Homeຂ່າວຕ່າງປະເທດກຸ່ມ IS ລອ​ບ​ວາງ​ລະ​ເບີດໜ້າ​ສະ​ຖານ​ທູດແອັດ​ສະ​ປາຍ ໂຊກ​ດີ​ບໍ່​ມີ​ໃຜ​ບາດ​ເຈັບ ຫລື ເສຍ​ຊີ​ວິດ!

ກຸ່ມ IS ລອ​ບ​ວາງ​ລະ​ເບີດໜ້າ​ສະ​ຖານ​ທູດແອັດ​ສະ​ປາຍ ໂຊກ​ດີ​ບໍ່​ມີ​ໃຜ​ບາດ​ເຈັບ ຫລື ເສຍ​ຊີ​ວິດ!

Published on

613350-01

ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ລອບ​ວາງ​ລະ​ເບີດ​ໜ້າ​ສະ​ຖານ​ທູດ​ແອັດ​ສະ​ປາຍ ປະ​ຈຳ​ປະ​ເທດ​ລິ​ເບຍ ແຕ່​ບໍ່​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ເມ​ສາ​ນີ້​ວ່າ ໄດ້​ເກີດ​ເຫດ​ລະ​ເບີດ​ບໍ​ລິ​ເວນ​ໜ້າ​ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດແອັດ​ສະ​ປາຍ ໃນ​ນະ​ຄອນ​ຫລວງ​ຕິ​ໂປ​ລີ  ປະ​ເທດ​ລິ​ເບຍ ເຊິ່ງ​ແຮງ​ລະ​ເບີດ​ໄດ້​ເຮັດ​ໃຫ້​ກຳ​ແພງ​ຂອງ​ສະ​ຖານ​ທູດ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ບາງ​ສ່ວນ ແຕ່​ໂຊກ​ດີ​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ​ແຕ່​ຢ່າງ​ໃດ, ຫລັງ​ຈາກ​ເກີດ​ເຫດ​ບໍ່​ດົນ ກຸ່ມ​ລັດ​ອິດ​ສະ​ລາມ ກໍ​ໄດ້​ປະ​ກາດ​ຜ່ານ​ທາງ​ທະ​ວິດ​ເຕີ້​ຂອງ​ສະ​ມາ​ຊິກ​ຫລາຍ​ຄົນວ່າ ເຫດ​ການ​ດັ່ງ​ກ່າວ​ແມ່ນ​ພວກ​ຕົນ​ເປັນ​ຜູ້ປະ​ຕິ​ບັດ​ການ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...