spot_img
Homeນານາສາລະເບິ່ງແຍງສຸຂະພາບຕີນເລື່ອງໃກ້ຕົວທີ່ຄວນໃສ່ໃຈທຸກມື້

ເບິ່ງແຍງສຸຂະພາບຕີນເລື່ອງໃກ້ຕົວທີ່ຄວນໃສ່ໃຈທຸກມື້

Published on

27_20101022153933.

ຄວາມ​ສວຍງາມ​ໃນ​ຮ່າງກາຍ​ຂອງ​ຄົນ​ເຮົາສ່ວນ​ໃຫຍ່​ຄົນ​ບໍ່​ຄ່ອຍ​ເວົ້າ​ເຖິງ​ເລື່ອງ​ການ​ເບິ່ງແຍງ​ຕີນເພາະ​ຄິດວ່າ​ຕີນ​ບໍ່ແມ່ນ​ສ່ວນ​ທີ່​ຕ້ອງ​ນຳ​ມາ​ສະແດງເປັນ​ສິ່ງ​ທີ່​ບໍ່​ສຸ​ພາບບໍ່​ຄວນ​ຕ້ອງ​ເວົ້າ​ເຖິງແຕ່​ໃນ​ຄວາມ​ເປັນ​ຈິງ​ຕີນ​ເປັນ​ສ່ວນ​ສຳຄັນ​ຂອງ​ຮ່າງກາຍ​

ລອງ​ຄິດ​ເບິ່ງ​ວ່າຖ້າ​ບໍ່​ມີ​ຕີນ​ເຮົາ​ຈະ​ກ້າວ​ຍ່າງ​ແບບໃດແລະ​ຕີນ​ຂອງ​ເຮົາ​ເຮັດວຽກ​ໜັກ​ຫລາຍ​ໃນ​ແຕ່​ລະ​ມື້ຄວນ​ຈະ​ຕ້ອງ​ດູແລຮັກສາ​ຕີນເປັນ​ພິເສດ​ກວ່າ​ສ່ວນ​ອື່ນ​ແຕ່​ຄົນ​ມັກ​ເບິ່ງແຍງ​ຕີນ​ໜ້ອຍ​ຫລາຍ​ຈົນ​ເຖິງ​ຫລາຍ​ທີ່ສຸດບາງ​ຄົນ​ເກືອບ​ຈະ​ບໍ່​ເຄີຍ​ບຳ​ລຸງ​ເບິ່ງແຍງ​ເລີຍ​ກໍ​ມີເຮົາກັບ​ມາ​ເບິ່ງແຍງ​ຕີນ​ຂອງ​ເຮົາ​ກັນ​ດີ​ກວ່າ

1.ປ່ຽນ​ຄວາມ​ຄິດ 
ເພາະ​ເຫດ​ໃດ​ຈຶ່ງ​ຕ້ອງ​ປ່ຽນ​ຄວາມ​ຄິດກໍ​ເພາະ​ວ່າຖ້າ​ເຮົາ​ບໍ່​ປ່ຽນ​ຄວາມ​ຄິດ​ເຮົາ​ກໍ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ທີ່​ຈະ​ດູແລຮັກສາ​ຕີນຄື​ອະໄວຍະວະ​ທີ່​ສຳຄັນ​ເຊັ່ນ​ໜ້າ

2.ແຊ່​ດ້ວຍ​ນ້ຳ​ອຸ່ນແຊ່​ໄດ້​ທຸກ​ມື້ 
ໂດຍ​ແຊ່​ມື້​ລະ5- 10ນາ​ທີຖ້າ​ປະສົມ​ເກືອ​ເມັດ 1 ກຳ​ມືຄວນ​ແຊ່​ມື້​ລະ1-​2ເທື່ອເພາະ​ເກືອ​ຊ່ວຍ​ດູດ​ຊັບ​ປະ​ຈຸ​ເສຍ​ຈາກ​ຮ່າງກາຍ​ໄດ້ເມື່ອ​ທຽບ​ກັບ​ການ​ຍ່າງ​ດິນ​ດ້ວຍ​ຕີນ​ແລະ​ບີບ​ນວດ​ເພື່ອ​ໃຫ້​ເລືອດ​ໄຫລ​ວຽນ​ໄດ້​ດີຖ້າ​ມີ​ສ່ວນ​ໃດ​ທີ່​ ໜາ​ກໍ​ໃຫ້​ຂັດ​ອອກ​ນຳແຕ່​ໃນ​ສ່ວນ​ທີ່​ມີ​ຄວາມ​ໜາ​ນັ້ນ​ເອງ​ທີ່​ເປັນ​ສ່ວນ​ທີ່​ຕ້ອງ​ເບິ່ງແຍງ​ເປັນ​ພິເສດການ​ແຊ່​ນ້ຳ​ອຸ່ນ​ຊ່ວຍຫ​ລຸດ​ອາການ​ປວດ​ຊາ​ຕາມ​ປາຍ​ຕີນແລະ​ຄົົນທີ່​ປວດ​ເຄົ່າຊ່ວຍ​ໃຫ້​ຜ່ອນ​ຄາຍ​ແລະ​ຫລັບ​ສະ​ບາຍ

