​ເລືອດ​ຈະ​ຊ່ວຍ​ຫລຸດ​ປະລິມານ​ທາດ​ເຫລັກ​ໃນ​ເລືອດ​ໃຫ້​ຢູ່ໃນ​ລະ​ດັບ​ທີ່​ປົກກະຕິແລະ​ເຮັດໃຫ້​ຄວາມ​ສ່ຽງ​ຫລຸດລົງ​

ການ​ບໍລິຈາກ​ເລືອດ​ນອກ​ຈາກ​ຈະ​ເປັນ​ການເຮັດ​ບຸນ​ທີ່​ດີ​ແລ້ວ​ກໍ​ຍັງມີ​ປະໂຫຍດ​ກັບ​ສຸຂະພາບ​ຫລາຍ​ເຖິງ​ພຽງ​ນີ້​ໄດ້​ປະໂຫຍດ​ດີໆ2ຕໍ່​ແບບ​ນີ້ເຮັດ​ໃຈ​ໃຫ້​ສະບາຍ​ໆແລ້ວ​ໄປ​ບໍລິຈາກ​ຕໍ່​ຊີວິດ​ເພື່ອນ​ມະນຸດ​ນຳກັນ​ແຕ່​ກໍ​ຢ່າ​ລືມ​ວ່າ​ກ່ອນ​ບໍລິຈາກ​ເລືອດ​ຄວນ​ສັງເກດ​ຕົນ​ເອງ​ນໍາວ່າ​ພ້ອມ​ຫລື​ບໍ່ເພາະ​ຖ້າ​​ຮ່າງກາຍ​ຂອງ​ເຮົາ​ບໍ່​ພ້ອມ​ແລ້ວ​ຍັງ​​ໄປ​ບໍລິຈາກ​ເລືອດອາດ​ເກີດ​ຜົນ​ເສຍ​ກັບ​ຮ່າງກາຍ​ໄດ້​ຄືກັນ

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...