Homeຂ່າວຕ່າງປະເທດນາຍົກເກົາຫລີໃຕ້ລາອອກ ຍ້ອນຖືກສົງໄສວ່າຮັບສິນບົນ!

ນາຍົກເກົາຫລີໃຕ້ລາອອກ ຍ້ອນຖືກສົງໄສວ່າຮັບສິນບົນ!

Published on

EyWwB5WU57MYnKOuFtLtAl23hTnCCCfPWlHIOLU6XyY0x8ISMtY4u8

ລັດຖະບານເກົາຫລີໃຕ້ສະເທືອນ ນາຍົກລັດຖະມົນຕີ ລີ ວານ ກູ ຕັດສິນໃຈລາອອກ ຂະນະຕົກເປັນຂ່າວຮັບເງິນສິນບົນ 30 ລ້ານວອນ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ເມສາຜ່ານມານີ້ວ່າ ເຈົ້າໜ້າທີ່ປະຈຳສຳນັກງານນາຍົກເກົາຫລີໃຕ້ ໄດ້ອອກມາລະບຸ ກ່ຽວກັບ ນາຍົກລັດຖະມົນຕີ ລີ ວານ ກູ ໄດ້ຕັດສິນໃຈຍື່ນໜັງສືລາອອກຈາກຕຳແໜ່ງ ຕໍ່ກັບປະທານາທິບໍດີ ປາກ ກຶນ ເຮ ແລ້ວ ໃນມື້ວັນທີ 20 ເມສາທີ່ຜ່ານມາ ທ່າມກາງກະແສຫາງສຽງ ທີ່ຕົກເປັນຂ່າວເລື່ອງການສໍ້ລາດບັງຫລວງ ດ້ວຍການຮັບເງິນສິນບົນ ຈາກ ທ້າວ ຊຸງ ວານ ຈອງ ນັກທຸລະກິດຊື່ດັງຂອງເກົາຫລີໃຕ້ ທີ່ຫາກໍຜູກຄໍຕາຍໃນຕົ້ນເດືອນເມສາຜ່ານມາ ແລະ ກ່ອນຕາຍ ທ້າວ ຊຸງ ວານ ຈອງ ຍັງໄດ້ຂຽນບົດບັນທຶກໄວ້ວ່າ ເຂົາໄດ້ມອບເງິນສິນບົນ ໃຫ້ແກ່ນາຍົກລັດຖະມົນຕີ ລີ ວານ ກູ ເປັນເງິນ 30 ລ້ານວອນ (ສະກຸນເງິນເກົາຫລີ) ຫລື ປະມານ 219 ລ້ານກີບ ໃນປີ 2013 ລະຫວ່າງທີ່ ທ່ານ ລີ ວານ ກູ ກຳລັງລົງສະໝັກເລືອກຕັ້ງ ສະມາຊິກສະພາຜູ້ແທນປະຊາຊົນ, ແນວໃດກໍຕາມ ທ່ານນາຍົກລັດຖະມົນຕີ ລີ ວານ ກູ ໄດ້ປະຕິເສດວ່າ ເຂົາບໍ່ໄດ້ຮັບເງິນດັ່ງກ່າວແຕ່ພຽງຢ່າງໃດ.

ດ້ານປະທານາທິບໍດີ ປາກ ກຶນ ເຮ ແມ່ນຍັງບໍ່ທັນມີລາຍງານວ່າ ທ່ານຍອມຮັບໜັງສືລາອອກຂອງນາຍົກລັດຖະມົນຕີ ລີ ວານ ກູ ຫລື ບໍ່ ແຕ່ຢ່າງໃດກໍຕາມ ປະທານາທິບໍດີ ປາກ ກຶນ ເຮ ໄດ້ກ່າວຫລັງຈາກນາຍົກລັດຖະມົນຕີຍື່ນໜັງສືລາອອກວ່າ ທາງການເກົາຫລີໃຕ້ ຈະດຳເນີນການສອບສວນຂໍ້ກ່າວຫານາຍົກ ລີ ກ່ຽວກັບການຮັບເງິນສິນບົນໃນຄັ້ງນີ້ ໂດຍແມ່ນຄະນະໄອຍະການ ຈະເປັນຜູ້ໃຫ້ຄວາມກະຈ່າງແຈ້ງໃນຂະບວນການສວບສວນ.

ທັງນີ້ ນາຍົກລັດຖະມົນຕີ ລີ ວານ ກູ ຂອງເກົາຫລີໃຕ້ ຫາກໍເຂົ້າມາຮັບຕຳແໜ່ງນາຍົກລັດຖະມົນຕີຂອງປະເທດ ໄດ້ພຽງ 2 ເດືອນເທົ່ານັ້ນ ເຊິ່ງເປັນນາຍົກລັດຖະມົນຕີຄົນທີ 2 ແລ້ວ ໃນລັດຖະບານຂອງປະທານາທິບໍດີ ປາກ ກຶນ ເຮ ທີ່ຕ້ອງລາອອກຈາກຕຳແໜ່ງ ຖັດຈາກ ທ່ານ ຈອງ ຮົງ ວອນ ນາຍົກລັດຖະມົນຕີຄົນທຳອິດ ທີ່ໄດ້ລາອອກເພື່ອສະແດງຄວາມຮັບຜິດຊອບ ຈາກເຫດໂສກນາຕະກຳເຮືອຂ້າມຟາກເຊວອນຫລົ້ມ ອັນເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 304​ ຄົນ ໃນວັນທີ 16 ເມສາ 2014.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...