3.ການ​ບໍລິຫານ​ຕີນ
ຈັບ​ນິ້ວ​ຕີນ​ແກ່ວງ​ເທື່ອລະ​ນິ້ວແລະ​ໝຸນ​ໄປ​ມາທຽບ​ເທົ່າ​ກັບ​ການ​ໝຸນ​ຄໍຊ່ວຍ​ໃຫ້​ເລືອດ​ໄປ​ລ້ຽງ​ສະຫມອງ​ດີ​ຂຶ້ນ

-ກົ້ມ​ເງີຍ​ບໍລິເວນ​ນິ້ວ​ຕີນທຽບ​ເທົ່າ​ກັບ​ການ​ນວດ​ຄໍ​ແລະ​ກ້ານຄໍເພື່ອ​ໃຫ້​ເລືອດ​ລົມ​ບໍລິເວນ​ນັ້ນ​ໄຫລ​ວຽນ​ໄປ​ລ້ຽງ​ສ່ວນ​ຂອງ​ຫູຕາດັງ​ໄດ້​ເປັນ​ຢ່າງດີ

-ກົ້ມ​ເງີຍ​ບໍລິເວນ​ຂໍ້​ຕີນເພື່ອ​ໃຫ້​ຂໍ້​ຕີນ​ໄດ້​ຖືກ​ກະຕຸ້ນ​ໃຫ້​ເລືອດ​ໄຫລ​ວຽນຂັບ​ລົມ​ອອກຈາກ​ຂໍ້​ແຕ່​ລະ​ຂໍ້

4.ການ​ນວດ​ຕີນງ່າຍໆພຽງ​ນວດ​ຕາມ​ຝ່າ​ຕີນ​ແລະ​ຫລັງ​ຕີນ​ກ່ອນ​ນອນເພື່ອ​ກະຕຸ້ນ​ປະສາດ​ສ່ວນ​ຕ່າງໆເພາະ​ສ່ວນ​ຕີນ​ຈະ​ມີ​ຈຸດ​ທີ່​ຕ້ອງ​ກົດ​ນວດ​ເຖິງ62ຈຸດ​ຕໍ່​ຂ້າງແລະ​ສະ​ທ້ອນ​ໄປ​ເຖິງ​ອະໄວຍະວະ​ຕ່າງໆໃນ​ຮ່າງ​ກາຍ

5.ທາ​ດ້ວຍ​ໂລ​ຊັນເພື່ອ​ຖະ​ໜອມ​ຕີນ​ຂອງ​ເຮົາ​ນຸ້ມ​ແລະ​ຢູ່​ກັບ​ເຮົາ​ດົນ​ໆກໍ​ຄວນ​ເບິ່ງແຍງ​ຕີນ​ໃຫ້​ເຊັ່ນ​ກັນ

6.ໃສ່​ຖົງ​ຕີນ​ກ່ອນ​ນອຖ້າ​ອາ​ກາດ​ເຢັນຄວນ​ໃສ່​ຖົງ​ຕີນ​ເພື່ອ​ໃຫ້​ອົບ​ອຸ່ນ​ແລະ​ນອນ​ຫລັບ​ສະບາຍ​ຂຶ້ນ

7.ຕັດ​ເລັບ​ແລະ​ໜັງ​ທີ່​ດ້າງ​ແຂເພື່ອ​ຄວາມ​ສະ​ອາດ​ຂອງ​ຕີນ​ແລະ​ຍັງ​ຊ່ວຍ​ປ້ອງ​ກັນ​ບັນຫາ​ເລັບ​ສັກນໍາ​ມາ​ໄດ້​

ເມື່ອ​ມີ​ການ​ເບິ່ງແຍງ​ຕີນ​ທີ່​ດີກໍ່​ຈະ​ຮູ້ສຶກ​ພູູມໃຈ​ໃນ​ສິ່ງ​ທີ່​ໄດ້​ເບິ່ງແຍງເພາະ​ຕີນ​ເຮັດ​ຫນ້າທີ່​ຢ່າງ​ໜັກ​ແລະ​ກໍ່ຈະ​ໄດ້​ນອນ​ຫລັບ​ສະບາຍ​ໃນ​ຄ່ຳ​ຄືນນອກ​ຈາກ​ນີ້​ສຸຂະພາບ​ກໍ​ຈະ​ດີ​ຕາມ​ມາ​ນໍາອີກ​ຕ່າງ​ຫາກຖ້າ​ຍັງ​ບໍ່​ເຄີຍ​ເຮັດ​ລອງ​ເລີ່ມ​ເຮັດ​ເບິ່ງ​ຈະ​ຮູ້​ວ່າ​ເບົາ​ສະບາຍ​ພຽງ​ໃດກັບ​ການ​ໄດ້​ແຊ່​ຕີນ​ດ້ວຍ​ນ້ຳ​ອຸ່ນ​ກ່ອນ​ນອນ​ທຸກ​ຄືນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...