spot_img
Homeຂ່າວເຫດການລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຮ່ວມກັນປຶກສາຫາລື ຫຼາຍບັນຫາສຳຄັນຂອງຊາດ

ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຮ່ວມກັນປຶກສາຫາລື ຫຼາຍບັນຫາສຳຄັນຂອງຊາດ

Published on

20150422124807

ກອງ​ປະຊຸມ​ລັດຖະບານ​ເປີດກວ້າງ​ກາງ​ສົກ​ປີ 2014-2015 ໄດ້​ຈັດ​ຂຶ້ນລະຫວ່າງ​ວັນ​ທີ 22-24 ເມສາ 2015 ທີ່​ຫ້ອງ​ວ່າການລັດຖະບານ ໂດຍ​ເປັນ​ປະທານຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ມີ​ບັນດາ​ສະມາ​ຊິກ​ລັດຖະບານ ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ບັນດາ​ເຈົ້າແຂວງ ຮອງ​ເຈົ້າແຂວງ ຜູ້​ຕາງໜ້າ​ອົງ​ການຈັດຕັ້ງ​ພັກ-ລັດ ສະພາ​ແຫ່ງ​ຊາດ ສານ ແລະ ໄອ​ຍະການ​ປະຊາຊົນ​ສູງ​ສຸດ ສູນ​ກາງແນວ​ລາວ​ສ້າງ​ຊາດ ແລະ ອົງການຈັດຕັ້ງ​ມະຫາຊົນ​ເຂົ້າ​ຮ່ວມ.

ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ກ່າວ​ວ່າ: ເກືອບ 1 ປີ​ທີ່​ຜ່ານ​ມາ ປະເທດ​ເຮົາ​ຍັງ​ສືບຕໍ່​ມີ​ສະຖຽນ​ລະພາບ​ທາງ​ດ້ານ​ການເມືອງ ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ມີຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍໂດຍ​ພື້ນຖານ ​ເສດຖະກິດ​ສືບຕໍ່ຂະຫຍາຍຕົວ ຂົງເຂດ​ວັດທະນະທຳ-ສັງຄົມ ໄດ້​ມີ​ການ​ພັດທະນາດີ​ຂຶ້ນ ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງປະຊາຊົນ ການ​ບັນລຸ​ເປົ້າ​ໝາຍສະຫັດ​ສະ​ວັດ​ດ້ານ​ການ​ພັດ​ທະນາ ແລະ ວຽກ​ງານ​ສາມ​ສ້າງ ກໍ່ໄດ້​ສືບຕໍ່​ດຳເນີນ​ໄປ​ດ້ວຍ​ບັນ​ຍາກາດ​ທີ່​ດີ ເຮັດ​ໃຫ້​ຄວາມ​ແຕກໂຕນ​ກັນ​ລະຫວ່າງຕົວ​ເມືອງ ແລະ ຊົນນະບົດ​ຄ່ອຍໆ​ຫຍັບ​ມໍ່ເຂົ້າ​ຫາ​ກັນ ທີ່​ສຳຄັນ​ແມ່ນ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ ໄດ້​ຮັບການ​ປັບປຸງ​ແກ້​ໄຂ​ນັບ​ມື້​ນັບ​ດີ​ຂຶ້ນເປັນ​ກ້າວໆ ຖານະ​ບົດບາດ​ຂອງ ​ສປປ ລາວ ໃນ​ເວທີ​ພາກ​ພື້ນ ແລະ ສາກົນ​ກໍ່​ສູງ​ເດັ່ນ​ຂຶ້ນເລື້ອຍໆ.

ແຕ່​ຄຽງ​ຄູ່​ກັນ​ນັ້ນ ພວກ​ເຮົາ​ກໍ່ຍັງ​ມີ​ຂໍ້​ຫຍຸ້ງຍາກ ແລະ ສິ່ງ​ທ້າທາຍ ເຊິ່ງ​ລັດຖະບານ​ເຮົາ​ຈະຕ້ອງໄດ້​ສືບຕໍ່​ເອົາໃຈໃສ່​ແກ້​ໄຂ ເປັນຕົ້ນ​ແມ່ນ ບັນຫາ​ປາກົດການຫຍໍ້ທໍ້​ທາງ​ສັງຄົມ ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ ບາງ​ດ້ານ​ກໍ່​ບໍ່​ໄດ້ຕາມ​ຄາດໝາຍ ມີ​ສະພາບ​ບໍ່ຄ່ອງ​ໂຕ ການ​ສະໜອງ​ເງິນຕາ ແລະ ການ​ເກັບ​ລາຍ​ຮັບ​ບໍ່​ໄດ້ຕາມ​ຄາດໝາຍ ແຕ່​ເຖິງ​ຢ່າງໃດກໍ່​ຕາມ ​ພັກ ແລະ ລັດຖະບານ ກໍ່ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ຢ່າງຕໍ່​ເນື່ອງ ​ເຮັດ​ໃຫ້​ທຸກ​ຂະແໜງການທັງ​ສູນ​ກາງ ແລະ ທ້ອງຖິ່ນ ​ຕັ້ງໜ້າ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ພ້ອມກັນ​ປຶກສາ​ຫາລື​ຫຼາຍ​ບັນຫາ ​ເປັນຕົ້ນແມ່ນ ​ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ ແຜນ​ງົບປະມານແຫ່ງ​ລັດ ແລະ ແຜນ​ເງິນຕາ​ໄລຍະ 6 ເດືອນ​ຜ່ານ​ມາ ການ​ກຳນົດ​ທິດ​ທາງ​ປະຈຳ​ສົກ​ປີ 2015-2016 ຮ່າງ​ວິໄສ​ທັດຮອດ​ປີ 2030 ຮ່າງ​ຍຸດ​ທະ​ສາດ​ໄລຍະ 10 ປີ ແລະ ຮ່າງ​ແຜນ​ພັດທະນາເສດຖະກິດ-ສັງຄົມ 5 ປີ​ເທື່ອ​ທີ 8 ແລະ ບັນຫາ​ທີ່​ເຄັ່ງຮ້ອນ​ພົ້ນ​ເດັ່ນຈຳນວນ​ໜຶ່ງ ເພື່ອ​ຈະ​ໄດ້​ວາງມາດ​ຕະການ​ແກ້​ໄຂ​ໃນຕໍ່ໜ້າ ນອກ​ນັ້ນ ກໍ່​ແມ່ນ​ຮ່າງ​ລັດ​ຖະ​ທຳມະນູນ​ສະບັບ​ປັບປຸງ ເຊິ່ງ​ຈະ​ໄດ້ນຳໄປ​ຜ່ານ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາແຫ່ງ​ຊາດ ໃນ​ເດືອນ​ມິຖຸນາ 2015 ທີ່​ຈະ​ມາ​ເຖິງ​ນີ້.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...