spot_img
Homeຂ່າວເຫດການປະທານປະເທດ ຕ້ອນຮັບຄະນະກຳມະການທະຫານສູນກາງ ສປ ຈີນ

ປະທານປະເທດ ຕ້ອນຮັບຄະນະກຳມະການທະຫານສູນກາງ ສປ ຈີນ

Published on

20150421100844

ວັນ​ທີ 21 ເມສາ 2015 ທີ່​ທຳ​ນຽບ​ປະທານ​ປະເທດ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ ພົນ​ເອກ ສູ ສີ​ລ້ຽງ ຮອງ​ປະທານ​ຄະນະກຳມະການ​ທະຫານ​ສູນ​ກາງ ແຫ່ງ ​ສປ ຈີນ ພ້ອມ​ດ້ວຍ​ຄະນະ ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 20-23 ເມສາ ນີ້.

ໂອກາດ​ດັ່ງກ່າວ ​ທ່ານ​ປະທານປະເທດ ໄດ້​ສະແດງ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ຕີ​ລາຄາ​ສູງຕໍ່​ການ​ມາ​ຢ້ຽມຢາມ ແລະ ເຮັດວຽກ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ຂອງ​ທ່ານຮອງ​ປະທານ ​ຄະນະ​ກຳມະການທະຫານ​ສູນ​ກາງ​ ແຫ່ງ ​ສປ ຈີນ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ເຊິ່ງເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ເຂົ້າ​ໃນ​ການ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື ລາວ-ຈີນ ທີ່​ມີ​ມູນເຊື້ອ​ສະໜິດ​ຕິດ​ພັນ​ກັນ​ນັ້ນ ໄດ້​ມີການ​ຂະຫຍາຍຕົວ​ຢ່າງ​ວ່ອງໄວ ເລິກເຊິ່ງ ແລະ ມີ​ປະ​ສິດທິ​ຜົນ​ສູງ ແລະ ການ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງກັນ ແລະ ກັນ​ ລະຫວ່າງ​ສອງກອງທັບ ລາວ-ຈີນ ແມ່ນ​ບົນ​ຈິດໃຈ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ເປັນ​ເພື່ອນ​ທີ່​ດີ ເປັນ​ຄູ່​ຮ່ວມ​ມື​ທີ່​ດີ ແລະ ເປັນ​ສະຫາຍ​ທີ່​ດີ​ທີ່​ຊື່ສັດ​ຕໍ່ກັນ ແລະ ພັກ-ລັດຖະບານ ກອງທັບ​ປະຊາຊົນ​ອ້າຍ​ນ້ອງ ຍາມ​ໃດກໍ່​ໃຫ້ການ​ສະໜັບສະໜູນ ​ສປປ ລາວ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ ເຊິ່ງໃນ​ໄລຍະ​ຜ່ານ​ມາ ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ ລາວ-ຈີນ ໄດ້​ພັດທະນາ​ຢ່າງ​ຕັ້ງໜ້າ​ຂຶ້ນ​ສູ່​ລະດັບ​ສູງ ພົວພັນ​ຖານຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ໝັ້ນຄົງ​ຍາວ​ນານ​ເລິກເຊິ່ງ ແລະ ມີ​ຜົນສຳເລັດ ນອກຈາກ​ນັ້ນ ສອງ​ກອງທັບ ລາວ-ຈີນ ໄດ້​ມີການ​ຮ່ວມ​ມື​ລາດຕະເວນ​ຕາມ​ລຳແມ່ນ້ຳ​ຂອງ ສາມາດ​ເຮັດ​ໃຫ້​ສະພາບ​ຕາມ​ລຳ​ແມ່ນ້ຳ​ຂອງ​ມີຄວາມ​ສະຫງົບ ການ​ຄ້າຂາຍເຖື່ອນ ແລະ ຢາ​ເສບ​ຕິດ​ກໍ່​ຫຼຸດໜ້ອຍ​ຖ້ອຍ​ລົງ ພ້ອມ​ນັ້ນ ​ກໍ່​ໄດ້ກ່າວ​ຂອບໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ຈີນ ​ໃຫ້ການຊ່ວຍເຫຼືອ​ລ້າ ແລະ ໃຫ້​ທຶນ​ກູ້​ຢືມດອກ​ເບ້ຍ​ຕ່ຳ ແລະ ດ້ານ​ອື່ນໆແກ່ ​ສປປ ລາວ ຕະຫຼອດ​ມາ.

ຕອນ​ທ້າຍ ທ່ານ ສູ ສີ​ລ້ຽງ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ທ່ານ​ປະທານ​ປະເທດ ທີ່​ໄດ້​ໃຫ້ການຕ້ອນຮັບ​ອັນ​ອົບ​ອຸ່ນ ພ້ອມ​ທັງ​ແຈ້ງໃຫ້​ຊາບ​ເຖິງ​ຈຸດປະສົງ​ຂອງ​ການເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະສືບຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໄມຕີ​ຈິດມິດຕະພາບ ​ຖານ​ເພື່ອນ​ສະຫາຍຍຸດ​ທະ​ສາດ​ໝັ້ນຄົງ​ຍາວ​ນານ ໂດຍ​ສະເພາະ​ ສອງ​ກອງທັບ​ລາວ-ຈີນ ໃຫ້​ຈະເລີນ​ງອກ​ງາມ​ຂຶ້ນເລື້ອຍໆ ເພື່ອ​ຜົນ​ປະໂຫຍດ​ອັນຍາວ​ນານ​ຂອງ​ສອງ​ພັກ ສອງລັດ ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຈີນ ໂດຍ​ຈະສືບຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ສອງ​ພັກ-ລັດ ກໍ່​ຄືສອງກອງທັບ​ໃຫ້​ມີ​ປະສິດທິພາບ​ສູງສຸດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...